ນິວອນ 5 ເປັນເຄື່ອງເຮັດກະແສຈິດບໍ່ໃຫ້ລວມກໍາລັງ

ອະກຸສົນ

0:00/0:00
ພິກຂຸທັງຫຼາຍ ! ນິວອນເປັນເຄື່ອງຂວາງກັ້ນ ໕ ຢ່າງເຫຼົ່ານີ້ ຖ້ວມທັບຈິຕແລ້ວ ເຮັດປັນຍາໃຫ້ຖອຍກໍາລັງ ມີຢູ່.
໕ ຢ່າງ ແນວໃດໜໍ ?
໕ ຢ່າງ ຄື
໑. ນິວອນເຄື່ອງຂວາງກັ້ນ ຄື ກາມະສັນທະ ຄອບງໍາຈິຕແລ້ວ ເຮັດປັນຍາໃຫ້ຖອຍກໍາລັງ
໒. ນິວອນເຄື່ອງຂວາງກັ້ນ ຄື ພະຍາບາດ ຄອບງໍາຈິຕແລ້ວ ເຮັດປັນຍາໃຫ້ຖອຍກໍາລັງ
໓. ນິວອນເຄື່ອງຂວາງກັ້ນ ຄື ຖີນະມິດດະ ຄອບງໍາຈິຕແລ້ວ ເຮັດປັນຍາໃຫ້ຖອຍກໍາລັງ
໔. ນິວອນເຄື່ອງຂວາງກັ້ນ ຄື ອຸດທັດຈະກຸກກຸດຈະ (ຄວາມຟຸ້ງຊ້ານແລະລໍາຄານ) ຄອບງໍາຈິຕແລ້ວ ເຮັດປັນຍາໃຫ້ຖອຍກໍາລັງ
໕. ນິວອນເຄື່ອງຂວາງກັ້ນ ຄື ວິຈິກິດສາ (ຄວາມລັງເລສົງໄສ) ຄອບງໍາຈິຕແລ້ວ ເຮັດປັນຍາໃຫ້ຖອຍກໍາລັງ.

ພິກຂຸທັງຫຼາຍ ! ພິກຂຸທີ່ບໍ່ລະນິວອນອັນເປັນເຄື່ອງຂວາງກັ້ນຈິຕ ໕ ຢ່າງເຫຼົ່ານີ້ແລ້ວ ຈະຮູ້ເຊິ່ງປະໂຫຍດຕົນ ຫຼືປະໂຫຍດຜູ້ອື່ນ ຫຼື ປະໂຫຍດທັງສອງຝ່າຍ ຫຼື ຈະເຮັດໃຫ້ແຈ້ງເຊິ່ງຍານະທັດສະນະອັນວິເສດ ຄວນແກ່ຄວາມເປັນອະຣິຍະ ຍິ່ງກວ່າທໍາມະດາແຫ່ງມະນຸດ ດ້ວຍປັນຍາອັນທຸບພະລະພາບ ໄຮ້ກໍາລັງດັ່ງນີ້ ນັ້ນບໍ່ເປັນຖານະທີ່ຈະມີໄດ້.
ພິກຂຸທັງຫຼາຍ ! ປຽບເໝືອນແມ່ນໍ້າທີ່ໄຫຼລົງຈາກພູເຂົາ ໄຫຼໄປສູ່ທີ່ໄກ ມີກະແສໄຫຼແຮງ ໄຫຼພັດສິ່ງຕ່າງໆໄປໄດ້ ມີບຸຣຸດມາເປີດປ່ອງທາງທັງຫຼາຍທີ່ເຂົາຂຸດຂຶ້ນ ດ້ວຍເຄື່ອງໄຖທັງສອງຝັ່ງແມ່ນ້ຳນັ້ນ ເມື່ອເປັນເຊັ່ນນັ້ນ ກະແສກາງແມ່ນ້ຳນັ້ນ ກໍໄຫຼລ້ຽວ ໄຫຼຜິດທາງ ບໍ່ໄຫຼໄປສູ່ທີ່ໄກ ບໍ່ມີກະແສແຮງ ບໍ່ໄຫຼພັດສິ່ງຕ່າງໆໄປໄດ້ ນີ້ເຊັ່ນໃດ
ພິກຂຸທັງຫຼາຍ ! ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ ພິກຂຸທີ່ບໍ່ລະນິວອນອັນເປັນເຄື່ອງຂວາງກັ້ນຈິຕ ໕ ຢ່າງເຫຼົ່ານີ້ແລ້ວ ຈະຮູ້ເຊິ່ງປະໂຫຍດຕົນ ຫຼື ປະໂຫຍດຜູ້ອື່ນ ຫຼື ປະໂຫຍດທັງສອງຝ່າຍ ຫຼືຈະເຮັດໃຫ້ແຈ້ງເຊິ່ງຍານະທັດສະນະອັນວິເສດ ອັນຄວນແກ່ຄວາມເປັນອະຣິຍະ ຍິ່ງກວ່າທໍາມະດາແຫ່ງມະນຸດ ດ້ວຍປັນຍາ ອັນທຸບພະລະພາບໄຮ້ກໍາລັງ ດັ່ງນີ້ ນັ້ນບໍ່ເປັນຖານະທີ່ຈະມີໄດ້.

[ຕໍ່ໄປນີ້ ໄດ້ຕຣັດໂດຍປະຕິປັກຂະນັຍ (ນັຍກົງກັນຂ້າມ) ຄືພິກຂຸລະນິວອນແລ້ວ ເຮັດຍານວິເສດໃຫ້ແຈ້ງໄດ້ດ້ວຍປັນຍາ ອັນມີກໍາລັງ ເໝືອນແມ່ນ້ຳທີ່ເຂົາອັດຮູຮົ່ວທັງສອງຝັ່ງເສຍແລ້ວ ມີກະແສໄຫຼແຮງຫຼາຍເຊັ່ນນັ້ນ]

ບາລີ ປັນຈກ. ອັງ. ໒໒/໗໒/໕໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ