ເຄື່ອງກີດຂວາງການລະສັນໂຍດ
ອະຣິຍະສັດ 4
ພິກຂຸ ທ. ! ພິກຂຸໃດໜໍ ຍັງເປັນຜູ້ມີຄວາມພໍໃຈ ໃນຄວາມມົ່ວສຸມກັນເປັນໝູ່ໆ, ຍັງມີຄວາມຍິນດີ ໃນການມົ່ວສຸມກັນເປັນໝູ່ໆ, ຍັງຕາມປະກອບ ຊຶ່ງຄວາມພໍໃຈ ໃນຄວາມມົ່ວສຸມກັນເປັນໝູ່ໆ, ຍັງມີຄວາມພໍໃຈໃນຄະນະ ຍັງຍິນດີໃນຄະນະ ຍັງຕາມປະກອບ ຊຶ່ງຄວາມພໍໃຈໃນຄະນະ; ພິກຂຸນັ້ນ ຈະມາເປັນຜູ້ຢູ່ດ່ຽວໂດດ ຍິນດີໃນຄວາມສະຫງົບ ງຽບສະງັດດັ່ງນີ້, ຂໍ້ນີ້ ເປັນຖານະທີ່ມີບໍ່ໄດ້ ເປັນບໍ່ໄດ້. ເມື່ອຢູ່ດ່ຽວໂດດບໍ່ໄດ້ ແລະບໍ່ຍິນດີໃນຄວາມງຽບສະງັດຢູ່ ຍັງຈະສາມາດຖືເອົາຊຶ່ງນິມິຕແຫ່ງຈິຕດັ່ງນີ້, ຂໍ້ນີ້ ເປັນຖານະທີ່ມີບໍ່ໄດ້ ເປັນບໍ່ໄດ້. ເມື່ອບໍ່ອາດຖືເອົາຊຶ່ງນິມິຕແຫ່ງຈິຕ ແຕ່ຍັງຈະເຮັດສັມມາທິຕຖິ ໃຫ້ບໍຣິບູນໄດ້ດັ່ງນີ້, ຂໍ້ນີ້ເປັນຖານະທີ່ມີບໍ່ໄດ້ ເປັນບໍ່ໄດ້. ເມື່ອບໍ່ເຮັດສັມມາທິຕຖິ ໃຫ້ບໍຣິບູນແລ້ວ ຈະເຮັດສັມມາສະມາທິ ໃຫ້ບໍຣິບູນດັ່ງນີ້, ຂໍ້ນີ້ເປັນຖານະ ທີ່ມີບໍ່ໄດ້ເປັນບໍ່ໄດ້. ເມື່ອບໍ່ເຮັດສັມມາສະມາທິ ໃຫ້ບໍຣິບູນໄດ້ແລ້ວ ຈະລະສັນໂຍຊນ໌ທັງຫຼາຍໄດ້ ດັ່ງນີ້, ຂໍ້ນີ້ ເປັນຖານະທີ່ມີບໍ່ໄດ້ ເປັນບໍ່ໄດ້. ເມື່ອບໍ່ລະສັນໂຍຊ໌ທັງຫຼາຍແລ້ວ ຈະເຮັດໃຫ້ແຈ້ງຊຶ່ງພຣະນິພພານ ດັ່ງນີ້, ຂໍ້ນີ້ເປັນຖານະ ທີ່ມີບໍ່ໄດ້ ເປັນບໍ່ໄດ້,
- ສັກກ. ອັງ. ໒໒/໔໗໑/໓໓໙.
(ປະຕິປັກຂະນັຍ)
ພິກຂຸ ທ. ! ພິກຂຸນັ້ນໜໍ ບໍ່ເປັນຜູ້ມີຄວາມພໍໃຈໃນຄວາມມົ່ວສຸມກັນເປັນໝູ່ໆ, ບໍ່ມີຄວາມຍິນດີ ໃນການມົ່ວສຸມກັນເປັນໝູ່ໆ, ບໍ່ຕາມປະກອບ ຊຶ່ງຄວາມພໍໃຈ ໃນການມົ່ວສຸມກັນເປັນໝູ່ໆ, ບໍ່ມີຄວາມພໍໃຈໃນຄະນະ ບໍ່ຍິນດີໃນຄະນະ ບໍ່ຕາມປະກອບ ຊຶ່ງຄວາມພໍໃຈໃນນະຄະ; ຜູ້ດ່ຽວໂດດນັ້ນ ຈະອະພິຣົມໃນຄວາມສະຫງົບງຽບສະງັດຢູ່ໄດ້ ດັ່ງນີ້, ຂໍ້ນີ້ເປັນຖານະທີ່ມີໄດ້ເປັນໄດ້; ຜູ້ດ່ຽວໂດດ ເມື່ອອະພິຣົມໃນຄວາມສະຫງົບງຽບຢູ່ ຈະຖືເອົາຊຶ່ງນິມິຕແຫ່ງຈິຕໄດ້ ດັ່ງນີ້, ຂໍ້ນີ້ເປັນຖານະທີ່ມີໄດ້ ເປັນໄດ້; ເມື່ອຖືເອົາຊຶ່ງນິມິຕແຫ່ງຈິຕໄດ້ຢູ່ ຈະເຮັດສັມມາທິຕຖິ ໃຫ້ບໍຣິບູນໄດ້ ດັ່ງນີ້, ຂໍ້ນີ້ ເປັນຖານະທີ່ມີໄດ້ເປັນໄດ້; ເມື່ອເຮັດສັມມາທິຕຖິ ໃຫ້ບໍຣິບູນໄດ້ແລ້ວ ຈະເຮັດສັມມາສະມາທິ ໃຫ້ບໍຣິບູນໄດ້ດັ່ງນີ້, ຂໍ້ນີ້ເປັນຖານະ ທີ່ມີໄດ້ເປັນໄດ້; ເມື່ອເຮັດສັມມາສະມາທິ ໃຫ້ບໍຣິບູນໄດ້ແລ້ວ ຈະລະສັນໂຍຊນ໌ທັງຫຼາຍໄດ້ ດັ່ງນີ້, ຂໍ້ນີ້ ເປັນຖານະທີ່ມີໄດ້ເປັນໄດ້; ເມື່ອລະສັນໂຍຊນ໌ທັງຫຼາຍໄດ້ແລ້ວ ຈະເຮັດໃຫ້ແຈ້ງຊຶ່ງພຣະນິພພານໄດ້ ດັ່ງນີ້, ຂໍ້ນີ້ ເປັນຖານະທີ່ມີໄດ້ ເປັນໄດ້ ແລ.
- ສັກກ. ອັງ. ໒໒/໔໗໒/໓໓໙.