ສິ່ງທີ່ບໍ່ປຸງ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ເມື່ອໃດ ອະວິຊຊາ ຂອງພິກຂຸລະຂາດໄປ ວິຊຊາເກີດຂຶ້ນແລ້ວ; ເຂົານັ້ນ ເພາະອະວິຊຊາຈາງຫາຍໄປ ເພາະວິຊຊາເກີດຂຶ້ນແທນ ຍ່ອມບໍ່ປຸງເຄື່ອງປຸງອັນເປັນບຸນຍ໌ນັ້ນແລ, ຍ່ອມບໍ່ປຸງເຄື່ອງປຸງອັນບໍ່ແມ່ນບຸນຍ໌, ຍ່ອມບໍ່ປຸງ ເຄື່ອງປຸງ ອັນເປັນອະເນນຊາ. ເຂົານັ້ນເມື່ອບໍ່ປຸງ ເມື່ອບໍ່ກໍ່ ຍ່ອມບໍ່ຖືໝັ້ນສິ່ງໃດໆ ໃນໂລກ. ເມື່ອບໍ່ຖືໝັ້ນ ຍ່ອມບໍ່ສຽວສະດຸ້ງ. ເມື່ອບໍ່ສຽວສະດຸ້ງ ຍ່ອມປະຣິນິພພານ. ເຂົານັ້ນ ຍ່ອມຮູ້ແຈ່ມແຈ້ງວ່າ “ຊາດສິ້ນສຸດແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຕ້ອງເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້ ແລ.

- ນິທານ. ສັງ. ໑໖/໙໙/໑໙໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ