ທັມມະທາດຕ່າງໆທີ່ເປັນຜົນຂອງສະມະຖະວິປັດສະນາອັນດັບສຸດທ້າຍ (ອະພິນຍາຫົກ)
ທໍາໃນທີສຸດ
(ເລື່ອງຄວນເບິ່ງປະກອບໃນອະຣິຍະ. ໂອ. ປາຍ. ໜ້າ ໑໕໑໙, ໑໕໕໙, ແລະໃນຂຸມ. ໂອ. ໜ້າ ໒໓໐)
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຜົລເທົ່າໃດ ອັນບຸຄຄົລ ຍ່ອມບັນລຸດ້ວຍເສຂະຍານ ດ້ວຍເສຂະວິຊຊາ ຜົລນັ້ນ ຂ້ານ້ອຍບັນລຸແລ້ວໂດຍລໍາດັບ; ຂໍພຣະຜູ້ມີພຣະພາຄ ຈົ່ງຊົງສະແດງທັມ ທີ່ຍິ່ງຂຶ້ນໄປແກ່ຂ້ານ້ອຍແດ່ເທີ້ນ ຂ້ານ້ອຍ !”
ວັດສະ ! ຖ້າເຊັ່ນນັ້ນ ເຈົ້າຈົ່ງຈະເຣີນທັມທັງສອງ ໃຫ້ຍິ່ງຂຶ້ນໄປ ຄືສະມະຖະ ແລະວິປັສສະນາ, ວັດສະ ! ທັມທັງສອງຄື ສະມະຖະແລະວິປັສສະນາເຫຼົ່ານີ້ແລ ອັນເຈົ້າຈະເຣີນໃຫ້ຍິ່ງຂຶ້ນໄປແລ້ວ ຈະເປັນໄປເພື່ອແທງຕະຫຼອດຊຶ່ງທາຕເປັນອະເນກ ໑ (ກ່າວຄື :-)
໑. ວັດສະ ! ເຈົ້າຈະ ມີໄດ້ໂດຍສະເພາະຊຶ່ງອິດທິວິທີ ມີຢ່າງຕ່າງໆ ຕາມທີ່ເຈົ້າຫວັງ ເຊັ່ນເຈົ້າຫວັງວ່າ ເຮົາຜູ້ດຽວ ແປງຮູບເປັນຫຼາຍຄົນ, ຫຼາຍຄົນເປັນຄົນດຽວ, ເຮັດທີ່ກໍາບັງໃຫ້ເປັນທີ່ແຈ້ງ, ເຮັດທີ່ແຈ້ງໃຫ້ເປັນທີ່ກໍາບັງ, ໄປໄດ້ບໍ່ຂັດຂ້ອງຜ່ານຊອດທະລຸຝາ ຊອດທະລຸກໍາແພງ ຊອດທະລຸພູເຂົາ ດຸດດັ່ງໄປໃນອາກາດ ວ່າງ, ຜຸດຂຶ້ນ ແລະດໍາລົງໃນແຜ່ນດິນໄດ້ເໝືອນໃນນໍ້າ, ຍ່າງໄດ້ເທິງນໍ້າເໝືອນຍ່າງເທິງແຜ່ນດິນ, ທັງທີ່ຍັງນັ່ງຂັດສະມາທິຄູ້ບັນລັງລອຍໄປໄດ້ໃນອາກາດເໝືອນນົກມີປີກ, ລູບຄໍາດວງຈັນແລະດວງອາທິຕ ອັນມີລິດອານຸພາບຫຼາຍເຊັ່ນນີ້ໄດ້ດ້ວຍຝ່າມື, ແລະສະແດງອໍານາດທາງກາຍ ເປັນໄປຕະຫຼອດເຖິງພຣົມມະໂລກໄດ້, ດັ່ງນີ້. ໃນ ອິດທິວິທີຍານະທາຕຸ ນັ້ນໆ ນັ້ນແຫຼະ ເຈົ້າກໍຈະເຖິງຄວາມສາມາດເຮັດໄດ້ ຈົນເປັນສັກຂີພະຍານ ໃນຂະນະທີ່ອາຍະຕະນະ ຍັງມີຢູ່ໆ.
໑. ຄໍາວ່າທາຕໃນກໍລະນີນີ້ ໝາຍເຖິງທັມມະທາຕ ເຊັ່ນນິພພານ ກໍເປັນທາຕຢ່າງໜຶ່ງ ເປັນຕົ້ນ ບໍ່ໄດ້ມີຄວາມໝາຍຢ່າງໃນພາສາໄທ (ຫຼືລາວ).
໒. ວັດສະ ! ເຈົ້າຈະມີໄດ້ຕາມທີ່ເຈົ້າຫວັງ ຄື ມີໂສຕະທາຕອັນເປັນທິບ ບໍຣິສຸດໝົດຈົດ ກ້າວຂ້າມໂສຕະແຫ່ງສາມັນມະນຸສສ໌ ໄດ້ຍິນສຽງທັງສອງ ຄື ທັງສຽງທິບ ແລະສຽງມະນຸສສ໌ ທັງທີ່ໄກ ແລະທີ່ໃກ້ດັ່ງນີ້. ໃນ ທິບພະໂສຕະຍານະທາຕຸ ນັ້ນໆ ນັ້ນແຫຼະ ເຈົ້າກໍຈະເຖິງຄວາມສາມາດເຮັດໄດ້ ຈົນເປັນສັກຂີພະຍານ ໃນຂະນະທີ່ອາຍະຕະນະ ຍັງມີຢູ່ໆ.
໓. ວັດສະ ! ເຈົ້າ ຈະມີໄດ້ຕາມທີ່ເຈົ້າຫວັງ ຄື ກໍານົດຮູ້ໃຈແຫ່ງສັຕອື່ນບຸຄຄົລອື່ນດ້ວຍໃຈຂອງຕົນ ຄືກໍານົດຮູ້ຈິຕທີ່ມີຣາຄະ ວ່າມີຣາຄະ ກໍານົດຮູ້ຈິຕທີ່ບໍ່ມີຣາຄະ ວ່າບໍ່ມີຣາຄະ ມີໂທສະ ວ່າມີໂທສະ ບໍ່ມີໂທສະ ວ່າບໍ່ມີໂທສະ ມີໂມຫະ ວ່າມີໂມຫະ ບໍ່ມີໂມຫະ ວ່າບໍ່ມີໂມຫະ ຫົດຫູ່ ວ່າຫົດຫູ່ ຟຸ້ງຊ້ານ ວ່າຟຸ້ງຊ້ານ ເຖິງຊຶ່ງຄຸນອັນໃຫຍ່ ວ່າເຖິງຊຶ່ງຄຸນອັນໃຫຍ່ ບໍ່ເຖິງຊຶ່ງຄຸນອັນໃຫຍ່ ວ່າບໍ່ເຖິງຊຶ່ງຄຸນອັນໃຫຍ່ ມີຈິຕອື່ນຍິ່ງກວ່າ ວ່າມີຈິຕອື່ນຍິ່ງກວ່າ ບໍ່ມີຈິຕອື່ນຍິ່ງກວ່າ ວ່າບໍ່ມີຈິຕອື່ນຍິ່ງກວ່າ ຕັ້ງໝັ້ນ ວ່າຕັ້ງໝັ້ນ ບໍ່ຕັ້ງໝັ້ນ ວ່າບໍ່ຕັ້ງໝັ້ນ ຫຼຸດພົ້ນ ວ່າຫຼຸດພົ້ນ ບໍ່ຫຼຸດພົ້ນ ວ່າບໍ່ຫຼຸດພົ້ນ ດັ່ງນີ້. ໃນ ເຈໂຕປະຣິຢະຍານະທາຕຸ ນັ້ນໆ ນັ້ນແຫຼະ ເຈົ້າກໍຈະເຖິງຄວາມສາມາດທຳໄດ້ ຈົນເປັນສັກຂີພະຍານໃນຂະນະທີ່ອາຍະຕະນະຍັງມີຢູ່ໆ.
໔. ວັດສະ ! ເຈົ້າ ຈະມີໄດ້ຕາມທີ່ເຈົ້າຫວັງ ຄື ລະລຶກໄດ້ເຖິງຂັນທ໌ທີ່ເຄີຍຢູ່ອາໄສໃນພົບກ່ອນ ມີຢ່າງຕ່າງໆ ຄືລະລຶກໄດ້ຊາດໜຶ່ງແດ່ ສອງຊາດ ສາມຊາດ ສີ່ຊາດ ຫ້າຊາດແດ່, ສິບຊາດ ຊາວຊາດ ສາມສິບຊາດ ສີ່ສິບຊາດ ຫ້າສິບຊາດແດ່, ຮ້ອຍຊາດ ພັນຊາດ ແສນຊາດແດ່, ຕະຫຼອດຫຼາຍສັງວັຕຕະກັບ ຫຼາຍວິວັຕຕະກັບ ຫຼາຍສັງວັຕຕະກັບ ແລະວິວັຕຕະກັປແດ່, ວ່າເມື່ອເຮົາຢູ່ໃນພົບພູ້ນ ມີຊື່ເຊັ່ນນັ້ນ ມີໂຄຕ ມີວັນນະ ມີອາຫາຣເຊັ່ນນັ້ນໆ, ສະເຫວີຍສຸຂ ແລະທຸກຂ໌ເຊັ່ນນັ້ນໆ ມີອາຍຸສຸດລົງເທົ່ານັ້ນ; ຄັນຈຸຕິຈາກພົບນັ້ນແລ້ວ ໄດ້ເກີດໃນພົບພູ້ນ ມີຊື່ໂຄຕ ວັນນະ ອາຫາຣ ເຊັ່ນນັ້ນໆ, ໄດ້ສະເຫວີຍສຸຂ ແລະທຸກຂ໌ເຊັ່ນນັ້ນໆ ມີອາຍຸສຸດລົງເທົ່ານັ້ນ; ຄັນຈຸຕິຈາກພົບນັ້ນໆ ໆ ໆ ແລ້ວ ມາເກີດໃນພົບນີ້ ດັ່ງນີ້ : ລະລຶກໄດ້ເຖິງຂັນທ໌ ທີ່ເຄີຍຢູ່ອາໄສໃນພົບກ່ອນ ມີຢ່າງຕ່າງໆ ພ້ອມທັງອາການ ແລະອຸດເທສະ ດ້ວຍອາການເຊັ່ນນີ້ ດັ່ງນີ້. ໃນ ປຸບເພນິວາສານຸສສະຕິສະຕິຍານະທາຕຸ໑ ນັ້ນໆ ນັ້ນແຫຼະ ເຈົ້າກໍຈະເຖິງຄວາມສາມາດທໍາໄດ້ ຈົນເປັນສັກຂີພະຍານ ໃນຂະນະທີ່ອາຍະຕະນະຍັງມີຢູ່ໆ.
໕. ວັດສະ ! ເຈົ້າ ຈະມີໄດ້ຕາມທີ່ເຈົ້າຫວັງ ຄື ມີຈັກຂຸອັນເປັນທິບ ບໍຣິສຸດໝົດຈົດ ກ້າວຂ້າມຈັກຂຸຂອງສາມັນຍະມະນຸສສ໌ ເຫັນສັຕທັງຫຼາຍຈຸຕິຢູ່ ບັງເກີດຢູ່, ຕໍ່າຊ້າ-ປານີຕ, ມີວັນນະດີ ມີວັນນະຕ້ອຍຕໍ່າ, ມີທຸກຂ໌ ມີສຸຂ. ຮູ້ແຈ່ມແຈ້ງໝູ່ສັຕຜູ້ເຂົ້າເຖິງຕາມກັມວ່າ “ຜູ້ຈະເຣີນທັງຫຼາຍ ! ສັຕເຫຼົ່ານີ້ໜໍ ປະກອບກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ເວົ້າຕິຕຽນພຣະອະຣິຍະເຈົ້າທັງຫຼາຍ ເປັນມິຈສາທິຕຖິ ປະກອບການງານດ້ວຍອໍານາດມິຈສາທິຕຖິ, ເບື້ອງໜ້າແຕ່ກາຍແຕກຕາຍໄປ ຍ່ອມພາກັນເຂົ້າສູ່ອະບາຍ ທຸຄະຕິ ວິນິບາຕ ນະຣົກ. ທ່ານຜູ້ຈະເຣີນທັງຫຼາຍ ! ສ່ວນສັຕເຫຼົ່ານີ້ໜໍ ປະກອບກາຢະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະເຈົ້າ, ເປັນສັມມາທິຕຖິ ປະກອບການງານດ້ວຍອໍານາດສັມມາທິຕຖິ, ເບື້ອງໜ້າແຕ່ກາຍແຕກຕາຍໄປ ຍ່ອມພາກັນເຂົ້າສູ່ສຸຄະຕິໂລກສະຫວັນ,” ດັ່ງນີ້; ມີຈັກຂຸທິບ ບໍຣິສຸດໝົດຈົດ ກ້າວຂ້າມຈັກຂຸສາມັນມະນຸສສ໌ ເຫັນເຫຼົ່າສັຕຜູ້ຈຸຕິຢູ່ ບັງເກີດຢູ່ ຕໍ່າຊາມ-ປານີດ ມີວັນນະດີ ວັນນະຕ້ອຍຕໍ່າ ມີທຸກຂ໌ ມີສຸຂ ຮູ້ແຈ່ມແຈ້ງໝູ່ສັຕ ຜູ້ເຂົ້າເຖິງຕາມກັມໄດ້ດັ່ງນີ້. ໃນ ຈຸຕຸປະປາຕະຍານະທາຕຸ ນັ້ນໆ ນັ້ນແຫຼະ ເຈົ້າກໍຈະເຖິງຄວາມສາມາດເຮັດໄດ້ ຈົນເປັນສັກຂີພະຍານ ໃນຂະນະທີ່ອາຍະຕະນະຍັງມີຢູ່ໆ.
໑. ມີຄໍາອະທິບາຍ ກ່ຽວກັບປຸບເພນິວາສານຸສສະຕິຍານະທາຕຸ ທີ່ແຈ່ມແຈ້ງຢູ່ໃນຫົວຂໍ້ທີ່ຖັດໄປຈາກຫົວຂໍ້ນີ້ ຄື ຫົວຂໍ້ທີ່ວ່າ “ປຸບເພນິວາສານຸສສະຕິຍານທີ່ແທ້ຈິງ”.
໖. ວັດສະ ! ເຈົ້າ ຈະໄດ້ຕາມທີ່ເຈົ້າຫວັງ ຄື ເຮັດໃຫ້ແຈ້ງໄດ້ຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສາວະສະບໍ່ໄດ້ ເພາະຄວາມດັບສິ້ນໄປ ແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່ ດັ່ງນີ້. ໃນ ອາສະວັກຂະຢະຍານະທາຕຸ ນັ້ນໆ ນັ້ນແຫຼະ ເຈົ້າກໍຈະເຖິງຄວາມສາມາດເຮັດໄດ້ ຈົນເປັນສັກຂີພະຍານ ໃນຂະນະທີ່ອາຍະຕະນະ ຍັງມີຢູ່ໆ.
- ມ. ມ. ໑໓/໒໕໗-໒໖໑/໒໖໑-໒໖໖.