ຄວາມພັດພາກ

ແກ່ ເຈັບ ຕາຍ

0:00/0:00
#ສິ່ງທັງຫລາຍມີຄວາມແຕກດັບໄປສະຫລາຍໄປເປັນທຳມະດາ ດັ່ງທີ່ພຣະພຸດທະອົງຄ໌ຕຣັສ...

"ອານົນທ໌ ! ຕະຖາຄົຕໄດ້ບອກແລ້ວບໍ່ແມ່ນບໍວ່າ ສັຕຈະຕ້ອງພັດພາກຈາກຂອງຮັກຂອງພໍໃຈທັງສິ້ນ, ສັຕຈະໄດ້ຕາມປຣາດຖະໜາໃນສັງຂານນີ້ແຕ່ທີ່ໃດໜໍ, ຂໍ້ທີ່ສັຕຈະຫວັງເອົາສິ່ງທີ່ເກີດແລ້ວ ເປັນແລ້ວ ມີປັຈໃຈປຸງແຕ່ງແລ້ວ ມີການແຕກດັບເປັນທຳມະດາ ວ່າ ສິ່ງນີ້ຢ່າຈິບຫາຍເລີຍ ດັ່ງນີ້ ຍ່ອມບໍ່ເປັນຖານະທີ່ມີໄດ້ເປັນໄດ້

ອານົນທ໌ເອີຍ! ຊີວິດນີ້ມີຄວາມພັດພາກເປັນທີ່ສຸດ ສິ່ງ
ທັງຫລາຍມີຄວາມແຕກດັບໄປສະຫລາຍໄປເປັນທຳມະດາ ຈະປຣາດຖະໜາບໍ່ໃຫ້ເປັນຢ່າງທີ່ມັນຄວນຈະເປັນນັ້ນ ເປັນຖານະທີ່ບໍ່ພິ່ງຫວັງໄດ້ ທຸກສິ່ງທຸກຢ່າງດຳເນີນໄປເຄື່ອນໄປ ສູ່ຈຸດສະຫລາຍຕົວທຸກຂະນະ"

ບາລີພຣະໄຕຣປິດົກ . ມຫາ. ທີ ໑໐/໑໓໔/໑໐໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ