ອິທິບາດ 4

ອິທິບາດ 4

0:00/0:00
ດູຣາພິກຂຸທັງຫຼາຍ ! ອິທທິບາທ ໔ ຢ່າງເຫຼົ່ານີ້ ອັນບຸກຄົນໃດ ຈະເຣີນແລ້ວ ປະຕິບັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອເຖິງຝັ່ງຈາກ ທີ່ບໍ່ແມ່ນຝັ່ງ ອິທທິບາທ ໔ ນັ້ນເປັນແນວໃດຫນໍ ? ຄື:
ພິກຂຸໃນທັມວິນັຍນີ້ ຍ່ອມຈະເຣີນອິທທິບາທອັນປະກອບດ້ວຍ ສັນທະສະມາທິ ແລະ ປະທານສັງຂາຣ.
ຍ່ອມຈະເຣີນອິທທິບາທອັນປະກອບດ້ວຍ ວິຣິຍະສະມາທິ ແລະ
ປະທານສັງຂາຣ.
ຍ່ອມຈະເຣີນອິທທິບາທອັນປະກອບດ້ວຍ ຈິຕຕະສະມາທິ ແລະ
ປະທານສັງຂາຣ.
ຍ່ອມຈະເຣີນອິທທິບາທອັນປະກອບດ້ວຍ ວິມັງສາສະມາທິ
ແລະ ປະທານສັງຂາຣ.
ດູຣາພິກຂຸທັງຫຼາຍ ! ອິທທິບາທ ໔ ເຫຼົ່ານີ້ ອັນບຸກຄົນໃດຈະ ເຣີນແລ້ວ ປະຕິບັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອເຖິງຝັ່ງຈາກທີ່ບໍ່ ແມ່ນຝັ່ງ.

ສະບັບຫຼວງ ໑໙ ໒໖໘/໑໑໐໘
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ