ປັດໃຈແຫ່ງອະວິຊາ
ປະຕິຈະສະມຸບາດ
ພິກຂຸ ທ. ! ທີ່ສຸດໃນເບື້ອງຕົ້ນຂອງ ອະວິຊຊາ ຍ່ອມບໍ່ປາກົດ; ກ່ອນແຕ່ນີ້ອະວິຊຊາ ບໍ່ໄດ້ມີ; ແຕ່ວ່າອະວິຊຊາ ຫາກໍ່ມີພາຍຫຼັງ. ພິກຂຸ ທ. ! ຄໍາກ່າວເຊັ່ນນີ້ແຫຼະ ເປັນຄວາມທີ່ໃຜໆ໑ ຄວນກ່າວ ແລະຄວນກ່າວດ້ວຍວ່າ “ອະວິຊຊາ ຍ່ອມປາກົດ ເພາະມີສິ່ງນີ້ສິ່ງນີ້ ເປັນປັຈຈັຍ” ດັ່ງນີ້.
ພິກຂຸ ທ. ! ເຮົາກ່າວວ່າ ເຖິງແມ່ນອະວິຊຊານັ້ນ ກໍເປັນທັມມະຊາຕ ມີອາຫາຣ ຫາກແມ່ນເປັນທັມມະຊາດທີ່ບໍ່ມີອາຫາຣ ກໍບໍ່. ກໍອັນໃດໜໍ ເປັນອາຫາຣຂອງ ອະວິຊຊາ ? ຄໍາຕອບຍ່ອມມີວ່າ “ນິວອນທັງຫຼາຍ ໕ ປະການ ເປັນອາຫາຣະຂອງ ອະວິຊຊາ” ດັ່ງນີ້.
ພິກຂຸ ທ. ! ເຮົາກ່າວວ່າ ເຖິງແມ່ນນິວອນທັງຫຼາຍ ໕ ປະການ ກໍເປັນທັມມະຊາດ ມີອາຫາຣ ຫາກແມ່ນເປັນທັມມະຊາດທີ່ບໍ່ມີອາຫາຣກໍບໍ່.
໑. ຄໍາວ່າ ວຸດຈະຕິ ຄຳນີ້ເຄີຍແປກັນແຕ່ວ່າ ອັນຕະຖາຄົຕຍ່ອມກ່າວ ກັນຈົນເປັນທໍານຽມໄປເສຍ. ໃນບ່ອນນີ້ ພິຈາຣະນາເບິ່ງແລ້ວ ເຫັນໄດ້ວ່າຄວນຈະແປວ່າ ໃຜໆທຸກຄົນທີ່ເປັນຜູ້ຮູ້ ລວມທັງພຣະອົງຄ໌ເອງດ້ວຍ ຄວນຈະກ່າວ, ຫາກແມ່ນເປັນການຜູກຂາດ ສະເພາະໄວ້ແຕ່ພຣະອົງຄ໌ ຜູ້ດຽວໄປກໍບໍ່.
ກໍອັນໃດໜໍເປັນອາຫາຣ ຂອງນິວອນທັງຫຼາຍ ໕ ປະການ ? ຄໍາຕອບຍ່ອມມີວ່າ “ທຸຈະຣິຕທັງຫຼາຍ ໓ ປະການ” ດັ່ງນີ້.
ພິກຂຸ ທ. ! ເຮົາກ່າວວ່າ ເຖິງແມ່ນທຸຈະຣິຕທັງຫຼາຍ ໓ ປະການ ກໍເປັນທັມມະຊາດ ມີອາຫາຣ ຫາກແມ່ນເປັນທັມມະຊາດທີ່ບໍ່ມີອາຫາຣກໍບໍ່. ກໍອັນໃດໜໍ ເປັນອາຫາຣຂອງທຸຈະຣິຕທັງຫຼາຍ ໓ ປະການ ? ຄໍາຕອບຍ່ອມມີວ່າ “ ການບໍ່ສັງລວມອິນຊີ” ດັ່ງນີ້.
...ຯລຯ......ຯລຯ...
ການບໍ່ສັງລວມອິນຊີ ບໍຣິບູນແລ້ວ ຍ່ອມເຮັດທຸຈະຣິຕທັງຫຼາຍ ໓ ປະການ ໃຫ້ບໍຣິບູນ;
ທຸຈະຣິຕທັງຫຼາຍ ໓ ປະການບໍຣິບູນແລ້ວ ຍ່ອມເຮັດນິວອນທັງຫຼາຍ ໕ ປະການ ໃຫ້ບໍຣິບູນ;
ນິວອນທັງຫຼາຍ ໕ ປະການບໍຣິບູນແລ້ວ ຍ່ອມເຮັດ ອະວິຊຊາໃຫ້ບໍຣິບູນ.
ພິກຂຸ ທ. ! ອາຫາຣແຫ່ງ ອະວິຊຊາ ນີ້ ຍ່ອມມີໄດ້ດ້ວຍອາການດັ່ງນີ້ ແລະ ບໍຣິບູນແລ້ວດ້ວຍອາການດັ່ງນີ້.
- ທສກ. ອັງ. ໒໔/໑໒໐/໖໑.
[ຕາມປົກກະຕິ ເຮົາໄດ້ຍິນ ໄດ້ຟັງ ສັ່ງສອນກັນມາວ່າ ອະວິຊຊາບໍ່ມີປັຈຈັຍ ໃນບ່ອນນີ້ໄດ້ຕຣັດວ່າ ມີສິ່ງນີ້ສິ່ງນີ້ ເປັນປັຈຈັຍ ຄວນທີ່ນັກສຶກສາ ຈະໄດ້ພິຈາຣະນາເບິ່ງ ໃຫ້ເປັນຢ່າງດີ ວ່າມີນິວອນເປັນປັຈຈັຍ ຫຼືອາຫາຣ ເພາະມີປະໂຫຍກວ່າ “ອິທັປປັຈຈະຍາ ອະວິຊຊາ” (ທສກ. ອັງ. ໒໔/໑໒໐/໖໑ ບັນທັດທີສາມນັບຂຶ້ນ)]