ໜ້າທີ່ອັນກ່ຽວກັບອະຣິຍະສັດມີ 4 ຊະນິດ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ຄວາມຈິງອັນປະເສີດ ມີສີ່ຢ່າງເຫຼົ່ານີ້. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື ຄວາມຈິງອັນປະເສີດຄືທຸກຂ໌, ເຫຕໃຫ້ເກີດແຫ່ງທຸກຂ໌, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ແລະທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພິກຂຸ ທ. ! ເຫຼົ່ານີ້ແລຄື ຄວາມຈິງອັນປະເສີດສີ່ຢ່າງ.

ພິກຂຸ ທ. ! ໃນຄວາມຈິງອັນປະເສີດສີ່ຢ່າງເຫຼົ່ານີ້, ຄວາມຈິງອັນປະເສີດ ທີ່ຄວນກໍານົດຮອບຮູ້ກໍມີ, ຄວາມຈິງອັນປະເສີດ ທີ່ຄວນລະເສຍກໍມີ, ຄວາມຈິງອັນປະເສີດ ທີ່ຄວນເຮັດໃຫ້ແຈ້ງກໍມີ, ແລະຄວາມຈິງອັນປະເສີດ ທີ່ຄວນເຮັດໃຫ້ຈະເຣີນກໍມີ.

ພິກຂຸ ທ. ! ຄວາມຈິງອັນປະເສີດ ທີ່ຄວນກຳນົດຮອບຮູ້ ໄດ້ແກ່ຄວາມຈິງອັນປະເສີດ ຄືທຸກຂ໌, ຄວາມຈິງອັນປະເສີດທີ່ຄວນລະເສຍ ໄດ້ແກ່ຄວາມຈິງອັນປະເສີດ ຄືເຫຕໃຫ້ເກີດແຫ່ງທຸກຂ໌, ຄວາມຈິງອັນປະເສີດ ທີ່ຄວນເຮັດໃຫ້ແຈ້ງ ໄດ້ແກ່ຄວາມຈິງອັນປະເສີດ ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ແລະຄວາມຈິງອັນປະເສີດທີ່ຄວນເຮັດໃຫ້ຈະເຣີນ ໄດ້ແກ່ຄວາມຈິງອັນປະເສີດ ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າຕ້ອງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໔໖/໑໗໐໙.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ