ພຣະໂສດາບັນ ຄື ຜູ້ເຫັນແຈ້ງລາຍລະອຽດ ແຕ່ລະສາຍຂອງປະຕິຈະສະມຸບບາດຕະຫຼອດທັງສາຍ ໂດຍໃນຍະແຫ່ງອະຣິຍະສັດສີ່ (ເຫັນຕະຫຼອດສາຍ ໃນຍະທີໜຶ່ງ)

ໂສດາບັນ

0:00/0:00
ພິກຂຸທັງຫຼາຍ !
ເພາະມີອະວິຊຊາເປັນປັຈຈັຍ ຈຶ່ງມີສັງຂາຣທັງຫຼາຍ;
ເພາະມີສັງຂາຣເປັນປັຈຈັຍ ຈຶ່ງມີວິນຍານ;
ເພາະມີວິນຍານເປັນປັຈຈັຍ ຈຶ່ງມີນາມຮູບ;
ເພາະມີນາມຮູບເປັນປັຈຈັຍ ຈຶ່ງມີສະລາຍະຕະນະ;
ເພາະມີສະລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ;
ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ;
ເພາະມີເວທະນາເປັນປັຈຈັຍ ຈຶ່ງມີຕັນຫາ;
ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ;
ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົບ;
ເພາະມີພົບເປັນປັຈຈັຍ ຈຶ່ງມີຊາຕ;
ເພາະມີຊາຕເປັນປັຈຈັຍ ຊະຣາມໍຣະນະ ໂສກະປະຣິເທວະ ທຸກຂະ ໂທມະນັສອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ: ຄວາມເກີດຂຶ້ນ ພ້ອມແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີ ດ້ວຍອາການຢ່າງນີ້.
ພິກຂຸທັງຫຼາຍ ! ກໍ ຊະຣາມໍຣະນະ ເປັນແນວໃດໜໍ ?
ຄວາມແກ່ ຄວາມຜຸຜຸ່ຍ ຄວາມມີແຂ້ວຫຼ່ອນ ຄວາມມີຜົມຫງອກ ຄວາມມີໜັງຫ່ຽວ ຄວາມສິ້ນໄປແຫ່ງອາຍຸ ຄວາມແກ່ຮອບແຫ່ງອິນຊີທັງຫຼາຍ ໃນສັຕວະນິກາຍນັ້ນໆ ຂອງສັຕທັງຫຼາຍເຫຼົ່ານັ້ນໆ: ນີ້ເອີ້ນວ່າ ຊະຣາ. ການຈຸຕິ ຄວາມເຄື່ອນການແຕກສະຫຼາຍ ການຫາຍໄປ ການວາຍຊີບ ການຕາຍ ການທຳກາລະ ການແຕກແຫ່ງຂັນທ໌ທັງຫຼາຍ ການປະຖິ້ມຮ່າງ ການຂາດແຫ່ງອິນຊີ ຄື ຊີວິຕຈາກສັຕວະນິກາຍນັ້ນໆຂອງສັຕທັງຫຼາຍເຫຼົ່ານັ້ນໆ: ນີ້ເອີ້ນວ່າ ມໍຣະນະ. ຊະຣານີ້ດ້ວຍ ມໍຣະນະນີ້ດ້ວຍ ຍ່ອມມີຢູ່ ດັ່ງນີ້; ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ຊະຣາມໍຣະນະ. ຄວາມກໍ່ຂຶ້ນພ້ອມແຫ່ງຊະຣາມໍຣະນະ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງຊາຕ; ຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງຊາຕ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ,
ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ພິກຂຸທັງຫຼາຍ ! ກໍ ຊາຕ ເປັນແນວໃດໜໍ ?
ການເກີດ ການກຳເນີດ ການກ້າວລົງ (ສູ່ຄັນ) ການບັງເກີດ ການບັງເກີດໂດຍຍິ່ງ ຄວາມປາກົດຂອງຂັນທ໌ທັງຫຼາຍ ການທີ່ສັຕໄດ້ຊຶ່ງອາຍະຕະນະທັງຫຼາຍ ໃນສັຕວະນິກາຍນັ້ນໆ ຂອງສັຕທັງຫຼາຍເຫຼົ່ານັ້ນໆ: ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ຊາຕ. ຄວາມກໍ່ຂຶ້ນພ້ອມແຫ່ງຊາຕ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງພົບ; ຄວາມດັບບໍ່ເຫຼືອແຫ່ງຊາຕ ຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງພົບ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ພິກຂຸທັງຫຼາຍ ! ກໍ ພົບ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ພົບທັງຫຼາຍ ໓ ຢ່າງເຫຼົ່ານີ້ ຄື ກາມພົບ ຮູບພົບ ອະຮູບພົບ: ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ພົບ. ຄວາມກໍ່ຂຶ້ນພ້ອມແຫ່ງພົບ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມ ແຫ່ງອຸປາທານ; ຄວາມດັບບໍ່ເຫຼືອແຫ່ງພົບ ຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງອຸປາທານ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງພົບ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ພິກຂຸທັງຫຼາຍ ! ກໍ ອຸປາທານ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ອຸປາທານທັງຫຼາຍ ໔ ຢ່າງເຫຼົ່ານີ້ ຄື ຄວາມຢຶດໝັ້ນໃນກາມ ຄວາມຢຶດໝັ້ນໃນຄວາມເຫັນ ຄວາມຢຶດໝັ້ນໃນຂໍ້ປະຕິບັດທາງກາຍແລະວາຈາ (ສີລະພົດ) ຄວາມຢຶດ ໝັ້ນໃນຄວາມເປັນຕົວຕົນ: ພິກຂຸທັງຫຼາຍ ! ນີ້ເອີ້ນວ່າອຸປາທານ. ຄວາມກໍ່ຂຶ້ນພ້ອມແຫ່ງອຸປາທານ ຍ່ອມມີເພາະຄວາມກໍ່ຂຶ້ນພ້ອມແຫ່ງຕັນຫາ; ຄວາມດັບບໍ່ເຫຼືອແຫ່ງອຸປາທານ ຍ່ອມມີ
ເພາະຄວາມດັບບໍ່ເຫຼືອແຫ່ງຕັນຫາ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອຸປາທານ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ພິກຂຸທັງຫຼາຍ ! ກໍ ຕັນຫາ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ໝູ່ແຫ່ງຕັນຫາທັງຫຼາຍ ໖ ໝູ່ເຫຼົ່ານີ້ ຄື ຄວາມຢາກໃນຮູບ ຄວາມຢາກໃນສຽງ...ໃນກິ່ນ ...ໃນຣົສ ...ໃນສຳຜັສທາງກາຍ ຄວາມຢາກໃນທັມມາຣົມ ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ຕັນຫາ. ຄວາມກໍ່ຂຶ້ນພ້ອມແຫ່ງຕັນຫາ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງເວທະນາ; ຄວາມດັບບໍ່ເຫຼືອແຫ່ງຕັນຫາ ຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງເວທະນາ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິ ປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຕັນຫາ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ພິກຂຸທັງຫຼາຍ ! ກໍ ເວທະນາ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ໝູ່ແຫ່ງເວທະນາທັງຫຼາຍ ໖ ໝູ່ ເຫຼົ່ານີ້ ຄື ເວທະນາທີ່ເກີດຈາກສຳຜັສທາງຕາ ...ທາງຫູ ...ທາງດັງ ...ທາງລີ້ນ ...ທາງກາຍ ແລະເວທະນາທີ່ເກີດຈາກສຳຜັສທາງໃຈ ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ເວທະນາ. ຄວາມກໍ່ຂຶ້ນພ້ອມແຫ່ງເວທະນາ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງຜັສສະ; ຄວາມດັບບໍ່ເຫຼືອແຫ່ງເວທະນາ ຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງຜັສສະ; ມັຄ ອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງເວທະນາ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ພິກຂຸທັງຫຼາຍ ! ກໍ ຜັສສະ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ໝູ່ແຫ່ງຜັສສະທັງຫຼາຍ ໖ ໝູ່ ເຫຼົ່ານີ້ ຄື ສຳຜັສທາງຕາ ...ທາງຫູ ...ທາງດັງ ...ທາງລີ້ນ ...ທາງກາຍ ສຳຜັສທາງໃຈ; ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ຜັສສະ.ຄວາມກໍ່ຂຶ້ນພ້ອມແຫ່ງຜັສສະ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງສະລາຍະຕະນະ; ຄວາມດັບບໍ່ເຫຼືອແຫ່ງຜັສສະ
ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງສະລາຍະຕະນະ; ມັຄ ອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຜັສສະ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ພິກຂຸທັງຫຼາຍ ! ກໍ ສະລາຍະຕະນະ ເປັນແນວໃດໜໍ ?
ຈັກຂວາຍະຕະນະ ໂສຕາຍະຕະນະ ຄານາຍະຕະນະ ຊິວຫາຍະຕະນະ ກາຍາຍະຕະນະ ມະນາຍະຕະນະ ພິກຂຸທັງຫຼາຍ ! ນີ້ເອີ້ນວ່າສະລາຍະຕະນະ. ຄວາມກໍ່ຂຶ້ນພ້ອມແຫ່ງສະລາຍະຕະນະ ຍ່ອມມີເພາະຄວາມກໍ່ຂຶ້ນພ້ອມແຫ່ງນາມຮູບ; ຄວາມດັບບໍ່ເຫຼືອແຫ່ງສະລາຍະຕະນະ ຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງນາມຮູບ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງສະລາຍະຕະນະ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ພິກຂຸທັງຫຼາຍ ! ກໍ ນາມຮູບ ເປັນແນວໃດໜໍ ?
ເວທະນາ ສັນຍາ ເຈຕະນາ ຜັສສະ ມະນະສິກາຣ: ນີ້ເອີ້ນວ່ານາມ. ມະຫາພູຕະທັງສີ່ດ້ວຍ ຮູບທີ່ອາສັຍມະຫາພູຕະທັງສີ່ດ້ວຍ: ນີ້ເອີ້ນວ່າ ຮູບ. ນາມນີ້ດ້ວຍ ຮູບນີ້ດ້ວຍ ຍ່ອມມີຢູ່ຢ່າງນີ້: ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ນາມຮູບ. ຄວາມກໍ່ຂຶ້ນພ້ອມແຫ່ງນາມຮູບ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງວິນຍານ; ຄວາມດັບບໍ່ເຫຼືອແຫ່ງນາມຮູບ ຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງວິນຍານ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງນາມຮູບ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ພິກຂຸທັງຫຼາຍ ! ກໍ ວິນຍານ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ໝູ່ແຫ່ງວິນຍານທັງຫຼາຍ ໖ ໝູ່ ເຫຼົ່ານີ້ຄື ຈັກຂຸວິນຍານ (ຜູ້ຮູ້ແຈ້ງທາງຕາ) ໂສຕະວິນຍານ ຄານະວິນຍານ ຊິວຫາວິນຍານ ກາຍະວິນຍານ ມະໂນວິນຍານ (ຜູ້ຮູ້ແຈ້ງທາງໃຈ): ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ວິນຍານ. ຄວາມກໍ່ຂຶ້ນພ້ອມແຫ່ງວິນຍານ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງສັງຂາຣ;
ຄວາມດັບບໍ່ເຫຼືອແຫ່ງວິນຍານ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງສັງຂາຣ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງວິນຍານ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ພິກຂຸທັງຫຼາຍ ! ກໍ ສັງຂາຣທັງຫຼາຍ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ສັງຂາຣທັງຫຼາຍ ໓ ຢ່າງເຫຼົ່ານີ້ ຄື ກາຍະສັງຂາຣ (ຄວາມປຸງແຕ່ງທາງກາຍ) ວະຈີສັງຂາຣ (ຄວາມປຸງແຕ່ງທາງວາຈາ) ຈິຕຕະສັງຂາຣ (ຄວາມປຸງແຕ່ງທາງໃຈ) ພິກຂຸທັງຫຼາຍ ! ເຫຼົ່ານີ້ເອີ້ນວ່າສັງຂາຣທັງຫຼາຍ. ຄວາມກໍ່ຂຶ້ນພ້ອມແຫ່ງສັງຂາຣຍ່ອມມີເພາະຄວາມກໍ່ຂຶ້ນພ້ອມແຫ່ງອະວິຊຊາ; ຄວາມດັບບໍ່ເຫຼືອແຫ່ງ ສັງຂາຣ ຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງອະວິຊຊາ; ມັຄອັນປະ ກອບດ້ວຍອົງຄ໌ແປດອັນປະເສີດ ນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງສັງຂາຣ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ພິກຂຸທັງຫຼາຍ ! ໃນກາລໃດແລ ອະຣິຍະສາວົກ
ຍ່ອມມາຮູ້ທົ່ວເຖິງຊຶ່ງທັມ ອັນເປັນປັຈຈັຍ (ເຫຕ) ວ່າເປັນຢ່າງນີ້ໆ; ມາຮູ້ທົ່ວເຖິງຊຶ່ງເຫຕແຫ່ງທັມ ອັນເປັນປັຈຈັຍວ່າເປັນຢ່າງນີ້ໆ; ມາຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທັມອັນເປັນປັຈຈັຍ ວ່າເປັນຢ່າງນີ້ໆ; ມາຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັດເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງທັມອັນເປັນປັຈຈັຍ ວ່າເປັນຢ່າງນີ້ໆ ດັ່ງນີ້;

ພິກຂຸທັງຫຼາຍ ! ໃນກາລນັ້ນ ເຮົາເອີ້ນອະຣິຍະສາວົກນັ້ນ ວ່າ :-

“ຜູ້ສົມບູນແລ້ວດ້ວຍທິຕຖິ” ດັ່ງນີ້ແດ່;
“ຜູ້ສົມບູນແລ້ວດ້ວຍທັດສະນະ” ດັ່ງນີ້ແດ່;
“ຜູ້ມາເຖິງພຣະສັດທັມນີ້ແລ້ວ” ດັ່ງນີ້ແດ່;
“ຜູ້ໄດ້ເຫັນຢູ່ຊຶ່ງພຣະສັດທັມນີ້” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍຍານອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍວິຊຊາອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ເຖິງຊຶ່ງກະແສແຫ່ງທັມແລ້ວ” ດັ່ງນີ້ແດ່;
“ຜູ້ປະເສີດມີປັນຍາເຄື່ອງເຈາະແທງກິເລສ” ດັ່ງນີ້ແດ່;
“ຢືນຢູ່ຈໍາຂອບປະຕູແຫ່ງອະມະຕະ” ດັ່ງນີ້ແດ່, ດັ່ງນີ້ແລ.


- ບາລີ ນິທານ. ສັງ. ໑໖/໕໐-໕໑/໘໘-໙໐
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ