ຜົນແປດປະການອັນເປັນພາບລວມ ຂອງຄວາມເປັນພຣະໂສດາບັນ

ໂສດາບັນ

0:00/0:00
ພິກຂຸທັງຫຼາຍ ! ຖືກແລ້ວ !
ເມື່ອເປັນຢ່າງນີ້ກໍເປັນອັນວ່າ
ພວກເຈົ້າທັງຫຼາຍກໍກ່າວຢ່າງນັ້ນ,
ແມ່ນວ່າເຮົາຕະຖາຄົຕກໍກ່າວຢ່າງນັ້ນ, ວ່າ

“ເມື່ອສິ່ງນີ້ບໍ່ມີ, ສິ່ງນີ້ຍ່ອມບໍ່ມີ;
ເພາະສິ່ງນີ້ດັບ, ສິ່ງນີ້ຍ່ອມດັບ;໑
໑. ຄຳບາລີຂອງປະໂຫຍກນີ້ມີວ່າ “ອິມັສສະມິງ ອະສະຕິ ອິດັງ ນະ ໂຫຕິ; ອິມັສສະ ນິໂຣທາ ອິດັງ ນິຣຸຊຊະຕິ” ເປັນການອະທິບາຍລຳດັບເຫຕໃນການດັບໄປແຫ່ງລະບົບສົມມຸດ
(ຄືລະບົບທຳມະຊາດທີ່ມີການເກີດ, ແກ່, ຕາຍ ທຸກສິ່ງ ທັງຮູບແລະນາມ).
ກ່າວຄື
ເພາະມີຄວາມດັບແຫ່ງອະວິຊຊາ ຈຶ່ງມີຄວາມດັບແຫ່ງສັງຂາຣ;
ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ;
ເພາະມີຄວາມດັບແຫ່ງວິນຍານ ຈຶ່ງມີຄວາມດັບແຫ່ງນາມຮູບ;
ເພາະມີຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງສະລາຍະຕະນະ;
ເພາະມີຄວາມດັບແຫ່ງສະລາຍະຕະນະ ຈຶ່ງມີຄວາມດັບແຫ່ງຜັສສະ;
ເພາະມີຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ;
ເພາະມີຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ;
ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ;
ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ;
ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາຕ;
ເພາະມີຄວາມດັບແຫ່ງຊາຕນັ້ນແລ
ຊະຣາມໍຣະນະໂສກະປະຣິເທວະທຸກຂະໂທມະນັສອຸປາຍາສທັງຫຼາຍ
ຈຶ່ງດັບສິ້ນ:
ຄວາມດັບລົງແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີດ້ວຍອາການຢ່າງນີ້”.

(໑) ພິກຂຸທັງຫຼາຍ ! ຈະເປັນໄປໄດ້ບໍ່ວ່າ ພວກເຈົ້າເມື່ອຮູ້ຢູ່ຢ່າງນີ້ ເຫັນຢູ່ຢ່າງນີ້ ຈະຍ່ອມແລ່ນໄປສູ່ ທິຕຖິອັນປາຣົບທີ່ສຸດໃນເບື້ອງຕົ້ນ (ຄວາມເຫັນທີ່ນຶກເຖິງຂັນທ໌ໃນອະດີຕ) ວ່າ “ໃນກາລຍືດຍາວນານຝ່າຍອະດີຕ ເຮົາໄດ້ມີແລ້ວຫຼືໜໍ; ເຮົາບໍ່ໄດ້ມີແລ້ວຫຼືໜໍ;
ເຮົາໄດ້ເປັນຫຍັງແລ້ວໜໍ; ເຮົາໄດ້ເປັນຢ່າງໃດແລ້ວໜໍ; ເຮົາເປັນຫຍັງແລ້ວ ຈຶ່ງໄດ້ເປັນຫຍັງອີກແລ້ວໜໍ”; ດັ່ງນີ້ ?

“ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”.

(໒) ພິກຂຸທັງຫຼາຍ ! ຫຼືວ່າ ຈະເປັນໄປໄດ້ບໍ່ວ່າພວກເຈົ້າ ເມື່ອຮູ້ຢູ່ຢ່າງນີ້ ເຫັນຢູ່ຢ່າງນີ້ ຈະຍ່ອມແລ່ນໄປສູ່ ທິຕຖິອັນປາຣົບທີ່ສຸດໃນເບື້ອງປາຍ (ຄວາມເຫັນທີ່ນຶກເຖິງຂັນທ໌ໃນອະນາຄົຕ) ວ່າ “ໃນກາລຍືດຍາວນານຝ່າຍອະນາຄົຕ ເຮົາຈັກມີຫຼືໜໍ; ເຮົາຈັກບໍ່ມີຫຼືໜໍ; ເຮົາຈັກເປັນຫຍັງໜໍ; ເຮົາຈັກເປັນຢ່າງໃດໜໍ; ເຮົາເປັນຫຍັງແລ້ວ ຈັກເປັນຫຍັງຕໍ່ໄປໜໍ”; ດັ່ງນີ້ ?

“ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”.

(໓) ພິກຂຸທັງຫຼາຍ ! ຫຼືວ່າ ຈະເປັນໄປໄດ້ບໍ່ວ່າ ພວກເຈົ້າ ເມື່ອຮູ້ຢູ່ຢ່າງນີ້ ເຫັນຢູ່ຢ່າງນີ້ ຈະຍ່ອມເປັນຜູ້ມີຄວາມສົງໄສກ່ຽວກັບຕົນ ປາຣົບການອັນເປັນປະຈຸບັນ ໃນການນີ້ວ່າ “ເຮົາມີຢູ່ຫຼືໜໍ; ເຮົາບໍ່ມີຢູ່ຫຼືໜໍ; ເຮົາເປັນຫຍັງໜໍ; ເຮົາເປັນຢ່າງໃດໜໍ; ສັຕນີ້ມາຈາກໃສ ແລ້ວຈັກເປັນຜູ້ໄປສູ່ບ່ອນໃດອີກໜໍ”; ດັ່ງນີ້ ?

“ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”.

(໔) ພິກຂຸທັງຫຼາຍ ! ຫຼືວ່າ ຈະເປັນໄປໄດ້ບໍ່ວ່າ ພວກເຈົ້າ ເມື່ອຮູ້ຢູ່ຢ່າງນີ້ ເຫັນຢູ່ຢ່າງນີ້ ແລ້ວຈະຍ່ອມກ່າວວ່າ “ພຣະສາສດາເປັນຄູຂອງພວກເຮົາ ດັ່ງນັ້ນ ພວກເຮົາຕ້ອງກ່າວຢ່າງທີ່ທ່ານກ່າວ ເພາະຄວາມເຄົາຣົບໃນພຣະສາສດານັ້ນແລ” ດັ່ງນີ້ ?

“ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”.

(໕) ພິກຂຸທັງຫຼາຍ ! ຫຼືວ່າ ຈະເປັນໄປໄດ້ບໍ່ວ່າພວກເຈົ້າ ເມື່ອຮູ້ຢູ່ຢ່າງນີ້ ເຫັນຢູ່ຢ່າງນີ້ ແລ້ວຈະຍ່ອມກ່າວວ່າ “ພຣະສະມະນະ (ພຣະພຸດທະອົງຄ໌) ກ່າວແລ້ວຢ່າງນີ້; ແຕ່ສະມະນະທັງຫຼາຍແລະພວກເຮົາຈະກ່າວຢ່າງອື່ນ” ດັ່ງນີ້ ?

“ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”.

(໖) ພິກຂຸທັງຫຼາຍ ! ຫຼືວ່າ ຈະເປັນໄປໄດ້ບໍ່ວ່າພວກເຈົ້າ ເມື່ອຮູ້ຢູ່ຢ່າງນີ້ ເຫັນຢູ່ຢ່າງນີ້ ຈະຍ່ອມປະກາດ ການນັບຖືສາສດາອື່ນ ?

“ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”.

(໗) ພິກຂຸທັງຫຼາຍ ! ຫຼືວ່າ ຈະເປັນໄປໄດ້ບໍວ່າ ພວກເຈົ້າ ເມື່ອຮູ້ຢູ່ຢ່າງນີ້ເຫັນຢູ່ຢ່າງນີ້ ຈະຍ່ອມວຽນກັບໄປສູ່ການປະພຶດຊຶ່ງວັດຕະໂກຕູຫົລມຸງຄຸນ ທັງຫຼາຍຕາມ
ແບບຂອງສະມະນະພຣາມທັງຫຼາຍເຫຼົ່າອື່ນເປັນຈຳນວນຫຼາຍໂດຍຄວາມເປັນສາຣະ ?

“ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”.

(໘) ພິກຂຸທັງຫຼາຍ ! ພວກເຈົ້າ ຈະກ່າວແຕ່ສິ່ງທີ່ພວກເຈົ້າຮູ້ເອງ ເຫັນເອງ ຮູ້ສຶກເອງແລ້ວ ເທົ່ານັ້ນ ບໍ່ແມ່ນຫຼື ?

“ຢ່າງນັ້ນ ຂ້ານ້ອຍ !”.

ພິກຂຸທັງຫຼາຍ ! ຖືກແລ້ວ.
ພິກຂຸທັງຫຼາຍ !
ພວກເຈົ້າທັງຫຼາຍ ເປັນຜູ້ທີ່ເຮົານຳ(ພາ)ໄປແລ້ວດ້ວຍທັມນີ້
ອັນເປັນທັມທີ່ບຸກຄົນຈະຍ່ອມເຫັນໄດ້ດ້ວຍຕົນເອງ (ສັນທິຕຖິໂກ),
ເປັນທັມໃຫ້ຜົລບໍ່ຈຳກັດກາລ (ອະກາລິໂກ),
ເປັນທັມທີ່ຄວນເອີ້ນກັນມາເບິ່ງ (ເອຫິປັສສິໂກ),
ຄວນນ້ອມເຂົ້າມາໃສ່ຕົວ (ໂອປະນະຍິໂກ),
ອັນວິນຍູຊົນຈະຍ່ອມຮູ້ໄດ້ສະເພາະຕົນ (ປັຈຈັຕຕັງ ເວທິຕັບໂພວິນຍູຫິ).
ພິກຂຸທັງຫຼາຍ ! ຄຳນີ້ເຮົາກ່າວແລ້ວ ໝາຍເຖິງຄຳທີ່ເຮົາໄດ້ເຄີຍກ່າວໄວ້ແລ້ວວ່າ “ພິກຂຸທັງຫຼາຍ ! ທັມນີ້ ເປັນທັມທີ່ບຸກຄົນຈະຍ່ອມເຫັນໄດ້ດ້ວຍຕົນເອງ ເປັນທັມໃຫ້ຜົລບໍ່ຈຳກັດກາລ ເປັນທັມທີ່ຄວນເອີ້ນກັນມາເບິ່ງ ຄວນນ້ອມເຂົ້າມາໃສ່ຕົນ ອັນວິນຍູຊົນຈະຍ່ອມຮູ້ໄດ້ສະເພາະຕົນ” ດັ່ງນີ້.

- ບາລີ ມູ. ມ. ໑໒/໔໘໓-໔໘໕/໔໕໐-໔໕໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ