ໜ້າທີ່ຂອງພັນລະຍາ(ເມຍ)
ຄູ່ສົມຣົດ
ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ຊາຕິຍາວັນ ໃກ້ເມືອງພັດທິຍະ ອຸຄຄະຫະເສດຖີຜູ້ເປັນຫຼານເມນະກະເສດຖີເຂົ້າໄປເຝົ້າພຣະຜູ້ມີພຣະພາກ ກາບທູນນິມົນພຣະຜູ້ມີພຣະພາກພ້ອມດ້ວຍພິກຂຸ 3 ຮູບ ເພື່ອຮັບພັດຕາຫານໃນວັນຮຸ່ງຂຶ້ນ
ວັນຮຸ່ງຂຶ້ນ ພຣະຜູ້ມີພຣະພາກສະດັດໄປຍັງນິເວດຂອງທ່ານອຸຄຄະຫະເສດຖີ ຫຼັງຈາກເສວຍເສັດແລ້ວ ເສດຖີກາບທູນຂໍໃຫ້ພຣະຜູ້ມີພຣະພາກທົງກ່າວສອນກຸມາລີຂອງຕົນທີ່ຈະຕ້ອງໄປຢູ່ສະກຸນສາມີ ເພື່ອປະໂຫຍດສຸກແກ່ກຸມາລີນັ້ນຕະຫຼອດການ
ພຣະຜູ້ມີພຣະພາກຈຶ່ງຕຣັສສອນກຸມາລີເຫຼົ່ານັ້ນດ້ວຍທຳ 5 ປະການ ຄື:
1. ຫາກຫວັງຄວາມເກື້ອກູນອະນຸເຄາະດ້ວຍຄວາມເອັນດູຈາກມານດາບິດາຂອງສາມີ ຈະຕ້ອງຕື່ນກ່ອນ ນອນທີຫຼັງທ່ານ ຄອຍຮັບໃຊ້ ປະພຶດເປັນທີ່ພໍໃຈຂອງທ່ານ ເວົ້າຄຳເປັນທີ່ຮັກຕໍ່ທ່ານ
2. ທຳການສັກກາລະ ເຄົາລົບ ນັບຖື ບູຊາ ບຸກຄົນອັນເປັນທີ່ເຄົາລົບຂອງສາມີ ຄື ມານດາບິດາ ຫຼືສະມະນະພຣາມ
3. ເປັນຜູ້ຂະຫຍັນບໍ່ກຽດຄ້ານ ປະກອບດ້ວຍປັນຍາເຄື່ອງພິຈາລະນາອັນເປັນອຸບາຍໃນການງານພາຍໃນບ້ານຂອງສາມີ
4. ຮູ້ການງານທີ່ທາດ ຄົນໃຊ້ ຫຼືກຳມະກອນພາຍໃນບ້ານຂອງສາມີ ວ່າທຳແລ້ວ ຫຼືຍັງບໍ່ໄດ້ທຳ ຮູ້ວ່າຄົນປ່ວຍໄຂ້ມີ ຫຼືບໍ່ມີກຳລັງ ແລະແບ່ງຂອງຄ້ຽວຂອງບໍລິໂພກໃຫ້ຕາມເຫດທີ່ຄວນ
5. ຮັກສາ ຄຸ້ມຄອງ ຊັບ ເຂົ້າເປືອກ ເງິນ ຫຼືທອງທີ່ສາມີຫາມາໄດ້ໃຫ້ຄົງຢູ່ ບໍ່ເປັນນັກເລງການພະນັນ ຂະໂມຍຫຼືນັກດື່ມ ບໍ່ຜະລານຊັບໃຫ້ພິນາດ
ສຸພາບສະຕີຜູ້ມີປັນຍາ ຍ່ອມບໍ່ດູໝິ່ນສາມີຜູ້ໝັ່ນພຽນ ລ້ຽງຕົນຢູ່ທຸກເມື່ອ ໃຫ້ຄວາມປາຖະໜາທັງປວງ ບໍ່ທຳສາມີໃຫ້ຂຸ່ນເຄືອງ ດ້ວຍປະພຶດແສດງຄວາມຫຶງຫວງສາມີ ແລະບູຊາຜູ້ທີ່ສາມີເຄົາລົບ ເປັນຜູ້ຂະຫຍັນ ບໍ່ກຽດຄ້ານ ສົງເຄາະຄົນຂ້າງຄຽງຂອງສາມີ ປະພຶດເປັນທີ່ພໍໃຈຂອງສາມີ ຮັກສາຊັບທີ່ສາມີຫາມາໄດ້ ສະຕີໃດປະພຶດຢ່າງນີ້ ຍ່ອມເຂົ້າເຖິງຄວາມເປັນເທວະດາເຫຼົ່າມະນາປະກາຍິກາ
**ອ້າງອີງ**
ອຸຄຄະຫະສູດ ພຣະໄຕປິດົກ ສະບັບຫຼວງ ຫມວດທີ່ 22 ຂໍ້ທີ່ 33 ໜ້າ 32-33