ຄວາມດັບທຸກມີເພາະຄວາມດັບແຫ່ງນັນທິ
ອິນຊີສັງວອນ
ປຸນນະ ! ຮູບທີ່ເຫັນດ້ວຍຕາກໍ່ດີ, ສຽງທີ່ຟັງດ້ວຍຫູກໍ່ດີ, ກິ່ນ ທີ່ດົມດ້ວຍດັງກໍ່ດີ, ຣົດ ທີ ລີ້ມດ້ວຍລີ້ນກໍ່ດີ, ໂຜດຖັບພະທີ່ສຳຜັດດ້ວຍກາຍກໍ່ດີ ແລະ ທຳມາຣົມ ທີ່ຮູ້ແຈ້ງດ້ວຍໃຈກໍ່ດີ, ອັນເປັນສິ່ງທີ່ຫນ້າປາຖະຫນາ ຫນ້າຮັກໃຄ້ ຫນ້າພໍໃຈ ເປັນທີ່ຍວນຕາ ຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ້ ເປັນທີ່ຕັ້ງແຫ່ງຄວາມກຳຫນັດ ຍ້ອມໃຈ ມີຢູ່. ພິຂຸຍ່ອມບໍ່ເພີດເພີນບໍ່ພຣຳສັນເສີນ ບໍ່ເມົາຫມົກ ເຊິ່ງອາຣົມ ມີຮູບເປັນຕົ້ນນັ້ນ. ເມື່ອພິຂຸບໍ່ເພີດເພີນ ບໍ່ພຣຳສັນເສີນ ບໍ່ເມົາຫມົກ ເຊິ່ງອາຣົມມີຮູບ ເປັນຕົ້ນນັ້ນຢູ່, ນັນທິ (ຄວາມເພີນ) ຍ່ອມດັບໄປ.
ປຸນນະ ! ເຮົາກ່າວວ່າ "ຄວາມດັບບໍ່ມີເຫລືອແຫ່ງທຸກມີໄດ້ ເພາະຄວາມດັບບໍ່ເຫລືອແຫ່ງຄວາມເພີນ" ດັ່ງນີ້ ແລ.
ອຸປຣິ. ມ. 14/482/756.
ປຸນນະ ! ເຮົາກ່າວວ່າ "ຄວາມດັບບໍ່ມີເຫລືອແຫ່ງທຸກມີໄດ້ ເພາະຄວາມດັບບໍ່ເຫລືອແຫ່ງຄວາມເພີນ" ດັ່ງນີ້ ແລ.
ອຸປຣິ. ມ. 14/482/756.








