ອານາປານະສະຕິສະມາທິ ເປັນເຫດໃຫ້ຮອບຮູ້ເຊິ່ງທາງໄກ

ອານາປານະສະຕິ

0:00/0:00
ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມຮອບຮູ້ເຊິ່ງທາງໄກ (ອະວິຊຊາ).
ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ແນວໃດໜໍ ຈຶ່ງເປັນໄປເພື່ອຄວາມຮອບຮູ້ທາງໄກ ?
ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸໄປແລ້ວສູ່ປ່າ ຫຼືເຫງົ້າໄມ້ ຫຼືເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງ ດໍາລົງສະຕິສະເພາະໜ້າ ເຂົານັ້ນມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ
ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈເຂົ້າຍາວ ເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກຍາວ
ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈເຂົ້າສັ້ັ້ນເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກສັ້ນ....

ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ດັ່ງນີ້ແລ ຍ່ອມເປັນໄປເພື່ອຄວາມຮອບຮູ້ທາງໄກ.

- ບາລີ ມຫາວາຣ. ສັງ. ໑໙/໔໒໖/໑໔໐໙.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ