ຄວາມສຸກຂອງຜູ້ຄອງເຮືອນ
ຄູ່ສົມຣົດ
ພຣະພຸດທະເຈົ້າໄດ້ຊີ້ແຈງທຳມະແກ່ອານາທະບິນຍິກເສດຖີ ກ່ຽວກັບຄວາມສຸກ ໔ ປະການທີ່ຄຣິຫັດຖະຄວນໄດ້ຮັບ
ຄວາມສຸກ ໔ ປະການ ທີ່ຄຣິຫັດຖະຜູ້ບໍລິໂພກກາມຄວນໄດ້ຮັບ ຄື:
- ຄວາມສຸກເກີດຈາກການມີຊັບສົມບັດ ຄື ຄວາມສຸກໃນຊັບສົມບັດທີ່ຫາມາໄດ້ດ້ວຍຄວາມຂະຍັນພະຍາຍາມ ສັ່ງສົມຂຶ້ນດ້ວຍກຳລັງແຂນ ມີເຫື່ອລົມຕົວ ປະກອບໃນທຳມະ ໄດ້ມາໂດຍທຳມະ
- ຄວາມສຸກເກີດຈາກການຈ່າຍຊັບສົມບັດບໍລິໂພກ ຄື ຄວາມສຸກໃນການນຳໃຊ້ຊັບສົມບັດຫຼືເຮັດບຸນຕ່າງໆ ດ້ວຍຊັບສົມບັດທີ່ຕົນຫາມາໄດ້ດ້ວຍຄວາມຂະຍັນພະຍາຍາມ ປະກອບໃນທຳມະ ໄດ້ມາໂດຍທຳມະ
- ຄວາມສຸກເກີດຈາກການບໍ່ເປັນໜີ້ ຄື ຄວາມສຸກຈາກການບໍ່ເປັນໜີ້ຜູ້ໃດ ບໍ່ວ່ານ້ອຍຫຼືຫຼາຍ
- ຄວາມສຸກເກີດຈາກການປະກອບການງານທີ່ປາດສະຈາກໂທດ ຄື ຄວາມສຸກຈາກການປະກອບດ້ວຍກາຍະກັມ ວາຈີກັມ ແລະ ມະໂນກັມ ທີ່ຫາໂທດບໍ່ໄດ້
ມະນຸດຜູ້ທີ່ຈະຕ້ອງຕາຍ ເມື່ອຮູ້ການບໍ່ເປັນໜີ້ວ່າເປັນຄວາມສຸກແລ້ວ ລະນຶກເຖິງຄວາມສຸກທີ່ເກີດຈາກການມີຊັບສົມບັດ ເມື່ອນຳໃຊ້ຊັບສົມບັດເປັນຄວາມສຸກຢູ່ ຍ່ອມເຫັນແຈ້ງດ້ວຍປັນຍາວ່າ ຄວາມສຸກແມ້ທັງ ໓ ຢ່າງນີ້ ຍັງບໍ່ຮອດແມ້ສ່ວນທີ່ ໑໖ ຂອງຄວາມສຸກທີ່ເກີດຈາກການປະກອບການງານທີ່ປາດສະຈາກໂທດ
**ອ້າງອິງ**
ອັນນະນາຖະສູດ ພຣະໄຕຣະປິຕົກສະບັບຫຼວງ ເຫລັ້ມທີ່ ໒໑ ຂໍ້ທີ່ ໖໒ ໜ້າ ໖໘