ຕ້ອງລະສັນທະຣາຄະໃນເບັນຈະຂັນ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ສິ່ງໃດບໍ່ທ່ຽງ, ພວກເຈົ້າຕ້ອງລະສັນທະຣາຄະ (ຄວາມກໍາໜັດເພາະພໍໃຈ) ໃນສິ່ງນັ້ນ. ພິກຂຸ ທ. ! ກໍສິ່ງໃດໜໍບໍ່ທ່ຽງ ? ພິກຂຸ ທ. ! ຮູບບໍ່ທ່ຽງ, ເວທະນາບໍ່ທ່ຽງ, ສັນຍາບໍ່ທ່ຽງ, ສັງຂາຣທັງຫຼາຍບໍ່ທ່ຽງ, ແລະວິນຍານບໍ່ທ່ຽງ. ພວກເຈົ້າຕ້ອງລະສັນທະຣາຄະໃນສິ່ງນັ້ນ. ພິກຂຸ ທ. ! ຄືສິ່ງໃດ ທີ່ບໍ່ທ່ຽງ ພວກເຈົ້າຕ້ອງລະສັນທະຣາຄະ ໃນສິ່ງນັ້ນແຫຼະ.
- ຂັນທ. ສັງ. ໑໗/໒໑໗/໓໓໗.

ພິກຂຸ ທ. ! ສິ່ງໃດເປັນທຸກຂ໌, ພວກເຈົ້າຕ້ອງລະສັນທະຣາຄະ (ຄວາມກໍາໜັດເພາະພໍໃຈ) ໃນສິ່ງນັ້ນ. ພິກຂຸ ທ. ! ກໍສິ່ງໃດໜໍເປັນທຸກຂ໌ ? ພິກຂຸ ທ. ! ຮູບ ເປັນທຸກຂ໌, ເວທະນາ ເປັນທຸກຂ໌, ສັນຍາ ເປັນທຸກຂ໌, ສັງຂາຣທັງຫຼາຍ ເປັນທຸກຂ໌,ແລະ ວິນຍານ ເປັນທຸກຂ໌. ພວກເຈົ້າຕ້ອງລະສັນທະຣາຄະໃນສິ່ງນັ້ນ. ພິກຂຸ ທ. ! ຄືສິ່ງໃດ ທີ່ເປັນທຸກຂ໌ ພວກເຈົ້າຕ້ອງລະສັນທະຣາຄະ ໃນສິ່ງນັ້ນແຫຼະ.
- ຂັນທະ. ສັງ. ໑໗/໒໑໘/໓໓໘.

ພິກຂຸ ທ. ! ສິ່ງໃດ ເປັນອະນັຕຕາ, ພວກເຈົ້າຕ້ອງລະສັນທະຣາຄະ (ຄວາມກໍາໜັດເພາະພໍໃຈ) ໃນສິ່ງນັ້ນ. ພິກຂຸ ທ. ! ກໍສິ່ງໃດໜໍ ເປັນອະນັຕຕາ ? ພິກຂຸ ທ. !ຮູບ ເປັນອະນັຕຕາ, ເວທະນາ ເປັນອະນັຕຕາ, ສັນຍາ ເປັນອະນັຕຕາ, ສັງຂາຣທັງຫຼາຍ ເປັນອະນັຕຕາ, ແລະວິນຍານ ເປັນອະນັຕຕາ. ພວກເຈົ້າຕ້ອງລະສັນທະຣາຄະ ໃນສິ່ງນັ້ນ. ພິກຂຸ ທ. ! ຄືສິ່ງໃດ ທີ່ເປັນອະນັຕຕາ ພວກເຈົ້າຕ້ອງລະສັນທະຣາຄະ ໃນສິ່ງນັ້ນແຫຼະ.
- ຂັນທະ. ສັງ. ໑໗/໒໑໘/໓໔໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ