ກາມປຽບດ້ວຍຮູຮົ່ວຂອງເຮືອ
ສັງໂຍດ
ເມື່ອສັຕ ມີຄວາມຮັກໃຄ່ໃນກາມຢູ່, ຖ້າກາມນັ້ນສໍາເລັດແກ່ເຂົາ ຄືເຂົາໄດ້ຕາມປາຖະໜາແລ້ວ, ເຂົາຍ່ອມມີປີຕິໃນໃຈ ໂດຍແທ້. ເມື່ອສັຕ ຜູ້ມີຄວາມພໍໃຈກໍາລັງຮັກໃຄ່ໃນກາມຢູ່, ຖ້າກາມນັ້ນສູນຫາຍໄປ, ເຂົາຍ່ອມເດືອດຮ້ອນ ເໝືອນຖືກແທງດ້ວຍລູກສອນສະນັ້ນ.
ຜູ້ໃດ ເວັ້ນຂາດຈາກກາມ ດ້ວຍຄວາມເຫັນວ່າ ເປັນດຸດດັ່ງຫົວງູ ຜູ້ນັ້ນເປັນຄົນມີສະຕິ ຂ້າມພົ້ນຕັນຫາ ອັນສ່າຍໄປໃນໂລກເສຍໄດ້.
ຜູ້ໃດ ເຂົ້າໄປຜູກໃຈຢູ່ໃນທີ່ນາ ທີ່ສວນ ເງິນ ງົວ ມ້າ ຂ້າທາສຊາຍແລະຍິງ ພວກພ້ອງ ແລະກາມທັງຫຼາຍອື່ນໆ ຢ່າງຫຼວງຫຼາຍ ກິເລສະມາຣ ຍ່ອມສຸບງໍາບຸຄຄົລຜູ້ນັ້ນໄດ້, ອັນຕະລາຍຮອບດ້ານ ຍ່ອມຢໍ່າຢີບຸຄຄົລຜູ້ນັ້ນ; ເພາະເຫຕນັ້ນ ຄວາມທຸກຂ໌ ຍ່ອມຕິດຕາມເຂົາ ເໝືອນນໍ້າໄຫຼເຂົ້າສູ່ເຮືອ ອັນແຕກແລ້ວສະນັ້ນ.
ເພາະສະນັ້ນ ບຸຄຄົລ ຄວນເປັນຜູ້ມີສະຕິທຸກເມື່ອ, ຄວນເວັ້ນຂາດຈາກກາມ, ລະກາມແລ້ວ ຍ່ອມຂ້າມໂອຄະເສຍໄດ້ ດຸດດັ່ງບຸຄຄົລ ອຸດຢາເຮືອດີແລ້ວ ກໍຍ່ອມຂ້າມໄປເຖິງຝັ່ງນັ້ນ (ນິພພານ) ໄດ້ສະນັ້ນ ແລ.
- ສຸຕຕະ. ຂຸ. ໒໕/໔໘໔/໔໐໘.