ສິ່ງທີ່ບໍ່ໄດ້ຕາມປາດຖະໜາ
ແກ່ ເຈັບ ຕາຍ
ພິກຂຸທັງຫລາຍ!
ຖານະ 5 ປະການເຫຼົ່ານີ້,
ອັນສະມະນະ, ພຣາມ, ເທບ, ມານ, ພົມ, ຫຼື ໃຜໆໃນໂລກບໍ່ໄດ້ຕາມປາດຖະໜາມີຢູ່ 5 ປະການຢ່າງໃດແດ່? 5 ປະການຄື:
ສະທະນະ, ພຣາມ, ເທບ, ມານ, ພົມ ຫຼື ໃຜໆໃນໂລກບໍ່ໄດ້ຕາມປາດຖະໜາວ່າ:
ສີ່ງທີ່ມີຄວາມແກ່ເປັນທຳມະດາຢ່າແກ່ເລີຍ,
ສີ່ງທີ່ມີຄວາມເຈັບໄຂ້ທຳມາດາຢ່າເຈັບໄຂ້ເລີຍ,
ສີ່ງທີ່ມີຄວາມຕາຍເປັນທຳມະດາຢ່າຕາຍເລີຍ,
ສິ່ງທີ່ມີຄວາມສີ້ນໄປເປັນທຳມະດາຢ່າສີນໄປເລີຍ,
ສິ່ງທີ່ມີຄວາມວິນາດເປັນທຳມະດາຢ່າງວິນາດເລີຍດັ່ງນີ້.
ພິກຂຸທັງຫລາຍ!
ສິ່ງທີ່ມີຄວາມແກ່ເປັນທຳມະດາຍ່ອມແກ່ສຳລັບປຸຕຸຊົນຜູ້ທີ່ບໍ່ໄດ້ສະດັບ,
ເມື່ອສິ່ງທີ່ມີຄວາມແກ່ເປັນທຳມະດາແກ່ແລ້ວເຂົາກໍບໍ່ໄດ້ພິດຈາລະນາເຫັນໂດຍລະອຽດວ່າ,
ບໍ່ແມ່ນສິ່ງທີ່ມີຄວາມແກ່ເປັນທຳມະດາຈະແກ່ສຳລັບເຮົາຜູ້ດຽວເທົ່ານັ້ນ,
ໂດຍທີ່ແທ້ແລ້ວສິ່ງທີ່ມີຄວາມແກ່ເປັນທຳມະດາຍ່ອມແກ່ສຳລັບສັດທັງຫລາຍທັງປວງທີ່ມີການມາ, ການໄປ, ການຈຸຕິ, ການອຸບັດ.
ກໍເມື່ຶອສິ່ງທີ່ມີຄວາມແກ່ເປັນທຳມະດາແກ່ແລ້ວເຮົາຈະມາມົວເສົ້າໂສກກະວົນກະຫວາຍ, ລຳ້ໄລລຳພັນ, ທຸກອົກລຳ້ໃຫ້, ເຖີງຄວາມຫຼົງໄຫລ, ແມ້ອາຫານກໍບໍ່ຍ່ອຍ, ກາຍກໍເສົ້າໝອງ, ການງານກໍຢຸກສະງັກ, ພວກອາມິດກໍດີໃຈ, ມິດສະຫາຍກໍເສົ້າໃຈດັ່ງນີ້.
ປຸຕຸຊົນນັ້ນເມື່ອສີ່ງທີ່ມີຄວາມແກ່ເປັນທຳມະດາແກ່ແລ້ວຍ່ອມເສົ້າໂສກ, ກະວົນກະຫວາຍ, ລຳໄລລຳພັນ, ເປັນຜູ້ທຸກອົກລຳໃຫ້, ຍ່ອມເຖີງຄວາມຫຼົງໄຫ.
ພິກຂຸທັງຫລາຍ!
ເຮົາກ່ວາວ່າປຸຕຸຊົນຜູ້ບໍ່ໄດ້ສະດັບນີ້ຖຶກລູກສອນແຫ່ງຄວາມໂສກອັນມີພິດ, ສຽບແທງແລ້ວທຳຕົນເອງໃຫ້ເດືອດຮ້ອນຢູ່ດັ່ງນີ້.
ພິກຂຸທັງຫຼາຍ!
ສົງສານນີ້ກຳນົດທີ່ສຸດເບື້ອງຕົ້ນເບື້ຶອງປາຍບໍ່ໄດ້, ເມື່ອເຫຼົ່າສັດຜູ້ມີອະວິຊາເປັນເຄື່ອງກັ້ນຕັນຫາເປັນເຄື່ອຜູກທ່ອງທ່ຽວໄປມາຢູ່ທີ່ສຸດເບື່ອງຕົ້ນຍ່ອມບໍ່ປາກົດແກ່ທ່ານທັງຫລາຍ, ທ່ານທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ? ນ້ຳຕາທີ່ຫລັ່ງໄຫຼຂອງພວກທ່ານທີ່ທ່ອງທ່ຽວໄປມາ, ຄຳ້ຄວນຮ້ອງໃຫ້ຢູ່, ເພາະປະສົບກັບສີ່ງທີ່ບໍ່ພໍໃຈ, ເພາະພັດພາກຈາກສີ່ງທີ່ພໍໃຈໂດຍການລະນານນີ້ກັບນ້ຳໃນມະຫາສະມຸດທັງ 4 ສິ່ງໃດຈະຫຼາຍກ່ວາກັນ?
ພິກຂຸທັງຫລາຍ!
ນໍ້າຕາທີ່ຫຼັ່ງໄຫຼອອກຂອງພວກທ່ານຜູ້ທ່ອງທ່ຽວໄປມາໂດຍການລະນານນີ້ ແລະ ຫຼາຍກ່ວາສ່ວນນໍ້າໃນມະຫາສະມຸດທັງ 4 ບໍ່ຫຼາຍກວ່າເລີຍ
ພວກທ່ານໄດ້ປະສົບມໍລະນະກຳຂອງມານດາຕະຫຼອດການລະນານ, ນໍ້າຕາທີ່ຫຼັ່ງໄຫຼອອກຂອງພວກທ່ານຜູ້ປະສົບມໍລະນະກຳຂອງມານດາ, ຄຳຄວນຮ້ອງໃຫ້ຢູ່ເພາະປະສົບກັບສິ່ງທີ່ບໍ່ພໍໃຈ, ເພາະພັດພາກຈາກສິ່ງທີ່ພໍໃຈນັ້ນແລະ ຫຼາຍກ່ວາສ່ວນນຳ້ໃນມະຫາສະມຸດທັງ 4 ບໍ່ຫຼາຍກວ່າເລີຍ