ອະຣິຍະສັດຈະທັມລວມຢູ່ໃນໝູ່ທັມທີ່ໃຜຄ້ານບໍ່ໄດ້
ອະຣິຍະສັດ 4
ພິກຂຸ ທ. ! ທັມນີ້ນີ້ແຫຼະ ອັນເຮົາສະແດງແລ້ວ ເປັນທັມອັນສະມະນະພຣາມ ຜູ້ຮູ້ທັງຫຼາຍຂົ່ມຂີ່ບໍ່ໄດ້ ເຮັດໃຫ້ເສົ້າໝອງບໍ່ໄດ້ ຕິຕຽນບໍ່ໄດ້ ຂັດງ້າງບໍ່ໄດ້.
ພິກຂຸ ທ. ! ທັມອັນເຮົາສະແດງແລ້ວ ເປັນທັມອັນສະມະນະພຣາມ ຜູ້ຮູ້ທັງຫຼາຍຂົ່ມຂີ່ບໍ່ໄດ້ ເຮັດໃຫ້ເສົ້າໝອງບໍ່ໄດ້ ຕິຕຽນບໍ່ໄດ້ ຂັດງ້າງບໍ່ໄດ້ ເປັນແນວໃດໜໍ ?
....(ຊົງສະແດງ ທາຕຫົກ)....
....(ຊົງສະແດງ ຜັສສາຍະຕະນະຫົກ)....
....(ຊົງສະແດງ ມະໂນປະວິຈາຣະສິບແປດ)....
ພິກຂຸ ທ. ! ທັມອັນເຮົາສະແດງແລ້ວວ່າ “ເຫຼົ່ານີ້ ຄື ອະຣິຍະສັຈຈ໌ທັງຫຼາຍ ໔ ປະການ” ດັ່ງນີ້ເປັນທັມອັນສະມະນະພຣາມ ຜູ້ຮູ້ທັງຫຼາຍຂົ່ມຂີ່ບໍ່ໄດ້ ເຮັດໃຫ້ເສົ້າໝອງບໍ່ໄດ້ ຕິຕຽນບໍ່ໄດ້ ຂັດງ້າງບໍ່ໄດ້.
ພິກຂຸ ທ. ! ທັມອັນເຮົາສະແດງແລ້ວວ່າ “ເຫຼົ່ານີ້ ຄື ອະຣິຍະສັຈຈ໌ທັງຫຼາຍ ໔ປະການ” ດັ່ງນີ້ ເປັນທັມອັນສະມະນະພຣາມ ຜູ້ຮູ້ທັງຫຼາຍຂົ່ມຂີ່ບໍ່ໄດ້ ເຮັດໃຫ້ເສົ້າໝອງບໍ່ໄດ້ ຕິຕຽນບໍ່ໄດ້ ຂັດງ້າງບໍ່ໄດ້. ຂໍ້ນີ້ ເປັນທັມທີ່ເຮົາກ່າວແລ້ວເຊັ່ນນີ້ ເຮົາອາໄສຊຶ່ງອັນໃດໜໍ ຈຶ່ງກ່າວແລ້ວເຊັ່ນນີ້ ? ພິກຂຸ ທ. ! ເພາະອາໄສຊຶ່ງທາຕທັງຫຼາຍ ໖ ປະການ ການກ້າວລົງສູ່ຄັນຍ່ອມມີ ; ເມື່ອການກ້າວລົງສູ່ຄັນມີຢູ່, ນາມຮູບຍ່ອມມີ; ເພາະມີນາມຮູບເປັນປັຈຈັຍ ຈຶ່ງມີສະລາຍະຕະນະ ; ເພາະມີສະລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ ; ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ ພິກຂຸ ທ. ! ເຮົາຍ່ອມບັນຍັຕວ່າ “ນີ້ເປັນຄວາມທຸກຂ໌” ດັ່ງນີ້ ; ວ່າ “ນີ້ເປັນທຸກຂະສະມຸທັຍ” ດັ່ງນີ້ ; ວ່າ “ນີ້ເປັນທຸກຂະນິໂຣທະ” ດັ່ງນີ້ ; ວ່າ “ນີ້ເປັນທຸກຂະນິໂຣທະຄາມິນີປະຕິປະທາ” ດັ່ງນີ້ ; ແກ່ສັຕຜູ້ສາມາດສະເຫວີຍເວທະນາ.
ພິກຂຸ ທ. ! ທຸກຂະອະຣິຢະສັຈຈະ ເປັນແນວໃດໜໍ ? ແມ່ນຄວາມເກີດກໍເປັນທຸກຂ໌, ແມ່ນຄວາມແກ່ກໍເປັນທຸກຂ໌, ແມ່ນຄວາມຕາຍກໍເປັນທຸກຂ໌, ແມ່ນໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍກໍເປັນທຸກຂ໌, ການປະສົບກັບສິ່ງບໍ່ເປັນທີ່ຮັກເປັນທຸກຂ໌, ຄວາມພັດພາກຈາກສິ່ງເປັນທີ່ຮັກເປັນທຸກຂ໌, ປາຖະໜາສິ່ງໃດແລ້ວບໍ່ໄດ້ສິ່ງນັ້ນ ນັ້ນກໍເປັນທຸກຂ໌ : ກ່າວໂດຍຫຍໍ້ ປັນຈຸປາທານຂັນທ໌ທັງຫຼາຍເປັນທຸກຂ໌. ພິກຂຸ ທ. ! ນີ້ເຮົາກ່າວວ່າ ທຸກຂະອະຣິຢະສັຈຈະ.
ພິກຂຸ ທ. ! ທຸກຂະສະມຸທະຢະອະຣິຢະສັຈຈະ ເປັນແນວໃດໜໍ ? ເພາະມີອະວິຊຊາເປັນປັຈຈັຍ ຈຶ່ງມີສັງຂາຣທັງຫຼາຍ; ເພາະມີສັງຂາຣເປັນປັຈຈັຍ ຈຶ່ງມີວິນຍານ; ເພາະມີວິນຍານເປັນປັຈຈັຍ ຈຶ່ງມີນາມຮູບ; ເພາະມີນາມຮູບເປັນປັຈຈັຍ ຈຶ່ງມີສະລາຍະຕະນະ; ເພາະມີສະລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ; ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ; ເພາະມີເວທະນາເປັນປັຈຈັຍ ຈຶ່ງມີຕັນຫາ; ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ; ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົບ; ເພາະມີພົບເປັນປັຈຈັຍ ຈຶ່ງມີຊາດ; ເພາະມີຊາດເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ : ຄວາມເກີດຂຶ້ນພ້ອມ ແຫ່ງກອງທຸກຂ໌ທັງມວນນີ້ ຍ່ອມມີດ້ວຍອາການເຊັ່ນນີ້. ພິກຂຸ ທ. ! ນີ້ເຮົາກ່າວວ່າ ທຸກຂະສະມຸທະຂະອະຣິຍະສັຈຈ໌.
ພິກຂຸ ທ. ! ທຸກຂະນິໂຣທະອະຣິຍະສັຈຈ໌ ເປັນແນວໃດໜໍ ? ເພາະຄວາມຈາງຄາຍດັບໄປໂດຍບໍ່ເຫຼືອ ແຫ່ງອະວິຊຊານັ້ນນັ້ນແລ. ຈຶ່ງມີຄວາມດັບແຫ່ງສັງຂາຣ; ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ; ເພາະມີຄວາມດັບແຫ່ງວິນຍານ ຈຶ່ງມີຄວາມດັບແຫ່ງນາມຮູບ; ເພາະມີຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງສະລາຍະຕະນະ; ເພາະມີຄວາມດັບແຫ່ງສະລາຍະຕະນະ ຈຶ່ງມີຄວາມດັບແຫ່ງຜັສສະ; ເພາະມີຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ; ເພາະມີຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ; ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ; ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ; ເພາະມີຄວາມດັບແຫ່ງພົບ ຈຶ່ງຄວາມດັບແຫ່ງຊາດ; ເພາະມີຄວາມດັບແຫ່ງຊາດນັ້ນແລ ຊະຣາມະຣະນະໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ : ຄວາມດັບລົງແຫ່ງກອງທຸກຂ໌ທັງມວນນີ້ ຍ່ອມ ມີດ້ວຍອາການເຊັ່ນນີ້. ພິກຂຸ ທ. ! ນີ້ເຮົາກ່າວວ່າ ທຸກຂະນິໂຣທະອະຣິຍະສັຈຈ໌.
ພິກຂຸ ທ. ! ທຸກຂະນິໂຣທະຄາມິນີປະຕິປະທາອະຣິຍະສັຈຈ໌ ເປັນແນວໃດໜໍ ? ມັຄຄະອັນປະເສີດປະກອບດ້ວຍອົງຄ໌ ໘ ປະການນີ້ນັ້ນເອງ ກ່າວຄື ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຍາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ທຸກຂະນິໂຣທະຄາມິນີປະຕິປະທາອະຣິຍະສັຈຈ໌.
ພິກຂຸ ທ. ! ຂໍ້ທີ່ວ່າ “ທັມອັນເຮົາສະແດງແລ້ວວ່າ ‘ເຫຼົ່ານີ້ຄືອະຣິຍະສັຈຈ໌ ທັງຫຼາຍ ໔ ປະການ’ ດັ່ງນີ້ ເປັນທັມອັນສະມະນະພຣາມ ຜູ້ຮູ້ທັງຫຼາຍຂົ່ມຂີ່ບໍ່ໄດ້ ເຮັດໃຫ້ເສົ້າໝອງບໍ່ໄດ້ ຕິຕຽນບໍ່ໄດ້ ຂັດງ້າງບໍ່ໄດ້” ດັ່ງນີ້ ອັນໃດທີ່ເຮົາກ່າວແລ້ວ; ຂໍ້ນັ້ນ ເຮົາກ່າວໝາຍເຖິງຂໍ້ຄວາມດັ່ງກ່າວມານີ້ແລ.
- ຕິກ. ອັງ. ໒໐/໒໒໕/໕໐໑.