ຄຳທີ່ໃຊ້ເອີ້ນແທນຄວາມເປັນ ພຣະໂສດາບັນ

ໂສດາບັນ

0:00/0:00
ພິກຂຸທັງຫຼາຍ ! ອະຣິຍະສາວົກ ຍ່ອມມາຮູ້ປະຈັກແຈ້ງເຖິງເຫຕເກີດແລະຄວາມດັບແຫ່ງໂລກ ຕາມທີ່ເປັນຈິງຢ່າງນີ້ ໃນກາລໃດ; ໃນກາລນັ້ນ ເຮົາເອີ້ນອະຣິຍະສາວົກນີ້ ວ່າ: -
“ຜູ້ສົມບູນແລ້ວດ້ວຍທິຕຖິ” ດັ່ງນີ້ແດ່;
“ຜູ້ສົມບູນແລ້ວດ້ວຍທັດສະນະ” ດັ່ງນີ້ແດ່;
“ຜູ້ມາເຖິງພຣະສັດທັມນີ້ແລ້ວ” ດັ່ງນີ້ແດ່;
“ຜູ້ໄດ້ເຫັນຢູ່ຊຶ່ງພຣະສັດທັມນີ້” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍຍານອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍວິຊຊາອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ເຖິງຊຶ່ງກະແສແຫ່ງທັມແລ້ວ” ດັ່ງນີ້ແດ່;
“ຜູ້ປະເສີດມີປັນຍາເຄື່ອງເຈາະແທງກິເລສ” ດັ່ງນີ້ແດ່;
“ຢືນຢູ່ຈໍາຂອບປະຕູແຫ່ງອະມະຕະ” ດັ່ງນີ້ແດ່, ດັ່ງນີ້ ແລ.

- ບາລີ ນິທານ. ສັງ. ໑໖/໙໒/໑໘໗.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ