ວິທີປະຕິບັຕເມື່ອຖືກຄົນຕຳນິຕໍ່ໜ້າ
ພຣົມວິຫານ 4
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂດພຣະນະຄອຣສາວັຕຖີ ໂດຍສມັຍນັ້ນ ທ່ານພຣະໂມລິຍະຜັຄຄຸນະຢູ່ຄຸກຄີກັບພິກຂຸນີທັງຫລາຍເກີນເວລາ ທ່ານພຣະໂມລິຍະຜັຄຄຸນະຢູ່ຄຸກຄີກັບພວກພິກຂຸນີຢ່າງນີ້ ຖ້າພິກຂຸອົງຄ໌ໃດຕິຕຽນພິກຂຸນີເຫລົ່ານັ້ນຕໍ່ໜ້າ ທ່ານພຣະໂມລິຍະຜັຄຄຸນະກໍໂກທ ຂັດໃຈພິກຂຸອົງຄ໌ນັ້ນ ເຖິງກັບກະທຳໃຫ້ເປັນອະທິກອຣກໍມີ. ອີກຢ່າງໜຶ່ງ ຖ້າພິກຂຸອົງຄ໌ໃດຕິຕຽນທ່ານພຣະໂມລິຍະຜັຄຄຸນະຕໍ່ໜ້າພິກຂຸນີເຫລົ່ານັ້ນ ພວກພິກຂຸນີກໍພາກັນໂກທ ຂັດໃຈພິກຂຸອົງຄ໌ນັ້ນ ເຖິງກັບກະທຳໃຫ້ເປັນອະທິກອຣກໍມີ ທ່ານພຣະໂມລິຍະຜັຄຄຸນະຢູ່ຄຸກຄີກັບພິກຂຸນີທັງຫລາຍຢ່າງນີ້.
ຄັ້ງນັ້ນ ພິກຂຸອົງຄ໌ໜຶ່ງເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ທ່ານພຣະໂມລິຍະຜັຄຄຸນະຢູ່ຄຸກຄີກັບພິກຂຸນີທັງຫລາຍເກີນເວລາ ທ່ານພຣະໂມລິຍະຜັຄຄຸນະຢູ່ຄຸກຄີກັບພວກພິກຂຸນີຢ່າງນີ້ ຖ້າພິກຂຸອົງຄ໌ໃດຕິຕຽນພິກຂຸນີເຫລົ່ານັ້ນຕໍ່ໜ້າ ທ່ານພຣະໂມລິຍະຜັຄຄຸນະກໍໂກທ ຂັດໃຈພິກຂຸອົງຄ໌ນັ້ນ ເຖິງກັບກະທຳໃຫ້ເປັນອະທິກອຣກໍມີ ອີກຢ່າງ ໜຶ່ງ ຖ້າພິກຂຸອົງຄ໌ໃດຕິຕຽນທ່ານພຣະໂມລິຍະຜັຄຄຸນະຕໍ່ໜ້າພິກຂຸນີເຫລົ່ານັ້ນ ພວກພິກຂຸນີກໍພາກັນໂກທ ຂັດໃຈພິກຂຸອົງຄ໌ນັ້ນ ເຖິງກັບກະທຳໃຫ້ເປັນອະທິກອຣກໍມີ ທ່ານພຣະໂມລິຍະຜັຄຄຸນະຢູ່ຄຸກຄີກັບພິກຂຸນີທັງຫລາຍຢ່າງນີ້.
ລຳດັບນັ້ນ ພຣະຜູ້ມີພຣະພາຄຊົງຕຣັສຮຽກພິກຂຸອົງຄ໌ໜຶ່ງມາສັ່ງວ່າ:
ພິກຂຸ! ເຈົ້າຈົ່ງໄປບອກໂມລິຍະຜັຄຄຸນະຕາມຄຳຂອງເຮົາວ່າ ທ່ານໂມລິຍະຜັຄຄຸນະ ພຣະສາສດາຕຣັສສັ່ງໃຫ້ໄປຫາ.
ພິກຂຸນັ້ນທູລຮັບພຣະດຳຣັສຂອງພຣະຜູ້ມີພຣະພາຄແລ້ວ ເຂົ້າໄປຫາທ່ານພຣະໂມລິຍະຜັຄຄຸນະເຖິງທີ່ຢູ່ ຄັນແລ້ວໄດ້ກ່າວຄຳນີ້ກັບທ່ານພຣະໂມລິຍະຜັຄຄຸນະວ່າ ທ່ານໂມລິຍະຜັຄຄຸນະ ພຣະສາສດາຕຣັສສັ່ງໃຫ້ໄປຫາ ທ່ານໂມລິຍະຜັຄຄຸນະ ຮັບຄຳພິກຂຸອົງຄ໌ນັ້ນແລ້ວກໍເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພຣະຜູ້ມີພຣະພາຄໄດ້ຕຣັສຖາມທ່ານພຣະໂມລິຍະຜັຄຄຸນະດັ່ງນີ້ວ່າ:
ຜັຄຄຸນະ! ໄດ້ຊາບວ່າ ເຈົ້າຢູ່ຄຸກຄີກັບພວກພິກຂຸນີຈົນເກີນເວລາ.
ຜັຄຄຸນະ! ເຈົ້າຢູ່ຄຸກຄີກັບພວກພິກຂຸນີເຊັ່ນນັ້ນ ຖ້າພິກຂຸອົງຄ໌ໃດຕິຕຽນພິກຂຸນີເຫລົ່ານັ້ນຕໍ່ໜ້າເຈົ້າ ເຈົ້າກໍໂກທ ຂັດໃຈພິກຂຸອົງຄ໌ນັ້ນ ເຖິງກັບກະທຳໃຫ້ເປັນອະທິກອຣກໍມີ ອີກຢ່າງໜຶ່ງ ຖ້າພິກຂຸອົງຄ໌ໃດຕິຕຽນເຈົ້າຕໍ່ໜ້າພິກຂຸນີເຫລົ່ານັ້ນ ພວກພິກຂຸນີກໍພາກັນໂກທ ຂັດໃຈພິກຂຸອົງຄ໌ນັ້ນ ເຖິງກັບກະທຳໃຫ້ເປັນອະທິກອຣກໍມີ.
ຜັຄຄຸນະ! ເຈົ້າຢູ່ຄຸກຄີກັບພິກຂຸນີທັງຫລາຍເຊັ່ນນີ້ຈິງຫລື?
ພຣະໂມລິຍະຜັຄຄຸນະທູລຮັບວ່າ ຈິງ ພຣະອົງຄ໌ຜູ້ຈະເຣີນ!
ຜັຄຄຸນະ! ເຈົ້າເປັນກຸລະບຸຕອອກຈາກເຮືອນບວດເປັນບັນພະຊິຕດ້ວຍສັທທາບໍ່ແມ່ນຫລື?
ຢ່າງນັ້ນ ພຣະອົງຄ໌ຜູ້ຈະເຣີນ!
ຜັຄຄຸນະ! ກາຣທີ່ເຈົ້າຢູ່ຄຸກຄີກັບພວກພິກຂຸນີຈົນເກີນເວລານີ້ ບໍ່ສົມຄວນແກ່ເຈົ້າຜູ້ເປັນກຸລະບຸຕອອກຈາກເຮືອນບວດເປັນບັນພະຊິຕດ້ວຍສັທທາເລີຍ.
ຜັຄຄຸນະ! ເພາະສະນັ້ນແລ ຖ້າພິກຂຸອົງຄ໌ໃດຕິຕຽນພິກຂຸນີເຫລົ່ານັ້ນຕໍ່ໜ້າເຈົ້າ ໃນຂໍ້ນັ້ັນ ເຈົ້າຄວນລະຄວາມພໍໃຈແລະວິຕົກອັນອາສັຍເຮືອນເສຍ, ໃນຂໍ້ນັ້ນ ເຈົ້າຄວນສຶກສາຢ່າງນີ້ວ່າ ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ແລະເຮົາຈັກບໍ່ກ່າວວາຈາອັນຊົ່ວຫຍາບ ຈັກອະນຸເຄາະດ້ວຍສິ່ງອັນເປັນປະໂຍຊນ໌ ແລະຈັກເປັນຜູ້ມີເມຕຕາຈິຕ ບໍ່ມີໂທສະໃນພາຍໃນ. ຜັຄຄຸນະ ເຈົ້າຄວນສຶກສາຢ່າງນີ້ແລ.
ຜັຄຄຸນະ! ເພາະສະນັ້ນ ຖ້າໃຜໆປະຫານພິກຂຸນີເຫລົ່ານັ້ນດ້ວຍຝາມື ດ້ວຍກ້ອນດິນ ດ້ວຍທ່ອນໄມ້ ດ້ວຍສັສຕຣາຕໍ່ ໜ້າເຈົ້າ ແມ່ນແຕ່ໃນຂໍ້ນັ້ນ ເຈົ້າຄວນລະຄວາມພໍໃຈແລະວິຕົກອັນອາສັຍເຮືອນເສຍ, ໃນຂໍ້ນັ້ນ ເຈົ້າຄວນສຶກສາຢ່າງນີ້ວ່າ ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ແລະເຮົາຈັກບໍ່ກ່າວວາຈາອັນຊົ່ວຫຍາບ ຈັກອະນຸເຄາະດ້ວຍສິ່ງອັນເປັນປະໂຍຊນ໌ ແລະຈັກເປັນຜູ້ມີເມຕຕາຈິຕ ບໍ່ມີໂທສະໃນພາຍໃນ. ຜັຄຄຸນະ ເຈົ້າຄວນສຶກສາຢ່າງນີ້ແລ.
ຜັຄຄຸນະ! ເພາະສະນັ້ນ ຖ້າໃຜໆຕິຕຽນຕົວເຈົ້າເອງຕໍ່ໜ້າເຈົ້າ ແມ່ນແຕ່ໃນຂໍ້ນັ້ນ ເຈົ້າຄວນລະຄວາມພໍໃຈແລະວິຕົກອັນອາສັຍເຮືອນເສຍ, ໃນຂໍ້ນັ້ນ ເຈົ້າຄວນສຶກສາຢ່າງນີ້ວ່າ ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ແລະເຮົາຈັກບໍ່ກ່າວວາຈາອັນຊົ່ວຫຍາບ ຈັກອະນຸເຄາະດ້ວຍສິ່ງອັນເປັນປະໂຍຊນ໌ ແລະຈັກເປັນຜູ້ມີເມຕຕາຈິຕ ບໍ່ມີໂທສະໃນພາຍໃນ. ຜັຄຄຸນະ ເຈົ້າຄວນສຶກສາຢ່າງນີ້ແລ.
ຜັຄຄຸນະ! ເພາະສະນັ້ນ ຖ້າໃຜໆປະຫານເຈົ້າດ້ວຍຝາມື ດ້ວຍກ້ອນດິນ ດ້ວຍທ່ອນໄມ້ ດ້ວຍສັສຕຣາ ແມ່ນແຕ່ໃນຂໍ້ນັ້ນ ເຈົ້າຄວນລະຄວາມພໍໃຈແລະວິຕົກອັນອາສັຍເຮືອນເສຍ, ໃນຂໍ້ນັ້ນ ເຈົ້າຄວນສຶກສາຢ່າງນີ້ວ່າ ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ແລະເຮົາຈັກບໍ່ກ່າວວາຈາອັນຊົ່ວຫຍາບ ຈັກອະນຸເຄາະດ້ວຍສິ່ງອັນເປັນປະໂຍຊນ໌ ແລະຈັກເປັນຜູ້ມີເມຕຕາຈິຕ ບໍ່ມີໂທສະໃນພາຍໃນ. ຜັຄຄຸນະ ເຈົ້າຄວນສຶກສາຢ່າງນີ້ແລ.
ມັຊຊິມະນິກາຍ ມູລປັນນາສກ໌ ໑໒/໑໗໑-໑໗໒/໒໖໓-໒໖໔