ສັດ (ສັດຕານັງ)
ສັດ
“ຂ້າແຕ່ພຣະອົງຜູ້ຈະເຣີນ ! ຄົນກ່າວກັນວ່າ ‘ສັຕໂຕ ສັຕໂຕ’ ດັ່ງນີ້, ເຂົາກ່າວກັນວ່າ ‘ສັດ’ ເຊັ່ນນີ້ ມີຄວາມໝາຍພຽງໃດ ? ຂ້ານ້ອຍ !”
ຣາທະ ! ສັນທະ (ຄວາມພໍໃຈ) ຣາຄະ (ຄວາມກໍາໜັດ) ນັນທິ (ຄວາມເພີນ) ຕັນຫາ (ຄວາມທະຍານຢາກ) ໃດໆ ມີຢູ່ໃນຮູບ, ສັດຍ່ອມຜູກມັດ ຍ່ອມຕິດໃນຮູບນັ້ນ ດ້ວຍສັນທະຣາຄະເປັນຕົ້ນນັ້ນ ເພາະສະນັ້ນ ສັດນັ້ນ ຈຶ່ງຖືກເອີ້ນວ່າ “ສັຕໂຕ (ຜູ້ຂ້ອງຕິດ)” ດັ່ງນີ້;
ຣາທະ ! ສັນທະ ຣາຄະ ນັນທິ ຕັນຫາໃດໆ ມີຢູ່ໃນເວທະນາ, ສັດຍ່ອມຜູກມັດ ຍ່ອມຕິດໃນເວທະນານັ້ນ ດ້ວຍສັນທະຣາຄະເປັນຕົ້ນນັ້ນ ເພາະສະນັ້ນ ສັດນັ້ນ ຈຶ່ງຖືກເອີ້ນວ່າ “ສັດ” ດັ່ງນີ້;
ຣາທະ ! ສັນທະ ຣາຄະ ນັນທິ ຕັນຫາໃດໆ ມີຢູ່ໃນສັນຍາ, ສັດຍ່ອມຜູກມັດ ຍ່ອມຕິດໃນສັນຍານັ້ນ ດ້ວຍສັນທະຣາຄະເປັນຕົ້ນນັ້ນ ເພາະສະນັ້ນ ສັດນັ້ນ ຈຶ່ງຖືກເອີ້ນວ່າ “ສັດ” ດັ່ງນີ້;
ຣາທະ ! ສັນທະ ຣາຄະ ນັນທິ ຕັນຫາໃດໆ ມີຢູ່ໃນສັງຂານທັງຫຼາຍ, ສັດຍ່ອມຜູກມັດ ຍ່ອມຕິດໃນສັງຂານທັງຫຼາຍເຫຼົ່ານັ້ນ ດ້ວຍສັນທະຣາຄະເປັນຕົ້ນນັ້ນ ເພາະສະນັ້ນ ສັດນັ້ນ ຈຶ່ງຖືກເອີ້ນວ່າ “ສັດ” ດັ່ງນີ້;
ຣາທະ ! ສັນທະ ຣາຄະ ນັນທິ ຕັນຫາໃດໆ ມີຢູ່ໃນວິນຍານ, ສັດຍ່ອມຜູກມັດ ຍ່ອມຕິດໃນວິນຍານນັ້ນ ດ້ວຍສັນທະຣາຄະເປັນຕົ້ນນັ້ນ ເພາະສະນັ້ນ ສັດນັ້ນ ຈຶ່ງຖືກເອີ້ນວ່າ “ສັດ” ດັ່ງນີ້ ແລ.
- ຂັນທະ. ສັງ. ໑໗/໒໓໒/໓໖໗.