ທິດ 6 ຂອງຄະຣາວາດ

ຄາຣະວາດຊັ້ນເລີດ

0:00/0:00
“ຂ້າແຕ່ພຣະອົງຜູ້ຈະເລີນ ! ໃນອະຣິຍະວິໄນ ມີການນອບ ນ້ອມຕໍ່ທິດທັງຫົກຢ່າງໃດ ຂ້ານ້ອຍ ! ພຣະອົງຈົ່ງຊົງສະແດງທຳ ທີ່ເປັນການນອບນ້ອມຕໍ່ທິດທັງຫົກ ໃນອະຣິຍະວິໄນເທີ້ນ”.

ຄະຫະບໍດີບຸດ ! ເມື່ອໃດອະຣິຍະສາວົກລະເສຍໄດ້ຊຶ່ງ ກັມກິເລດ 4 ປະການ ບໍ່ກະທໍາກັມອັນເປັນບາບໂດຍ ຖານະທັງສີ່ ແລະ ບໍ່ເສບທາງເສື່ອມ (ອະບາຍະມຸກ) ແຫ່ງໂພຄະ 6 ທາງ, ເມື່ອນັ້ນເຂົາຊື່ວ່າ ເປັນຜູ້ປາສະຈາກກຳ ອັນເປັນບາບລວມ 14 ຢ່າງ ເປັນຜູ້ປິດກັ້ນທິດທັງ 6 ໂດຍສະເພາະແລ້ວ ດ້ວຍອາການຢ່າງນີ້ ຊື່ວ່າເຂົາປະຕິບັດ ແລ້ວເພື່ອຊະນະໂລກທັງສອງ. ທັງໂລກນີ້ ແລະ ໂລກອື່ນ ເປັນອັນເຂົາປາຣົບກະທໍາຄົບຖ້ວນແລ້ວ (ອາຣັດໂທ) ເຂົາເຂົ້າເຖິງສຸຄະຕິໂລກສະຫວັນ ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ດັ່ງນີ້.

ກຳກິເລດ 4 ປະການ ອັນອະຣິຍະສາວົກນັ້ນ ລະເສຍໄດ້ແລ້ວ ເປັນຢ່າງໃດໜໍ ?

ຄະຫະບໍດີບຸດ ! ປານາຕິບາດ ເປັນກຳກິເລດ, ອະທິນນາທານ ເປັນກຳກິເລດ, ກາເມສຸມິດສາຈານ ເປັນກຳກິເລດ, ມຸສາວາດ ເປັນກຳກິເລດ. ກຳກິເລດ 4 ປະການເຫຼົ່ານີ້ ເປັນກຳອັນ ອະຣິຍະສາວົກນັ້ນ ລະຂາດແລ້ວ.

ອະຣິຍະສາວົກ ບໍ່ກະທໍາກຳອັນເປັນບາບໂດຍຖານະ ທັງ 4 ເປັນຢ່າງໃດໜໍ ?

+ ຜູ້ເຖິງເຊິ່ງສັນທາຄະຕິ (ລໍາອຽງເພາະຮັກ) ຊື່ວ່າກະທໍາກຳ ອັນເປັນບາບ,
+ ຜູ້ເຖິງເຊິ່ງໂທສາຄະຕິ (ລໍາອຽງເພາະຄຽດຊັງ) ຊື່ວ່າກະທໍາກຳອັນເປັນບາບ,
+ ຜູ້ເຖິງເຊິ່ງໂມຫາຄະຕິ(ລໍາອຽງ ເພາະຄວາມໂງ່) ຊື່ວ່າກະທໍາກຳອັນເປັນບາບ,
+ ຜູ້ເຖິງເຊິ່ງ ພະຍາຄະຕິ (ຄວາມລໍາອຽງເພາະຢ້ານກົວ) ຊື່ວ່າກະທໍາກຳອັນ ເປັນບາບ.

ຄະຫະບໍດີບຸດ ! ເມື່ອໃດອະຣິຍະສາວົກ ບໍ່ເຖິງເຊິ່ງ ສັນທາຄະຕິ ບໍ່ເຖິງເຊິ່ງໂທສາຄະຕິ ບໍ່ເຖິງເຊິ່ງໂມຫາຄະຕິ ບໍ່ເຖິງເຊິ່ງພະຍາຄະຕິ ເມື່ອນັ້ນຊື່ວ່າບໍ່ກະທໍາກຳອັນເປັນບາບ ໂດຍຖານະທັງ 4 ເຫຼົ່ານີ້, ດັ່ງນີ້.

ອະຣິຍະສາວົກ ບໍ່ເສບທາງເສື່ອມແຫ່ງໂພຄະ 6 ທາງ ເປັນຢ່າງໃດໜໍ ?

ຄະຫະບໍດີບຸດ ! ການຕາມປະກອບໃນທຳເປັນທີ່ຕັ້ງແຫ່ງ ຄວາມປະມາດ ເນື່ອງດ້ວຍຂອງເມົາ ຄືສຸຣາ ແລະ ເມໄຣ ເປັນທາງເສື່ອມແຫ່ງໂພຄະ, ການຕາມປະກອບໃນການ ທ່ຽວເຮຮາໃນເວລາວິກາດ ເປັນທາງເສື່ອມແຫ່ງໂພຄະ, ການທ່ຽວໄປໃນທີ່ຊຸມນຸມແຫ່ງຄວາມເມົາ ເປັນທາງເສື່ອມ ແຫ່ງໂພຄະ, ການຕາມປະກອບໃນທຳເປັນທີ່ຕັ້ງແຫ່ງ ຄວາມປະມາດຄືການພະນັນ ເປັນທາງເສື່ອມແຫ່ງໂພຄະ, ການຕາມປະກອບໃນຄວາມມີມິດຊົ່ວ ເປັນທາງເສື່ອມແຫ່ງ ໂພຄະ, ການຕາມປະກອບໃນທາງກຽດຄ້ານ ເປັນທາງ ເສື່ອມແຫ່ງໂພຄະ.

ຄະຫະບໍດີບຸດ ! ອະຣິຍະສາວົກເປັນຜູ້ປິດກັ້ນທິດທັງ 6 ໂດຍສະເພາະແລ້ວ ເປັນຢ່າງໃດໜໍ ?

ຄະຫະບໍດີບຸດ ! ຈົ່ງຮູ້ວ່າ ທິດທັງ 6 ເຫຼົ່ານີ້ມີຢູ່ຄື:

ຈົ່ງຮູ້ວ່າ ມານດາບິດາ ເປັນປຸຣັດຖິມະທິສະ (ທິດເບື້ອງໜ້າ)

ຈົ່ງຮູ້ວ່າ ອາຈານ ເປັນທັກຂິນະທິສະ (ທິດເບື້ອງຂວາ)

ຈົ່ງຮູ້ວ່າ ບຸດພັນຣະຍາ ເປັນປັດສິມະທິສະ (ທິດເບື້ອງຫຼັງ)

ຈົ່ງຮູ້ວ່າ ມິຕສະຫາຍ ເປັນອຸດຕະຣະທິສະ (ທິດເບື້ອງຊ້າຍ)

ຈົ່ງຮູ້ວ່າ ທາດກຳມະກອນ ເປັນເຫດຖິມະທິສະ (ທິດເບື້ອງຕໍ່າ)

ຈົ່ງຮູ້ວ່າ ສະມະນະພຣາມ ເປັນອຸປະຣິມະທິສະ (ທິດເບື້ອງເທິງ)


-----------------------------------------------------
ໜ້າທີ ທີ່ຄວນປະຕິບັດຕໍ່ທິດເບື້ອງໜ້າ
ຄະຫະບໍດີບຸດ ! ທິດເບື້ອງໜ້າຄື ມານດາບິດາ ອັນບຸດ ຄວນປະຕິບັດຕໍ່ ໂດຍຖານະ 5 ປະການຄື:

1. ເພິ່ນລ້ຽງເຮົາມາແລ້ວ ຮູ້ຈັກລ້ຽງເພິ່ນຕອບ.

2. ເຮົາຈັກເຮັດວຽກຂອງທ່ານ.

3. ເຮົາຈັກດໍາຣົງວົງຕະກຸນ.

4. ເຮົາຈັກປະພຶດຕົນໃຫ້ສົມເປັນທາຍາດ.

5. ເມື່ອເພິ່ນທໍາກາລະລ່ວງລັບໄປແລ້ວທໍາບຸນອຸທິດຫາ.


ຄະຫະບໍດີບຸດ ! ທິດເບື້ອງໜ້າຄື ມານດາບິດາ ອັນບຸດ ປະຕິບັດຕໍ່ໂດຍຖານະ 5 ປະການເຫຼົ່ານີ້ແລ້ວ ຍ່ອມອະນຸ ເຄາະບຸດໂດຍຖານະ 5 ປະການ ຄື:

1. ຫ້າມບໍ່ໃຫ້ເຮັດຊົ່ວ.

2. ໃຫ້ຕັ້ງຢູ່ໃນຄວາມດີ.

3. ໃຫ້ສຶກສາສິລະປະ.

4. ໃຫ້ມີຄູ່ຄອງທີ່ເໝາະສົມ.

5. ມອບມໍຣະດົກໃຫ້ເມື່ອສົມຄວນແກ່ເວລາ.

ເມື່ອເປັນດັ່ງນີ້ ທິດເບື້ອງໜ້ານັ້ນ ເປັນອັນວ່າກຸນລະບຸດນັ້ນ ປິດກັັ້ນແລ້ວ ເປັນທິດກະເສມ ບໍ່ມີໄພເກີດຂຶ້ນ.


-----------------------------------------------------
ໜ້າທີ ທີ່ຄວນປະຕິບັດຕໍ່ທິດເບື້ອງຂວາ
ຄະຫະບໍດີບຸດ ! ທິດເບື້ອງຂວາຄື ຄູອາຈານ ອັນສິດ ຄວນປະຕິບັດຕໍ່ໂດຍຖານະ 5 ປະການຄື:

1. ດ້ວຍການລຸກຂຶ້ນຢືນຮັບ.

2. ດ້ວຍການເຂົ້າໄປຄອຍຮັບໃຊ້.

3. ດ້ວຍການເຊື່ອຟັງຢ່າງຍິ່ງ.

4. ດ້ວຍການອຸປະຖາກກິດຈະການຕ່າງໆ.

5. ດ້ວຍການສຶກສາສິລະປະວິທະຍາໂດຍເຄົາຣົບ.


ຄະຫະບໍດີບຸຕ ! ທິດເບື້ອງຂວາຄື ອາຈານ ອັນສິດປະຕິບັດຕໍ່ໂດຍຖານະ 5 ປະການເຫຼົ່ານີ້ແລ້ວ ຍ່ອມອະນຸເຄາະສິດໂດຍຖານະ 5 ປະການ ຄື:

1. ແນະນໍາໃນທາງທີ່ດີ.

2. ໃຫ້ສຶກສາດີ.

3. ບອກສິລະປະວິທະຍາໂດຍບໍ່ປິດບັງ.

4. ເຮັດໃຫ້ເປັນທີ່ຮູ້ຈັກໃນມິດສະຫາຍ.

5. ກະທໍາການຄຸ້ມຄອງ ໃນທິດຕ່າງໆ.


ເມື່ອເປັນດັ່ງນີ້ ທິດເບື້ອງຂວານັ້ນເປັນອັນວ່າກຸນລະບຸດນັ້ນປິດກັ້ນແລ້ວ ເປັນທິດກະເສມ ບໍ່ມີໄພເກີດຂຶ້ນ.

-----------------------------------------------------
ໜ້າທີ ທີຄວນປະຕິບັດຕໍ່ທິດເບື້ອງຫຼັງ
ຄະຫະບໍດີບຸດ ! ທິດເບື້ອງຫຼັງຄື ພັນຣະຍາ ອັນສາມີ ຄວນປະຕິບັດຕໍ່ໂດຍຖານະ 5 ປະການ ຄື:

1. ດ້ວຍການຍົກຍ້ອງ.

2. ດ້ວຍການບໍ່ດູໝິ່ນ.

3. ດ້ວຍການບໍ່ປະພຶດນອກໃຈ.

4. ດ້ວຍການມອບຄວາມເປັນໃຫຍ່ໃນໜ້າທີ່ໃຫ້.

5. ດ້ວຍການໃຫ້ເຄື່ອງປະດັບ.


ຄະຫະບໍດີບຸດ ! ທິດເບື້ອງຫຼັງຄື ພັນຣະຍາ ເມື່ອສາມີປະຕິບັດຕໍ່ໂດຍຖານະ 5 ປະການເຫົ່ຼານີ້ແລ້ວ ຍ່ອມອະນຸ ເຄາະສາມີ ໂດຍຖານະ 5 ປະການ ຄື:

1. ຈັດແຕ່ງວຽກງານໃຫ້ດີ.

2. ຊ່ວຍເຫຼືອຍາດພີ່ນ້ອງຂອງສາມີ.

3. ບໍ່ປະພຶດນອກໃຈ.

4. ຮັກສາຊັບທີ່ສາມີຫາມາໄດ້.

5. ດຸໝັ່ນຂະຫຍັນຂັນແຂງໃນວຽກງານທັງຫຼາຍ.


ເມື່ອເປັນດັ່ງນີ້ ທິດເບື້ອງຫຼັງນັ້ນ ເປັນອັນວ່າກຸນລະບຸດນັ້ນ ປິດກັ້ນແລ້ວ ເປັນທິດກະເສມ ບໍ່ມີໄພເກີດຂຶ້ນ.


---------------------------------------------------
ໜ້າທີ ທີ່ຄວນປະຕິບັດຕໍ່ທິດເບື້ອງຊ້າຍ
ຄະຫະບໍດີບຸດ ! ທິດເບື້ອງຊ້າຍຄື ມິດສະຫາຍ ອັນກຸນ ລະບຸດຄວນປະຕິບັດຕໍ່ໂດຍຖານະ 5 ປະການ ຄື:

1. ດ້ວຍການຊ່ວຍເຫຼືອ.

2. ດ້ວຍການເວົ້າຈາທີ່ອ່ອນໂຍນ.

3. ດ້ວຍການປະພຶດທີ່ເປັນປະໂຫຍດ.

4. ດ້ວຍການວາງຕົນສະເໝີກັນ.

5. ດ້ວຍການບໍ່ກ່າວຄໍາອັນເປັນສິ່ງທີ່ເຮັດໃຫ້ແຕກກັນ.


ຄະຫະບໍດີບຸດ ! ທິດເບື້ອງຊ້າຍຄື ມິດສະຫາຍ ອັນກຸນລະບຸດປະຕິບັດຕໍ່ໂດຍຖານະ 5 ປະການເຫຼົ່ານີ້ແລ້ວຍ່ອມ ອານຸເຄາະ ກຸນລະບຸດໂດຍຖານະ 5 ປະການ ຄື:

1. ຮັກສາມິດຜູ້ປະມາດແລ້ວ.

2. ຮັກສາຊັບຂອງມິດຜູ້ປະມາດແລ້ວ.

3. ເປັນທີ່ເພິ່ງແກ່ມິດເມື່ອມີໄພ.

4. ບໍ່ຖິ້ມມິດໃນຍາມມີອັນຕະລາຍ.

5. ນັບຖືສະມາຊິກໃນວົງຕະກຸນຂອງມິດ.


ເມື່ອເປັນດັ່ງນີ້ ທິດເບື້ອງຊ້າຍນັ້ນ ເປັນອັນວ່າກຸນ ລະບຸດນັ້ນ ປິດກັ້ນແລ້ວ ເປັນທິດກະເສມ ບໍ່ມີໄພເກີດຂຶ້ນ.


-----------------------------------------------------
ໜ້າທີ ທີ່ຄວນປະຕິບັດຕໍ່ທິດເບື້ອງຕໍ່າ
ຄະຫະບໍດີບຸດ ! ທິດເບື້ອງຕໍ່າຄື ທາດກຳມະກອນອັນ ກຸນລະບຸດ ຄວນປະຕິບັດຕໍ່ໂດຍຖານະ 5 ປະການ ຄື:

1. ດ້ວຍການໃຫ້ເຮັດວຽກຕາມກໍາລັງ.

2. ດ້ວຍການໃຫ້ອາຫານ ແລະ ລາງວັນ.

3. ດ້ວຍການຮັກສາພະຍາບານໃນຍາມເຈັບໄຂ້.

4. ດ້ວຍການແບ່ງອາຫານທີ່ເຂົາບໍ່ເຄີຍໄດ້ກິນໃຫ້.

5. ດ້ວຍການປ່ອຍໃຫ້ພັກວຽກຕາມສະໃໝ (ໃຫ້ໄປທ່ຽວຕາມກາລະເວລາ).


ຄະຫະບໍດີບຸດ ! ທິດເບື້ອງຕໍ່າຄື ທາດກຳມະກອນ ອັນເຈົ້ານາຍປະຕິບັດຕໍ່ ໂດຍຖານະ 5 ປະການເຫຼົ່ານີ້ແລ້ວ ຍ່ອມອະນຸເຄາະ ເຈົ້ານາຍໂດຍຖານະ 5 ປະການ ຄື:

1. ເປັນຜູ້ລຸກຂຶ້ນເຮັດວຽກກ່ອນເຈົ້ານາຍ (ຫົວໜ້າ).

2. ເລີກວຽກລຸນຫຼັງເຈົ້ານາຍ.

3. ຖືເອົາແຕ່ຂອງທີ່ເຈົ້ານາຍໃຫ້.

4. ເຮັດວຽກໃຫ້ດີທີ່ສຸດ.

5. ນໍາກຽດຕິຄຸນຂອງເຈົ້ານາຍໄປເລົ່າລື.


ເມື່ອເປັນດັ່ງນີ້ ທິດເບື້ອງຕໍ່ານັ້ນ ເປັນອັນວ່າກຸນລະບຸດນັ້ນ ປິດກັ້ນແລ້ວ ເປັນທິດກະເສມ ບໍ່ມີໄພເກີດຂຶ້ນ.

-----------------------------------------------------
ໜ້າທີ ທີ່ຄວນປະຕິບັດຕໍ່ທິດເບື້ອງເທິງ
ຄະຫະບໍດີບຸດ ! ທິດເບື້ອງເທິງຄື ສະມະນະພຣາມ ອັນ ກຸນລະບຸດຄວນປະຕິບັດຕໍ່ໂດຍຖານະ 5 ປະການ ຄື:

1. ດ້ວຍເມດຕາກາຍະກຳ.

2. ດ້ວຍເມດຕາວະຈີກຳ.

3. ດ້ວຍເມດຕາມະໂນກຳ.

4. ດ້ວຍການບໍ່ປິດປະຕູ (ຄືຍິນດີຕ້ອນຮັບ).

5. ດ້ວຍການຄອຍຖວາຍອາມິດສະທານ.


ຄະຫະບໍດີບຸດ ! ທິດເບື້ອງເທິງຄືສະມະນະພຣາມ ອັນກຸນລະບຸດ ປະຕິບັດຕໍ່ໂດຍຖານະ 5 ປະການເຫຼົ່ານີ້ແລ້ວ ຍ່ອມອະນຸເຄາະກຸນລະບຸດໂດຍຖານະ 6 ປະການ ຄື:

1. ສອນບໍ່ໃຫ້ເຮັດບາບ.

2. ໃຫ້ຕັ້ງຢູ່ໃນຄວາມດີ.

3. ອະນຸເຄາະດ້ວຍໃຈອັນດີງາມ.

4. ໃຫ້ຟັງໃນສິ່ງທີ່ບໍ່ເຄີຍໄດ້ຟັງ.

5. ບອກສອນສິ່ງທີ່ເຄີຍຟັງມາແລ້ວໃຫ້ແຈ່ມແຈ້ງເຖິງທີ່ສຸດ.

6. ບອກທາງສະຫວັນໃຫ້.


ເມື່ອເປັນດັ່ງນີ້ ທິດເບື້ອງເທິງນັ້ນ ເປັນອັນວ່າກຸນລະບຸດ ນັ້ນປິດກັ້ນແລ້ວ ເປັນທິດກະເສມ ບໍ່ມີໄພເກີດຂຶ້ນ.

- ບາລີ ປາ. ທີ. 11/195-206/174-205.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ