ມະຫາພູຕະ ຄື ທາດສີ່
ອະຣິຍະສັດ 4
ພິກຂຸ ທ. ! ທາຕ ມີສີ່ຢ່າງ ເຫຼົ່ານີ້. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື ປະຖະວີທາຕຸ (ທາຕດິນ) ອາໂປທາຕຸ (ທາຕນໍ້າ) ເຕໂຊທາຕຸ (ທາຕໄຟ) ແລະວາໂຍທາຕຸ (ທາຕລົມ). ພິກຂຸ ທ. ! ເຫຼົ່ານີ້ແລ ຄື ທາຕສີ່ຢ່າງ.
- ນິທານ. ສັງ. ໑໖/໒໐໓/໔໐໓.
ພິກຂຸ ! ປະຖະວີທາຕ ເປັນແນວໃດໜໍ ? ປະຖະວີທາຕ ທີ່ເປັນໄປໃນພາຍໃນກໍມີ, ທີ່ເປັນພາຍນອກກໍມີ.
ພິກຂຸ ! ປະຖະວີທາຕ ທີ່ເປັນໄປໃນພາຍໃນ ເປັນແນວໃດໜໍ ? ພິກຂຸ ! ສ່ວນໃດເປັນຂອງແຂງ ເປັນຂອງຫຍາບ ອັນວິນຍານທາຕອາໄສແລ້ວ ຊຶ່ງມີຢູ່ໃນຕົນ ສະເພາະຕົນ ກ່າວຄືຜົມທັງຫຼາຍ ຂົນທັງຫຼາຍ ເລັບທັງຫຼາຍ ແຂ້ວທັງຫຼາຍ ໜັງ ຊີ້ນເນື້ອ ເອັນທັງຫຼາຍ ກະດູກທັງຫຼາຍ ເຍື່ອໃນກະດູກ ໄຕ ຫົວໃຈ ຕັບ ພັງຜືດ ມ້າມ ປອດ ລໍາໄສ້ສຸດ ອາຫາຣໃນກະເພາະ ອຸດຈາຣະ; ຫຼືແມ່ນສ່ວນອື່ນອີກໃດໆ (ຊຶ່ງມີລັກສະນະເຊັ່ນດຽວກັນ). ພິກຂຸ ! ນີ້ເອີ້ນວ່າ ປະຖະວີທາຕ ທີ່ເປັນໄປ ໃນພາຍໃນ. ພິກຂຸ ! ປະຖະວີທາຕ ທີ່ເປັນໄປໃນພາຍໃນກໍຕາມ ທີ່ເປັນພາຍນອກກໍຕາມ; ນີ້ແຫຼະ ເອີ້ນວ່າ ປະຖະວີທາຕ.
- ອຸປຣິ. ມ. ໑໔/໔໓໗/໖໘໔.
ພິກຂຸ ທ. ! ອາໂປທາຕ ເປັນແນວໃດໜໍ ? ອາໂປທາຕ ທີ່ເປັນໄປໃນພາຍໃນກໍມີ, ທີ່ເປັນພາຍນອກກໍມີ.
ພິກຂຸ ທ. ! ອາໂປທາຕ ທີ່ເປັນໄປໃນພາຍໃນ ເປັນແນວໃດໜໍ ? ພິກຂຸ ! ສ່ວນໃດເອີບອາບ ປຽກຊຸ່ມ ອັນວິນຍານທາຕ ອາໄສແລ້ວ ຊຶ່ງມີຢູ່ໃນຕົນ ສະເພາະຕົນ ກ່າວຄື ນໍ້າບີ ນໍ້າສະເລດ ໜອງ ເລືອດ ເຫື່ອ ໄຂມັນ ນໍ້າຕາ ນໍ້າເຫຼືອງ ນໍ້າລາຍ ນໍ້າເມືອກ ນໍ້າມື່ນຫຼໍ່ລື່ນຂໍ້ ນໍ້າມູດ; ຫຼືແມ່ນສ່ວນອື່ນອີກໃດໆ (ຊຶ່ງມີລັກສະນະເຊັ່ນດຽວກັນ). ພິກຂຸ ! ນີ້ ເອີ້ນວ່າອາໂປທາຕ ທີ່ເປັນໄປໃນພາຍໃນ. ພິກຂຸ ! ອາໂປທາຕ ທີ່ເປັນໄປໃນພາຍໃນກໍຕາມ ທີ່ເປັນພາຍນອກກໍຕາມ; ນີ້ແຫຼະເອີ້ນວ່າ ອາໂປທາຕ.
- ອຸປຣິ. ມ. ໑໔/໔໓໘/໖໘໕.
ພິກຂຸ ! ເຕໂຊທາຕ ເປັນແນວໃດໜໍ ? ເຕໂຊທາຕ ທີ່ເປັນໄປໃນພາຍໃນກໍມີ, ທີ່ເປັນພາຍນອກກໍມີ.
ພິກຂຸ ! ເຕໂຊທາຕ ທີ່ເປັນໄປໃນພາຍໃນ ເປັນແນວໃດໜໍ ? ພິກຂຸ ! ສ່ວນໃດເປັນຂອງເຜົາ ເປັນຂອງໄໝ້ ອັນວິນຍານທາຕອາໄສແລ້ວ ຊຶ່ງມີຢູ່ໃນຕົນ ສະເພາະຕົນ ກ່າວຄືທາຕໄຟທີ່ຍັງກາຍໃຫ້ອົບອຸ່ນຢ່າງໜຶ່ງ, ທາຕໄຟທີ່ຍັງກາຍໃຫ້ຊະຣາ ຊຸດໂຊມຢ່າງໜຶ່ງ, ທາຕໄຟທີ່ຍັງກາຍໃຫ້ກະວົນກະວາຍຢ່າງໜຶ່ງ, ທາຕໄຟທີ່ເຮັດອາຫາຣ ຊຶ່ງກິນແລ້ວ ດື່ມແລ້ວ ຄ້ຽວແລ້ວ ຊິມແລ້ວ ໃຫ້ແປຮູບໄປດ້ວຍດີຢ່າງໜຶ່ງ; ຫຼືແມ່ນສ່ວນອື່ນອີກໃດໆ (ຊຶ່ງມີລັກສະນະເຊັ່ນດຽວກັນ). ພິກຂຸ ! ນີ້ ເອີ້ນວ່າ ເຕໂຊທາຕ ທີ່ເປັນໄປໃນພາຍໃນ. ພິກຂຸ! ເຕໂຊທາຕ ທີ່ເປັນໄປໃນພາຍໃນກໍຕາມ ທີ່ເປັນພາຍນອກກໍຕາມ; ນີ້ແຫຼະເອີ້ນວ່າ ເຕໂຊທາຕ.
- ອຸປຣິ. ມ. ໑໔/໔໓໘/໖໘໖.
ພິກຂຸ ! ວາໂຍທາຕ ເປັນແນວໃດໜໍ ? ວາໂຍທາຕ ທີ່ເປັນໄປໃນພາຍໃນກໍມີ, ທີ່ເປັນພາຍນອກກໍມີ.
ພິກຂຸ ! ວາໂຍທາຕ ທີ່ເປັນໄປໃນພາຍໃນ ເປັນແນວໃດໜໍ ? ພິກຂຸ ! ສ່ວນໃດເປັນລົມເຄື່ອນໂຕໄດ້ ອັນວິນຍານທາຕອາໄສແລ້ວ ຊຶ່ງມີຢູ່ໃນຕົນ ສະເພາະຕົນ ກ່າວຄືລົມພັດຂຶ້ນເບື້ອງສູງຢ່າງໜຶ່ງ, ລົມພັດລົງເບື້ອງຕໍ່າຢ່າງໜຶ່ງ, ລົມນອນຢູ່ໃນທ້ອງຢ່າງໜຶ່ງ, ລົມນອນຢູ່ໃນລໍາໄສ້ຢ່າງໜຶ່ງ, ລົມແລ່ນໄປທົ່ວທັງໂຕຢ່າງໜຶ່ງ, ແລະລົມຫາຍໃຈເຂົ້າ-ອອກຢ່າງໜຶ່ງ; ຫຼືແມ່ນສ່ວນອື່ນອີກໃດໆ (ຊຶ່ງມີລັກສະນະເຊັ່ນດຽວກັນ). ພິກຂຸ ! ນີ້ເອີ້ນວ່າ ວາໂຍທາຕ ທີ່ເປັນໄປໃນພາຍໃນ. ພິກຂຸ ! ວາໂຍທາຕ ທີ່ເປັນໄປໃນພາຍໃນກໍຕາມ ທີ່ເປັນພາຍນອກກໍຕາມ ; ນີ້ແຫຼະເອີ້ນວ່າ ວາໂຍທາຕ.
- ອຸປຣິ. ມ. ໑໔/໔໓໙/໖໘໗.