ການເຮັດກຳທາງໃດມີໂທດຫຼາຍທີ່ສຸດ

ກຳ

0:00/0:00
ທີຄະຕະປັສສີນິຄັນຖ໌ ໄດ້ຂາບທູນຖາມພຣະຜູ້ມີພຣະພາຄວ່າ

ທ່ານພຣະໂຄດົມ ! ພຣະອົງຄ໌ເດ ຍ່ອມບັນຍັຕທັນດະ ໃນການເຮັດບາບກັມ ໃນການເປັນໄປແຫ່ງບາບກັມໄວ້ທໍ່ໃດ ?

ທີຄະຕະປັສສີ ! ຕະຖາຄົຕຈະບັນຍັຕວ່າກັມ ໆ ດັ່ງນີ້ເປັນອາຈິນ.

ທ່ານພຣະໂຄດົມ ! ກໍພຣະອົງຄ໌ຍ່ອມບັນຍັຕວ່າກັມ ໃນການເຮັດບາບກັມ ໃນການເປັນໄປແຫ່ງບາບກັມໄວ້ທໍ່ໃດ ?

ທີຄະຕະປັສສີ ! ເຮົາຍ່ອມບັນຍັຕກັມ ໃນການເຮັດບາບກັມ ໃນການເປັນໄປແຫ່ງບາບກັມໄວ້ ໓ ປະການ ຄື ກາຢະກັມ ໑ ວະຈີກັມ ໑ ມະໂນກັມ ໑.

ທ່ານພຣະໂຄດົມ ! ກໍກາຢະກັມຢ່າງໜຶ່ງ ວະຈີກັມຢ່າງໜຶ່ງ ມະໂນກັມຢ່າງໜຶ່ງ ບໍ່ແມ່ນເບາະ ?

ທີຄະຕະປັສສີ ! ກາຢະກັມຢ່າງໜຶ່ງ ວະຈີກັມຢ່າງໜຶ່ງ ມະໂນກັມຢ່າງໜຶ່ງ.

ທ່ານພຣະໂຄດົມ ! ກໍບັນດາກັມທັງ ໓ ປະການ ທີ່ຈໍາແນກອອກແລ້ວເປັນສ່ວນລະຢ່າງຕ່າງກັນ ເຫຼົ່ານີ້ ກັມໃດ ຄື ກາຢະກັມ ວະຈີກັມ ຫຼື ມະໂນກັມ ທີ່ພຣະອົງຄ໌ບັນຍັຕ ວ່າມີໂທດຫຼາຍກວ່າ ໃນການເຮັດບາບກັມ ໃນການເປັນໄປແຫ່ງບາບກັມ ?

ທີຄະຕະປັສສີ ! ບັນດາກັມທັງ ໓ ປະການ ທີ່ຈໍາແນກອອກແລ້ວ ເປັນສ່ວນລະຢ່າງຕ່າງກັນເຫຼົ່ານີ້ ເຮົາບັນຍັຕ ມະໂນກັມ ວ່າມີໂທດຫຼາຍກວ່າ ໃນການເຮັດບາບກັມ ໃນການເປັນໄປແຫ່ງບາບກັມ
ເຮົາຈະບັນຍັຕກາຢະກັມ ວະຈີກັມ ວ່າມີໂທດຫຼາຍ ເໝືອນມະໂນກັມ ກໍຫາບໍ່ໄດ້.

ທ່ານພຣະໂຄດົມ ! ພຣະອົງຄ໌ຕຣັດວ່າມະໂນກັມເບາະ ?

ທີຄະຕະປັສສີ ! ເຮົາກ່າວວ່າມະໂນກັມ.

ທ່ານພຣະໂຄດົມ ! ພຣະອົງຄ໌ຕຣັດວ່າມະໂນກັມເບາະ ?

ທີຄະຕະປັສສີ ! ເຮົາກ່າວວ່າມະໂນກັມ.

ທ່ານພຣະໂຄດົມ ! ພຣະອົງຄ໌ຕຣັດວ່າມະໂນກັມເບາະ ?

ທີຄະຕະປັສສີ ! ເຮົາກ່າວວ່າມະໂນກັມ.

ທີຄະຕະປັສສີນິຄັນຖ໌ ໃຫ້ພຣະຜູ້ມີພຣະພາຄຊົງຢືນຢັນໃນເລື່ອງທີ່ຕຣັດນີ້ເຖິງ ໓ ເທື່ອ ດ້ວຍປະການສະນີ້ ແລ້ວລຸກຈາກອາສະນະ ເຂົ້າໄປຫານິຄັນຖະນາຕະບຸຕເຖິງທີ່ຢູ່.

(ຈາກນັ້ນໄດ້ມີ ອຸບາລີຄະຫະບໍດີ ເຂົ້າມາເພື່ອສົນທະນາໃນເລື່ອງນີ້ ຕໍ່ຈາກທີຄະຕະປັສສີນິຄັນຖ໌ ໂດຍຍັງມີຄວາມເຫັນວ່າ ກັມທາງກາຍມີໂທດຫຼາຍກວ່າກັມທາງໃຈ ແລະພຣະຜູ້ມີພຣະພາຄໄດ້ຍົກອຸປະມາ ເພື່ອໃຫ້ເຫັນປຽບທຽບໄດ້ຊັດເຈນຍິ່ງຂຶ້ນ ດັ່ງນີ້)

ຄະຫະບໍດີ ! ທ່ານຈະສໍາຄັນຄວາມຂໍ້ນີ້ເປັນແນວໃດ ໃນບ້ານນາລັນທານີ້ ຍ່ອມມີບຸຣຸສຄົນໜຶ່ງຍົກງ້າງດາບມາ ເຂົາຍ່ອມກ່າວເຊັ່ນນີ້ວ່າ ເຮົາຈັກເຮັດສັຕ ເທົ່າທີ່ມີຢູ່ໃນບ້ານນາລັນທານີ້ ໃຫ້ເປັນລານຊີ້ນອັນດຽວກັນ ໃຫ້ເປັນກອງຊີ້ນອັນດຽວກັນ ໂດຍຂະນະໜຶ່ງ ໂດຍບຶດດຽວ. ຄະຫະບໍດີ ! ທ່ານຈະສໍາຄັນຄວາມຂໍ້ນັ້ນເປັນແນວໃດ ບຸຣຸສນັ້ນຈະສາມາດເຮັດສັຕ ເທົ່າທີ່ມີຢູ່ໃນບ້ານນາລັນທານີ້ ໃຫ້ເປັນລານຊີ້ນອັນດຽວກັນ ໃຫ້ເປັນກອງຊີ້ນອັນດຽວກັນ ໂດຍຂະນະໜຶ່ງ ໂດຍບຶດດຽວໄດ້ຫຼືບໍ່ ?

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ບຸຣຸສ ໑໐ ຄົນກໍດີ ໒໐ ຄົນກໍດີ ໓໐ ຄົນກໍດີ ໔໐ ຄົນກໍດີ ໕໐ ຄົນກໍດີ ບໍ່ສາມາດຈະເຮັດສັຕ ເທົ່າທີ່ມີຢູ່ໃນບ້ານນາລັນທານີ້ ໃຫ້ເປັນລານຊີ້ນອັນດຽວກັນ ໃຫ້ເປັນກອງຊີ້ນອັນດຽວກັນ ໂດຍຂະນະໜຶ່ງ ໂດຍບຶດດຽວໄດ້ ຂ້ານ້ອຍ ບຸຣຸສຜູ້ຕ່ຳຊາມຄົນດຽວຈະເກັ່ງກາດສໍ່າໃດໜໍ.

ຄະຫະບໍດີ ! ທ່ານຈະສໍາຄັນຄວາມຂໍ້ນີ້ເປັນແນວໃດ
ສະມະນະຫຼືພຣາມຜູ້ມີລິດ ເຖິງຄວາມເປັນຜູ້ຊໍານານໃນທາງຈິຕ ຍ່ອມມາໃນບ້ານນາລັນທານີ້ ສະມະນະຫຼືພຣາມນັ້ນ ຍ່ອມກ່າວເຊັ່ນນີ້ວ່າ ເຮົາຈັກເຮັດບ້ານນາລັນທານີ້ ໃຫ້ເປັນຂີ້ເຖົ່າ ດ້ວຍໃຈຄິດປະທຸສະຮ້າຍເທື່ອດຽວ. ຄະຫະບໍດີ ! ທ່ານຈະສໍາຄັນຄວາມຂໍ້ນັ້ນເປັນແນວໃດ ສະມະນະຫຼືພຣາມຜູ້ມີລິດ ເຖິງຄວາມເປັນຜູ້ຊໍານານໃນທາງຈິຕນັ້ນ ຈະສາມາດເຮັດບ້ານນາລັນທານີ້ ໃຫ້ເປັນຂີ້ເຖົ່າ ດ້ວຍໃຈຄິດປະທຸສະຮ້າຍເທື່ອດຽວ ໄດ້ຫຼືບໍ່ໜໍ ?

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ບ້ານນາລັນທາ ໑໐ ບ້ານກໍດີ ໒໐ ບ້ານກໍດີ ໓໐ ບ້ານກໍດີ ໔໐ ບ້ານກໍດີ ໕໐ ບ້ານກໍດີ ສະມະນະຫຼືພຣາມຜູ້ມີລິດ ເຖິງຄວາມເປັນຜູ້ຊໍານານໃນທາງຈິຕນັ້ນ ຍັງສາມາດເຮັດໃຫ້ເປັນຂີ້ເຖົ່າໄດ້ດ້ວຍໃຈຄິດປະທຸສະຮ້າຍເທື່ອດຽວ ແລ້ວບ້ານນາລັນທາທີ່ຊຸດໂຊມຫຼັງດຽວຈະຄະນາອັນໃດໜໍ.

ຄະຫະບໍດີ ! ທ່ານຈົ່ງມະນະສິກາຣະ ຄັນແລ້ວຈົ່ງພະຍາກອນ ຄໍາຫຼັງກັບຄໍາກ່ອນກໍດີ ຄໍາກ່ອນກັບຄໍາຫຼັງກໍດີ ຂອງທ່ານ ບໍ່ຕໍ່ກັນເລີຍ...

ມ. ມ. ໑໓/໕໔/໖໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ