ວ່າດ້ວຍຂໍ້ຄວາມທີ່ຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັດຈະ (ຈົບ) ຄໍາຊີ້ຊວນວິງວອນ
ອະຣິຍະສັດ 4
ຄໍາຊີ້ຊວນວິງວອນ
ພິກຂຸ ທ. ! ໂຢຄະກັມ ອັນເຈົ້າຕ້ອງປະພຶດ ເພື່ອໃຫ້ຮູ້ວ່າ
“ນີ້ທຸກຂ໌ ນີ້ເຫຕໃຫ້ເກີດແຫ່ງທຸກຂ໌ ນີ້ຄວາມດັບສະນິດແຫ່ງທຸກຂ໌
ນີ້ທາງໃຫ້ເຖິງຄວາມດັບສະນິດແຫ່ງທຸກຂ໌.”
ເທສິຕັງ ໂວ ມະຢາ ນິບພານັງ ເທສິໂຕ ນິພພານະຄາມິມັກໂຄ
ນິພພານ ເຮົາໄດ້ສະແດງແລ້ວ,
ທາງໃຫ້ເຖິງນິພພານ ເຮົາກໍໄດ້ສະແດງແລ້ວ ແກ່ເຈົ້າທັງຫຼາຍ.
ກິດໃດ ທີ່ສາສດາຜູ້ອິດູ ສະແຫວງຫາປະໂຍຊນ໌ເກື້ອກູນ
ອາໄສຄວາມອິດູແລ້ວ ຈະຕ້ອງເຮັດ ແກ່ສາວົກທັງຫຼາຍ,
ກິດນັ້ນ ເຮົາໄດ້ເຮັດແລ້ວແກ່ພວກເຈົ້າ.
ນັ້ນເຫງົ້າໄມ້ ; ນັ້ນເຮືອນວ່າງ.
ພວກເຈົ້າຈົ່ງພຽນເຜົາກິເລສ, ຢ່າໄດ້ປະມາດ,
ຢ່າເປັນຜູ້ທີ່ຕ້ອງຮ້ອນໃຈ ໃນພາຍຫລັງເລີຍ.
ອະຢັງ ໂວ ອັມຫາກັງ ອະນຸສາສນີ
ນີ້ແຫຼະ ວາຈາເຄື່ອງກ່າວພໍ່າສອນຂອງເຮົາ ແກ່ເຈົ້າທັງຫຼາຍ.
(ມຫາວາຣ. ສັງ. - ສະລາ. ສັງ.)