ລັດທິທີ່ເຊື່ອວ່າສຸກທຸກເກີດຂຶ້ນເອງລອຍໆ

ກຳ

0:00/0:00
ພິກຂຸທັງຫຼາຍ ! ໃນບັນດາລັດທິທັງ ໓ ນັ້ນ ສະມະນະພຣາມພວກໃດມີຖ້ອຍຄໍາແລະຄວາມເຫັນວ່າ “ບຸກຄົນ ໄດ້ຮັບສຸຂຫຼືທຸກຂ໌ ຫຼື ບໍ່ແມ່ນສຸຂ ບໍ່ແມ່ນທຸກຂ໌ ທັງໝົດນັ້ນ ບໍ່ມີຫຍັງເປັນເຫຕ ເປັນປັຈຈັຍເລີຍ” ດັ່ງນີ້ ມີຢູ່,

ເຮົາເຂົ້າໄປຫາສະມະນະພຣາມເຫຼົ່ານັ້ນ ແລ້ວສອບຖາມຄວາມທີ່ເຂົາຍັງຢືນຢັນຢູ່ດັ່ງນັ້ນແລ້ວ ເຮົາກ່າວກັບເຂົາວ່າ “ຖ້າແນວນັ້ນ (ໃນບັດນີ້) ຄົນທີ່ຂ້າສັຕ... ລັກຊັບ... ປະພຶຕຜິດ
ພຣົມມະຈັນ... ເວົ້າຂີ້ຕົວະ... ເວົ້າຍຸແຍ່ໃຫ້ແຕກກັນ ...ເວົ້າຄໍາຫຍາບ... ເວົ້າໂລເລ ... ມີໃຈລະໂມບເພັ່ງເລັງ... ມີໃຈພະຍາບາດ... ມີຄວາມເຫັນວິປະຣິຕເຫຼົ່ານີ້ ເຍື່ອງໃດເຍື່ອງໜຶ່ງ (ໃນເວລານີ້) ນັ້ນກໍຕ້ອງບໍ່ມີຫຍັງເປັນເຫຕ ເປັນປັຈຈັຍເລີຍດ້ວຍ .

ເມື່ອມົວແຕ່ຖືເອົາ
ບໍ່ມີຫຍັງເປັນເຫຕ ເປັນປັຈຈັຍ
ມາເປັນສາຣະສໍາຄັນດັ່ງນີ້ແລ້ວ
ຄົນເຫຼົ່ານັ້ນກໍບໍ່ມີຄວາມຢາກເຮັດ
ຫຼືຄວາມພະຍາຍາມເຮັດໃນຂໍ້ທີ່ວ່າ
ສິ່ງນີ້ຄວນເຮັດ (ກະຣະນີຍະກິຈ)
ສິ່ງນີ້ບໍ່ຄວນເຮັດ (ອະກະຣະນີຍະກິຈ) ອີກຕໍ່ໄປ.
ເມື່ອກະຣະນີຍະກິຈແລະອະກະຣະນີຍະກິຈ
ບໍ່ຖືກເຮັດ ຫຼືຖືກລະເວັ້ນໃຫ້ຈິງໆ ຈັງໆ ກັນແລ້ວ
ຄົນພວກທີ່ບໍ່ມີສະຕິຄຸ້ມຄອງຕົນເຫຼົ່ານັ້ນ
ກໍບໍ່ມີຫຍັງທີ່ຈະມາເອີ້ນຕົນວ່າ
ເປັນສະມະນະຢ່າງຖືກທັມໄດ້” ດັ່ງນີ້.

ຕິກ. ອັງ. ໒໐/໒໒໔/໕໐໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ