ຄົນກ່າວຄໍາຂີ້ຕົວະ ເພາະກາມ
ສັງໂຍດ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຜູ້ຂ້ານັ່ງແລ້ວ ໃນທີ່ວິນິດໄສອັຕຖະຄະດີນັ້ນແຫຼະ ໄດ້ເຫັນພວກກະສັດມະຫາສານແດ່ ພວກພຣາມມະຫາສານແດ່ ພວກຄະຫະບໍດີມະຫາສານແດ່ ຊຶ່ງເປັນຜູ້ມັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ ມີເງິນຄໍາພຽງພໍ ມີອຸປະກອນໃນການຫາຊັບຫຼວງຫຼາຍພາຍມາກ ມີເຂົ້າເປືອກ ເປັນຫຼັກຊັບຢູ່ມາກຫຼາຍ ປະກອບການກ່າວຄໍາຂີ້ຕົວະ ທັງທີ່ຮູ້ວ່າເປັນຄໍາຂີ້ຕົວະ ເພາະກາມເປັນເຫຕ ເພາະກາມເປັນຕົ້ນເຫຕ ເພາະກາມເປັນເຄື່ອງເຮັດໃຫ້ເວົ້າອອກມາ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄວາມຄິດ ໄດ້ເກີດຂຶ້ນແກ່ຜູ້ຂ້າວ່າ ‘ບັດນີ້ພໍແລ້ວ ໃນການວິນິດໄສອັຕຖະຄະດີ, ບັດນີ້ ພັດທະຣະມຸຂະ (ວິດູດະພະ) ຈະປາກົດໂຕ ໃນການວິນິດໄສອັຕຖະຄະດີສືບຕໍ່ໄປ’ ດັ່ງນີ້.”
ມະຫາຣາຊະ ! ຂໍ້ນັ້ນ ເປັນເຊັ່ນນັ້ນ, ມະຫາຣາຊະ ! ຂໍ້ນັ້ນ ເປັນເຊັ່ນນັ້ນ; ມະຫາຣາຊະ ! ຄືຂໍ້ທີ່ພວກກະສັດມະຫາສານແດ່ ພວກພຣາມມະຫາສານແດ່ ພວກຄະຫະບໍດີມະຫາສານແດ່ ຊຶ່ງເປັນຜູ້ມັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ ມີຄຳເງິນພຽງພໍ ມີອຸປະກອນໃນການຫາຊັບມາກຫຼາຍ ມີເຂົ້າເປືອກເປັນຫຼັກຊັບຢູ່ຫຼວງຫຼາຍພາຍມາກ ປະກອບການກ່າວຄໍາຂີ້ຕົວະ ທັງທີ່ຮູ້ວ່າເປັນຄໍາຂີ້ຕົວະ ເພາະກາມເປັນເຫຕ ເພາະກາມເປັນຕົ້ນເຫຕ ເພາະກາມເປັນເຄື່ອງເຮັດໃຫ້ເວົ້າອອກມາ. ການປະພຶດເຊັ່ນນີ້ ຂອງຄົນເຫຼົ່ານັ້ນ ຈະເປັນໄປເພື່ອຄວາມທຸກຂ໌ ອັນບໍ່ເປັນປະໂຍຊນ໌ເກື້ອກູນ ຕະຫຼອດກາລະອັນດົນນານ;
ຄັນຕຣັດດັ່ງນີ້ແລ້ວ ໄດ້ຕຣັດຕໍ່ໄປ ຊຶ່ງເປັນຄໍາຮ້ອຍກອງວ່າ :-
“ຜູ້ຍ້ອມຕິດຢູ່ໃນການບໍຣິໂພກກາມ ພົວພັນ ໝົກໝຸ້ນຢູ່ໃນກາມທັງຫຼາຍ ຍ່ອມບໍ່ມີຄວາມຮູ້ສຶກຄວາມລະຫຼວມໂຕຂອງຕົນ ເໝືອນດັ່ງມັດສະຢາຊາດ (ປາ) ຕົກເຂົ້າສູ່ເຄື່ອງດັກ ສະນັ້ນ. ຄວາມເດືອດຮ້ອນ ຍ່ອມມີແກ່ເຂົາໃນພາຍຫຼັງ ເພາະວ່າ ຜົລ ທີ່ເຂົາສ້າງໄວ້ ເປັນຄວາມຊົ່ວ” ດັ່ງນີ້ ແລ.
- ສະຄາ. ສັງ. ໑໕/໑໐໗/໓໔໓-໓໔໕.