ສິ່ງທີ່ຕຣັດສະຮູ້

ພຸດທະປະຫວັດ

0:00/0:00
ພິກຂຸ ທ.! ມີສິ່ງທີ່ແລ່ນດັ່ງໄປສຸດໂຕ່ງຢູ່ສອງຢ່າງ ທີ່ບັນພະຊິດບໍ່ຄວນຂ້ອງແລະ ດ້ວຍ. ສິ່ງທີ່ແລ່ນດັ່ງສຸດ ໂຕ່ງນັ້ນຄືອັນໃດ ? ຄື ການປະກອບຕົນພົວພັນຢູ່ດ້ວຍ ຄວາມໃຄ່ໃນກາມທັງຫຼາຍ ອັນເປັນການກະທໍາທີ່ຍັງຕໍ່າ ເປັນຂອງຊາວບ້ານ ເປັນ ຂອງຄົນຊັ້ນປຸຖຸຊົນ ບໍ່ແມ່ນຂອງພຣະອະຣິຍະເຈົ້າ ບໍ່ປະກອບດ້ວຍປະໂຍຊນ໌, ແລະ ການປະກອບຄວາມພຽນ ໃນການທໍຣະມານຕົນໃຫ້ລໍາບາກ ອັນນໍາມາຊຶ່ງຄວາມ ທຸກຂ໌ ບໍ່ແມ່ນຂອງພຣະອະຣິຍະເຈົ້າ ບໍ່ປະກອບດ້ວຍປະໂຍຊນ໌, ສອງຢ່າງນີ້ແລ.


ພິກຂຸ ທ.! ຂໍ້ປະຕິບັດເປັນທາງສາຍກາງ ທີ່ບໍ່ຈິ່ງໄປຫາສິ່ງສຸດໂຕ່ງສອງຢ່າງນັ້ນ ເປັນຂໍ້ປະຕິບັດທີ່ຕະຖາຄົຕໄດ້ຕຣັສຮູ້ສະເພາະແລ້ວ ເປັນຂໍ້ປະຕິບັດເຮັດໃຫ້ເກີດ ຈັກຂຸ ເປັນຂໍ້ປະຕິບັດເຮັດໃຫ້ເກີດຍານ ເປັນໄປເພື່ອຄວາມສະງົບ ເພື່ອຄວາມຮູ້
ອັນຍິ່ງ ເພື່ອຄວາມຕຣັສຮູ້ພ້ອມ ເພື່ອນິບພານ.
ພິກຂຸ ທ.! ຂໍ້ປະຕິບັດເປັນທາງສາຍກາງ ທີ່ບໍ່ຈິ່ງໄປຫາທີ່ສຸດໂຕ່ງສອງຢ່າງນັ້ນ ເປັນແນວໃດຫນໍ ? ພິກຂຸ ທ.! ຂໍ້ປະຕິບັດອັນເປັນທາງສາຍກາງນັ້ນ ຄືຂໍ້ປະຕິບັດທີ່ ເປັນຫົນທາງອັນປະເສີດ ປະກອບຢູ່ດ້ວຍອົງແປດປະການນີ້ເອງ. ແປດປະການຄື ອັນໃດຫນໍ ? ຄືຄວາມເຫັນທີ່ຖືກຕ້ອງ ຄວາມດໍາຣິທີ່ຖືກຕ້ອງ ການເວົ້າຈາທີ່ຖືກຕ້ອງ ການທໍາການງານທີ່ຖືກຕ້ອງ ການລ້ຽງຊີບທີ່ຖືກຕ້ອງ ຄວາມພາກພຽນທີ່ຖືກຕ້ອງ ຄວາມຣະນຶກທີ່ຖືກຕ້ອງ ຄວາມຕັ້ງໃຈຫມັ້ນທີ່ຖືກຕ້ອງ. ພິກຂຸ ທ. ນີ້ແລ ຄື ປະຕິບັດທີ່ເປັນທາງສາຍກາງ ທີ່ຕະຖາຄົຕໄດ້ຕຣັສຮູ້ສະເພາະແລ້ວ ເປັນຂໍ້ ປະຕິບັດເຮັດໃຫ້ເກີດຈັກຂຸ ເຮັດໃຫ້ເກີດຍານ ເປັນໄປເພື່ອຄວາມສະງົບ ເພື່ອ ຄວາມຮູ້ອັນຍິ່ງ ເພື່ອຄວາມຕຣັສຮູ້ພ້ອມ ເພື່ອນິບພານ.
ພິກຂຸ ທ. ນີ້ແລ ຄືຄວາມຈິງອັນປະເສີດ ເລື່ອງຄວາມທຸກຂ໌ ຄືຄວາມເກີດກໍ່ ເປັນທຸກຂ໌ ຄວາມແກ່ກໍເປັນທຸກຂ໌ ຄວາມເຈັບໄຂ້ກໍເປັນທຸກຂ໌ ຄວາມຕາຍກໍເປັນ ທຸກຂ໌, ຄວາມປະຈວບກັບສິ່ງທີ່ບໍ່ຫນ້າຮັກເປັນທຸກຂ໌ ຄວາມພັດພາກຈາກສິ່ງທີ່ຮັກ ເປັນທຸກຂ໌ ຄວາມປາຖນາສິ່ງໃດແລ້ວບໍ່ໄດ້ສິ່ງນັ້ນ ເປັນທຸກຂ໌, ກ່າວໂດຍຫຍໍ້ ຂັນທີ່ຫ້າ ທີ່ປະກອບດ້ວຍອຸປາທານ ເປັນທຸກຂ໌.
ພິກຂຸ ທ. ນີ້ແລ ຄືຄວາມຈິງອັນປະເສີດ ເລື່ອງແດນເກີດຂອງຄວາມທຸກຂ໌ ຄືບັນຫາ ອັນເປັນເຄື່ອງເຮັດໃຫ້ມີການເກີດອີກ ອັນປະກອບດ້ວຍຄວາມກໍາຫນັດ ດ້ວຍອໍານາດຄວາມເພີນ ອັນເປັນເຄື່ອງໃຫ້ເພີດເພີນຢ່າງຍິ່ງ ໃນອາຣົມນັ້ນໆ, ໄດ້ແກ່ ຕັນຫາໃນການ ຕັນຫາໃນຄວາມມີຄວາມເປັນ ຕັນຫາໃນຄວາມບໍ່ມີບໍ່ເປັນ.

ພິກຂຸ ທ.! ນີ້ແລ ຄືຄວາມຈິງອັນປະເສີດ ເລື່ອງຄວາມດັບບໍ່ເຫຼືອຂອງຄວາມ ທຸກຂ໌ ຄື ຄວາມດັບສະນິດເພາະຈາງໄປໂດຍບໍ່ມີເຫຼືອຂອງ ຕັນຫານັ້ນນັ້ນເອງ ຄືຄວາມ ສະລັດຖີ້ມ ຄວາມສະລະຄືນ ຄວາມປ່ອຍ ຄວາມເຮັດບໍ່ໃຫ້ມີທີ່ອາໄສຊຶ່ງຕັນຫານັ້ນ.
ພິກຂຸ ທ.! ນີ້ຄືຄວາມຈິງອັນປະເສີດ ເລື່ອງຂໍ້ປະຕິບັດອັນເຮັດສັຕໃຫ້ບັນລຸ ເຖິງຄວາມດັບບໍ່ເຫຼືອຂອງຄວາມທຸກຂ໌ ຄືຂໍ້ປະຕິບັດ ອັນເປັນຫົນທາງອັນປະເສີດ ອັນປະກອບດ້ວຍອົງແປດປະການນີ້ ໄດ້ແກ່ ຄວາມເຫັນທີ່ຖືກຕ້ອງ ຄວາມດໍາຣິທີ່ ຖືກຕ້ອງ ການເວົ້າຈາທີ່ຖືກຕ້ອງ ການທໍາການງານທີ່ຖືກຕ້ອງ ການລ້ຽງຊີບທີ່ ຖືກຕ້ອງ ຄວາມພາກພຽນທີ່ຖືກຕ້ອງ ຄວາມລະນຶກທີ່ຖືກຕ້ອງ ຄວາມຕັ້ງໃຈຫມັ້ນທີ່ ຖືກຕ້ອງ.
ພິກຂຸ ທ. ຈັກຂຸເກີດຂຶ້ນແລ້ວ ຍານເກີດຂຶ້ນແລ້ວ ປັນຍາເກີດຂຶ້ນແລ້ວ ວິຊຊາ ເກີດຂຶ້ນແລ້ວ ແສງສະຫວ່າງເກີດຂຶ້ນແລ້ວ ເກີດຂຶ້ນໃນສິ່ງທີ່ເຮົາບໍ່ເຄີຍໄດ້ຟັງມາ ແຕ່ກ່ອນ ເກີດຂຶ້ນແກ່ເຮົາວ່າ ນີ້ຄືຄວາມຈິງອັນປະເສີດ ຄືຄວາມທຸກຂ໌, ເກີດຂຶ້ນແກ່ ເຮົາວ່າ ຄວາມຈິງອັນປະເສີດ ຄືຄວາມທຸກຂ໌ນີ້ ເປັນສິ່ງທີ່ຄວນກໍານົດຮູ້, ເກີດຂຶ້ນ ແກ່ເຮົາວ່າ ກໍຄວາມຈິງອັນປະເສີດ ຄືຄວາມທຸກຂ໌ນີ້ ເຮົາຕະຖາຄົຕນົດຮູ້ຮອບ
ແລ້ວ.
ພິກຂຸ ທ. ຈັກຂຸເກີດຂຶ້ນແລ້ວ ຍານເກີດຂຶ້ນແລ້ວ ປັນຍາເກີດຂຶ້ນແລ້ວ ວິຊຊາ ເກີດຂຶ້ນແລ້ວ ແສງສະຫວ່າງເກີດຂຶ້ນແລ້ວ ເກີດຂຶ້ນໃນສິ່ງທີ່ເຮົາບໍ່ເຄີຍໄດ້ຟັງມາ ແຕ່ກ່ອນ ເກີດຂຶ້ນແກ່ເຮົາວ່າ ນີ້ຄືຄວາມຈິງອັນປະເສີດ ຄືແດນເກີດຂອງທຸກຂ໌, ເກີດຂຶ້ນແກ່ເຮົາວ່າ ກໍຄວາມຈິງອັນປະເສີດ ຄືແດນເກີດຂອງທຸກຂ໌ນີ້ ເປັນສິ່ງທີ່ ຄວນລະເສຍ, ເກີດຂຶ້ນແກ່ເຮົາວ່າ ກໍຄວາມຈິງອັນປະເສີດ ຄືແດນເກີດຂອງ ຄວາມທຸກຂ໌ນີ້ ເຮົາຕະຖາຄົຕລະໄດ້ແລ້ວ.
ພິກຂຸ ທ. ຈັກຂຸເກີດຂຶ້ນແລ້ວ ຍານເກີດຂຶ້ນແລ້ວ ປັນຍາເກີດຂຶ້ນແລ້ວ ວິຊຊາ ເກີດຂຶ້ນແລ້ວ ແສງສະຫວ່າງເກີດຂຶ້ນແລ້ວ ເກີດຂຶ້ນໃນສິ່ງທີ່ເຮົາບໍ່ເຄີຍໄດ້ຟັງມາ ແຕ່ກ່ອນ ເກີດຂຶ້ນແກ່ເຮົາວ່າ ນີ້ຄືຄວາມຈິງອັນປະເສີດ ຄືຄວາມດັບບໍ່ເຫຼືອຂອງຄວາມທຸກຂ໌, ເກີດຂຶ້ນແກ່ເຮົາວ່າ ກໍຄວາມຈິງອັນປະເສີດ ຄືຄວາມດັບບໍ່ເຫຼືອຂອງ ຄວາມທຸກຂ໌ນີ້ ເປັນສິ່ງທີ່ຄວນເຮັດໃຫ້ແຈ້ງ, ເກີດຂຶ້ນແກ່ເຮົາວ່າ ກໍຄວາມຈິງອັນ ປະເສີດ ຄືຄວາມດັບບໍ່ເຫຼືອຂອງຄວາມທຸກຂ໌ນີ້ ເຮົາຕະຖາຄົຕເຮັດໃຫ້ແຈ້ງແລ້ວ. ພິກຂຸ ທ. ຈັກຂຸເກີດຂື້ນແລ້ວ ຍານເກີດຂຶ້ນແລ້ວ ປັນຍາເກີດຂຶ້ນແລ້ວ ວິຊຊາ ເກີດຂຶ້ນແລ້ວ ແສງສະຫວ່າງເກີດຂຶ້ນແລ້ວ ເກີດຂຶ້ນໃນສິ່ງທີ່ເຮົາບໍ່ເຄີຍໄດ້ຟັງມາ ແຕ່ກ່ອນ ເກີດຂຶ້ນແກ່ເຮົາວ່າ ນີ້ຄວາມຈິງອັນປະເສີດ ຄືຂໍ້ປະຕິບັດທີ່ເຮັດສັຕໃຫ້ ບັນລຸເຖິງຄວາມດັບບໍ່ເຫຼືອຂອງຄວາມທຸກຂ໌, ເກີດຂຶ້ນແກ່ເຮົາວ່າ ກໍຄວາມຈິງອັນ ຄືຂໍ້ປະຕິບັດທີ່ເຮັດສັຕໃຫ້ບັນລຸເຖິງຄວາມດັບບໍ່ເຫຼືອຂອງຄວາມທຸກຂ໌ນີ້ ເປັນສິ່ງທີ່ຄວນເຮັດໃຫ້ເກີດມີ, ເກີດຂຶ້ນແກ່ເຮົາວ່າ ກໍຄວາມຈິງອັນປະເສີດ ຄື ປະຕິບັດທີ່ເຮັດສັຕໃຫ້ບັນລຸເຖິງຄວາມດັບບໍ່ເຫຼືອຂອງຄວາມທຸກຂ໌ນີ້ ເຮົາຕະຖາຄົຕ
ປະເສີດ
ເຮັດ ໃຫເກີດມີແລ້ວ.
ພິກຂຸ ທ.! ຕະຫຼອດກາລພຽງໃດ ທີ່ຍານທັດສະນະເຄື່ອງຮູ້ເຫັນຕາມທີ່ເປັນ ຈິງຂອງເຮົາ ອັນມີ ປະຣິວັຕສາມ ມີອາການສິບສອງ ໃນອະຣິຍະສັຈທັງສີ່ ເຫຼົ່ານີ້ ຍັງບໍ່ເປັນຍານທັດສະນະທີ່ບໍຣິສຸດສະອາດດ້ວຍດີ; ຕະຫຼອດກາລພຽງນັ້ນ ເຮົາຍັງບໍ່ ປະຕິຍານວ່າ ໄດ້ຕຣັສຮູ້ພ້ອມສະເພາະແລ້ວ ຊຶ່ງອະນຸດຕະຣະສັມມາສັມໂພທິຍານ ໃນໂລກພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນຫມູ່ສັຕ ພ້ອມທັງ ສະມະນະພຣາມ ພ້ອມທັງເທວະດາແລະມະນຸສ.
ພິກຂຸ ທ. ເມື່ອໃດ ຍານທັດສະນະເຄື່ຶອງຮູ້ເຫັນຕາມທີ່ເປັນຈິງຂອງເຮົາ ອັນ ມີປະຣິວັຕສາມ ມີອາການສິບສອງ ໃນອະຣິຍະສັຈທັງສີ່ເຫຼົ່ານີ້ ເປັນຍານທັດສະ ນະທີ່ບໍຣິສຸດ ສະອາດດ້ວຍດີ; ເມື່ອນັ້ນ ເຮົາກໍປະຕິຍານວ່າ ເປັນຜູ້ຕຣັສຮູ້ພ້ອມ ສະເພາະແລ້ວ ຊຶ່ງອະນຸດຕະຣະສັມມາສັມໂພທິຍານໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນຫມູ່ສັຕພ້ອມທັງສະມະນະພຣາມ ພ້ອມທັງເທວະດາ ແລະມະນຸສ.

ບາລີ ມຫາວາຣ. ສັງ. ໑໙/໕໒໘/໑໖໖໔. ຕຣັດແກ່ພິກຂຸທັງຫ້າ ທີ່ອິສິປະຕະນະມິຄະທາຍະວັນ;
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ