ສັມມັດຕະສິບ 10 ຂອງພຣະອະເສຂະ

ທໍາໃນທີສຸດ

0:00/0:00
ພິກຂຸ ທ. ! ທັມອັນເປັນອະເສຂະ ສິບຢ່າງເຫຼົ່ານີ້ ມີຢູ່. ສິບຢ່າງແນວໃດໜໍ ? ສິບຢ່າງ ຄື :-

ສັມມາທິຕຖິ ອັນເປັນອະເສຂະ ໑;
ສັມມາສັງກັບປະ ອັນເປັນອະເສຂະ ໑;
ສັມມາວາຈາ ອັນເປັນອະເສຂະ ໑;
ສັມມາກັມມັນຕະ ອັນເປັນອະເສຂະ ໑;
ສັມມາອາຊີວະ ອັນເປັນອະເສຂະ ໑;
ສັມມາວາຢາມະ ອັນເປັນອະເສຂະ ໑;
ສັມມາສະຕິ ອັນເປັນອະເສຂະ ໑;
ສັມມາສະມາທິ ອັນເປັນອະເສຂະ ໑;
ສັມມາຍານະ ອັນເປັນອະເສຂະ ໑;
ສັມມາວິມຸຕຕິ ອັນເປັນອະເສຂະ ໑ .
ພິກຂຸ ທ. ! ເຫຼົ່ານີ້ແລ ທັມອັນເປັນອະເສຂະສິບຢ່າງ;
- ທສກ. ອັງ. ໒໔/໒໓໗/໑໑໒.

ອົງຄ໌ແຫ່ງຄວາມເປັນພຣະເສຂະແລະພຣະອະເສຂະ

ພິກຂຸ ທ. ! ໃນບໍຣິກຂານແຫ່ງອະຣິຍະສັມມາສະມາທິນັ້ນ, ສັມມາທິຕຖິຍ່ອມເປັນອົງຄ໌ນໍາໜ້າ.

ພິກຂຸ ທ. ! ສັມມາທິຕຖິ ເປັນອົງຄ໌ນໍາໜ້າ ແນວໃດໜໍ ?

ພິກຂຸ ທ. ! ເມື່ອມີສັມມາທິຕຖິຢູ່, ສັມມາສັງກັບປະຍ່ອມມີພຽງພໍ. ເມື່ອມີສັມມາສັງກັບປະຢູ່, ສັມມາວາຈາຍ່ອມມີພຽງພໍ. ເມື່ອມີສັມມາວາຈາຢູ່, ສັມມາກັມມັນຕະຍ່ອມມີພຽງພໍ. ເມື່ອມີສັມມາກັມມັນຕະຢູ່, ສັມມາອາຊີວະຍ່ອມມີພຽງພໍ. ເມື່ອມີສັມມາອາຊີວະຢູ່, ສັມມາວາຢາມະຍ່ອມມີພຽງພໍ. ເມື່ອມີສັມມາວາຢາມະຢູ່, ສັມມາສະຕິຍ່ອມມີພຽງພໍ. ເມື່ອມີສັມມາສະຕິຢູ່, ສັມມາສະມາທິຍ່ອມມີພຽງພໍ. ເມື່ອມີສັມມາສະມາທິຢູ່, ສັມມາຍານະຍ່ອມມີພຽງພໍ. ເມື່ອມີສັມມາຍານະຢູ່, ສັມມາວິມຸຕຕິຍ່ອມມີພຽງພໍ.

ພິກຂຸ ທ. ! ດ້ວຍເຫຕນີ້ແລ, ພິກຂຸຜູ້ປະກອບພ້ອມແລ້ວ ດ້ວຍອົງຄ໌ທັງ ໘ ຊື່ວ່າ ເປັນພຣະເສຂະ; ແລະຜູ້ປະກອບພ້ອມແລ້ວ ດ້ວຍອົງຄ໌ທັງ ໑໐ (ຄືເພີ່ມສັມມາຍານະແລະສັມມາວິມຸຕຕິອີກ ໒ ອົງຄ໌) ຊື່ວ່າ ເປັນພຣະອໍຣະຫັນຕ໌ (ພຣະອະເສຂະ) ແລ.
- ອຸປຣິ. ມ. ໑໔/໑໘໗/໒໗໙.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ