ເຊື່ອວ່າ “ກຳ” ບໍ່ມີອັນຕະລາຍຢ່າງຍິ່ງ
ກຳ
ພິກຂຸທັງຫຼາຍ ! ໃນບັນດາຜ້າ ທີ່ຕໍ່າດ້ວຍສິ່ງທີ່ເປັນເສັ້ນໆ ກັນແລ້ວ ຜ້າເກສະກໍາພົນ (ຜ້າຕໍ່າດ້ວຍຜົມຄົນ) ນັບວ່າເປັນຜ້າຂີ້ຮ້າຍທີ່ສຸດ. ຜ້າເກສະກໍາພົນນີ້ ເມື່ອອາກາດໜາວ ມັນກໍເຢັນໂພດ, ເມື່ອອາກາດຮ້ອນ ມັນກໍຮ້ອນເຮັ່ງ. ສີກໍບໍ່ງາມ ກິ່ນກໍເໝັນ ແພກໍກະດ້າງ; ຂໍ້ນີ້ເປັນເຊັ່ນໃດ ,
ພິກຂຸທັງຫຼາຍ ! ໃນບັນດາລັດທິຕ່າງໆ ຂອງເຫຼົ່າປຸຖຸສະມະນະ (ສະມະນະອື່ນທົ່ວໄປ) ແລ້ວ ລັດທິມັກຂະລິວາດ ນັບວ່າເປັນຊົ່ວທີ່ສຸດ ເຊັ່ນນັ້ນ.
ພິກຂຸທັງຫຼາຍ ! ມັກຂະລິໂມຄະບຸຣຸສນັ້ນ ມີຖ້ອຍຄໍາແລະຫຼັກຄວາມເຫັນວ່າ “ກັມບໍ່ມີ, ກິຣິຍາບໍ່ມີ, ຄວາມພຽນບໍ່ມີ” (ຄືໃນໂລກນີ້ ຢ່າວ່າແຕ່ຈະມີຜົລກັມເລີຍ ແມ່ນແຕ່ຕົວກັມເອງກໍບໍ່ມີ, ເຮັດຫຍັງທໍ່ກັບບໍ່ເຮັດ ໃນສ່ວນຂອງກິຣິຍາແລະຄວາມພຽນ ກໍມີນັຍເຊັ່ນດຽວກັນ).
ພິກຂຸທັງຫຼາຍ ! ແມ່ນວ່າພຣະອະຣະຫັນຕະສັມມາສັມພຸທທະເຈົ້າທັັງຫຼາຍ ທີ່ເຄີຍມີແລ້ວໃນອະດີຕກາລນານໄກ ທ່ານເຫຼົ່ານັ້ນກໍລ້ວນແຕ່ເປັນຜູ້ກ່າວວ່າ ມີກັມ ມີກິຣິຍາ ມີວິຣິຍະ.
ມັກຂະລິໂມຄະບຸຣຸສ ຍ່ອມຄັດຄ້ານພຣະອະຣະຫັນຕະສັມມາສັມພຸທທະເຈົ້າເຫຼົ່ານັ້ນວ່າ ບໍ່ມີກັມ ບໍ່ມີກິຣິຍາ ບໍ່ມີວິຣິຍະ ດັ່ງນີ້.
ພິກຂຸທັງຫຼາຍ ! ແມ່ນວ່າພຣະອະຣະຫັນຕະສັມມາສັມພຸທທະເຈົ້າທັັງຫຼາຍ ທີ່ຈັກມີມາໃນອະນາຄົຕກາລນານໄກ ທ່ານເຫຼົ່ານັ້ນກໍລ້ວນແຕ່ເປັນຜູ້ກ່າວວ່າ ມີກັມ ມີກິຣິຍາ ມີວິຣິຍະ. ມັກຂະລິໂມຄະບຸຣຸສ ຍ່ອມຄັດຄ້ານພຣະອະຣະຫັນຕະສັມມາສັມພຸທທະເຈົ້າເຫຼົ່ານັ້ນວ່າ ບໍ່ມີກັມ ບໍ່ມີກິຣິຍາ ບໍ່ມີວິຣິຍະ ດັ່ງນີ້.
ພິກຂຸທັງຫຼາຍ ! ໃນກາລະດຽວນີ້ ແມ່ນເຮົາເອງຜູ້ເປັນ ອະຣະຫັນຕະສັມມາສັມພຸທທະກໍເປັນຜູ້ກ່າວວ່າ ມີກັມ ມີກິຣິຍາ ມີວິຣິຍະ. ມັກຂະລິໂມຄະບຸຣຸສ ຍ່ອມຄັດຄ້ານເຮົາວ່າ ບໍ່ມີກັມ
ບໍ່ມີກິຣິຍາ ບໍ່ມີວິຣິຍະ ດັ່ງນີ້.
ພິກຂຸທັງຫຼາຍ ! ຄົນເຂົາຫ້າງເຄື່ອງດັກປາໄວ້ທີ່ປາກແມ່ນ້ຳ ບໍ່ແມ່ນເພື່ອຄວາມເກື້ອກູນ, ແຕ່ເພື່ອຄວາມທຸກຂ໌ ຄວາມວອດວາຍ ຄວາມຈິບຫາຍ ແກ່ພວກປາທັງຫຼາຍເຊັ່ນໃດ ມັກຂະລິໂມຄະບຸຣຸສ ເກີດຂຶ້ນໃນໂລກ ເປັນເໝືອນກັບຜູ້ວາງເຄື່ອງດັກມະນຸສໄວ້ ບໍ່ແມ່ນເພື່ອຄວາມເກື້ອກູນ, ແຕ່ເພື່ອຄວາມທຸກຂ໌ ຄວາມວອດວາຍ ຄວາມຈິບຫາຍ ແກ່ສັຕທັງຫຼາຍເຊັ່ນນັ້ນ.
ຕິກ. ອັງ. ໒໐/໓໖໙/໕໗໗.