ເຣື່ອງນົກຝູງໃຫຍ່

ທາງສາຍກາງ

0:00/0:00
ພິກຂຸທັງຫລາຍ! ເຣື່ອງເຄີຍມີມາແລ້ວ ພິກຂຸອົງຄ໌ໜຶ່ງຢູ່ໃນໄພສົນແຫ່ງໜຶ່ງ ແຖບພູເຂົາຫິມະພານ ໃນສະຖານທີ່ບໍ່ໄກຈາກໄພສົນນັ້ນ ມີໜອງນ້ຳໃຫຍ່ ຄັ້ງນັ້ນນົກຝູງໃຫຍ່ ກາງເວັນທ່ຽວຫາອາຫາຣທີ່ໜອງນ້ຳນັ້ນ ຕອນແລງເຂົ້າອາສັຍໄພສົນນັ້ນສຳນັກຢູ່ ພິກຂຸນັ້ນຣຳຄານເພາະສຽງນົກຝູງນັ້ນ ຈຶ່ງເຂົ້າໄປຫາເຮົາ ຄັນກຣາບໄຫວ້ເຮົາແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ເຮົາໄດ້ຖາມພິກຂຸນັ້ນວ່າ:

ດູກ່ອນພິກຂຸ! ຍັງພໍທົນໄດ້ຫລື ຍັງພໍຄອງອັຕຕະພາບໃຫ້ເປັນໄປໄດ້ຫລື ເຈົ້າເດີນທາງມາດ້ວຍຄວາມລຳບາກເລັກນ້ອຍຫລື ກໍເຈົ້າມາຈາກໃສໜໍ?

ພິກຂຸນັ້ນກຣາບທູລວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຍັງພໍທົນໄດ້ຢູ່ ຍັງພໍຄອງອັຕຕະພາບໃຫ້ເປັນໄປໄດ້ຢູ່ ຂ້ານ້ອຍເດີນທາງມາດ້ວຍຄວາມລຳບາກເລັກນ້ອຍ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ມີໄພສົນໃຫຍ່ຢູ່ແຖບພູເຂົາຫິມະພານ ໃນສະຖານທີ່ບໍ່ໄກຈາກໄພສົນນັ້ນ ມີໜອງນ້ຳໃຫຍ່ ໃນເວລາກາງເວັນ ນົກຝູງໃຫຍ່ທ່ຽວຫາອາຫາຣທີ່ໜອງນ້ຳນັ້ນ ເວລາຕອນແລງກໍເຂົ້າອາສັຍໄພສົນນັ້ນສຳນັກຢູ່ ຂ້ານ້ອຍຖືກສຽງນົກຝູງນັ້ນຣົບກວນ ຈຶ່ງໜີມາຈາກໄພສົນນັ້ນ ພຣະອົງຄ໌ຜູ້ຈະເຣີນ.

ດູກ່ອນພິກຂຸ! ເຈົ້າຕ້ອງກາຣບໍ່ໃຫ້ນົກຝູງນັ້ນມາຫລື?

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍຕ້ອງກາຣບໍ່ໃຫ້ນົກຝູງນັ້ນມາ.

ດູກ່ອນພິກຂຸ! ຖ້າເຊັ່ນນັ້ນ ເຈົ້າຈົ່ງກັບໄປທີ່ໄພສົນນັ້ນ ເຂົ້າອາສັຍຢູ່ໃນໄພສົນນັ້ນແລ້ວ ໃນປະຖົມຍາມແຫ່ງຣາຕຣີ ຈົ່ງປະກາສ ໓ ຄັ້ງວ່າດັ່ງນີ້:

ດູກ່ອນນົກທັງຫລາຍ! ນົກທັງຫລາຍທີ່ອາສັຍຢູ່ໃນໄພສົນນີ້ມີປະມານເທົ່າໃດ ຈົ່ງຟັງເຮົາ ເຮົາຕ້ອງກາຣຂົນ ນົກທັງຫລາຍຈົ່ງໃຫ້ຂົນແກ່ເຮົານົກລະໜຶ່ງຂົນ (ສຸນັນຕຸ ເມ ໂພນໂຕ ສະກຸນາ ຍາວະຕິກາ ອິມັສມິງ ວະນະສັນເທ ວາສັງ ອຸປະຄະຕາ ປັຕເຕນະ ເມ ອັຕໂຖ ເອເກກັງ ເມ ໂພນໂຕ ປັຕຕັງ ທະທັນຕູຕິ).
ໃນມັຊຊິມະຍາມແຫ່ງຣາຕຣີ ກໍຈົ່ງປະກາສ ໓ ຄັ້ງວ່າດັ່ງນີ້:

ດູກ່ອນນົກທັງຫລາຍ! ນົກທັງຫລາຍທີ່ອາສັຍຢູ່ໃນໄພສົນນີ້ມີປະມານເທົ່າໃດ ຈົ່ງຟັງເຮົາ ເຮົາຕ້ອງກາຣຂົນ ນົກທັງຫລາຍຈົ່ງໃຫ້ຂົນແກ່ເຮົານົກລະໜຶ່ງຂົນ.

ໃນປັຈສິມະຍາມແຫ່ງຣາຕຣີ ກໍຈົ່ງປະກາສ ໓ ຄັ້ງວ່າດັ່ງນີ້:

ດູກ່ອນນົກທັງຫລາຍ! ນົກທັງຫລາຍທີ່ອາສັຍຢູ່ໃນໄພສົນນີ້ມີປະມານເທົ່າໃດ ຈົ່ງຟັງເຮົາ ເຮົາຕ້ອງກາຣຂົນ ນົກທັງຫລາຍຈົ່ງໃຫ້ຂົນແກ່ເຮົານົກລະໜຶ່ງຂົນ.

ພິກຂຸນັ້ນຈຶ່ງກັບໄປທີ່ໄພສົນນັ້ນ ເຂົ້າອາສັຍຢູ່ໃນໄພສົນນັ້ນແລ້ວ ໃນປະຖົມຍາມແຫ່ງຣາຕຣີ ກໍປະກາສ ໓ ຄັ້ງວ່າ:

ດູກ່ອນນົກທັງຫລາຍ! ນົກທັງຫລາຍທີ່ອາສັຍຢູ່ໃນໄພສົນນີ້ມີປະມານເທົ່າໃດ ຈົ່ງຟັງເຮົາ ເຮົາຕ້ອງກາຣຂົນ ນົກທັງຫລາຍຈົ່ງໃຫ້ຂົນແກ່ເຮົານົກລະໜຶ່ງຂົນ.

ໃນມັຊຊິມະຍາມແຫ່ງຣາຕຣີ ກໍປະກາສ ໓ ຄັ້ງວ່າ:

ດູກ່ອນນົກທັງຫລາຍ! ນົກທັງຫລາຍທີ່ອາສັຍຢູ່ໃນໄພສົນນີ້ມີປະມານເທົ່າໃດ ຈົ່ງຟັງເຮົາ ເຮົາຕ້ອງກາຣຂົນ ນົກທັງຫລາຍຈົ່ງໃຫ້ຂົນແກ່ເຮົານົກລະໜຶ່ງຂົນ.

ໃນປັຈສິມະຍາມແຫ່ງຣາຕຣີ ກໍປະກາສ ໓ ຄັ້ງວ່າ:

ດູກ່ອນນົກທັງຫລາຍ! ນົກທັງຫລາຍທີ່ອາສັຍຢູ່ໃນໄພສົນນີ້ມີປະມານເທົ່າໃດ ຈົ່ງຟັງເຮົາ ເຮົາຕ້ອງກາຣຂົນ ນົກທັງຫລາຍຈົ່ງໃຫ້ຂົນແກ່ເຮົານົກລະໜຶ່ງຂົນ.

ຄັນນົກຝູງນັ້ນຊາບວ່າ ພິກຂຸຂໍຂົນ ພິກຂຸຕ້ອງກາຣຂົນ ດັ່ງນີ້ ກໍໄດ້ຫລີກໄປຈາກໄພສົນນັ້ນ ໄດ້ຫລີກໄປຢ່າງນັ້ນແລ້ວ ບໍ່ກັບມາອີກ.

ພິກຂຸທັງຫລາຍ! ຂຶ້ນຊື່ວ່າ ກາຣວິງວອນ ກາຣຂໍ ຍ່ອມບໍ່ເປັນທີ່ພໍໃຈຂອງສັຕດິຣັຈສານເຫລົ່ານັ້ນແລ້ວ ຈະກ່າວຫຍັງເຖິງໝູ່ສັຕທີ່ເກີດເປັນມະນຸສໜໍ.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ