ເພື່ອຄວາມສັງເວດຫຼາຍ

ອານາປານະສະຕິ

0:00/0:00
ພິກຂຸທັງຫຼາຍ ! ອານາປານະສະຕິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມສັງເວດຫຼາຍ (ມະຫະໂຕ ສັງເວຄາຢະ) ກໍອານາປານະສະຕິ ອັນບຸກຄົນຈະເລີນແລ້ວແນວໃດ ເຮັດໃຫ້ຫຼາຍແລ້ວແນວໃດ ຈຶ່ງເປັນໄປເພື່ອຄວາມສັງເວດຫຼາຍ ?
ພິກຂຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເລີນ ສະຕິສັມໂພຊຊົງຄ໌ ອັນປະກອບດ້ວຍອານາປານະສະຕິ ອັນເປັນສັມໂພຊຊົງຄ໌ ທີ່ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປໃນການສະລະ...

ພິກຂຸທັງຫຼາຍ ! ອານາປານະສະຕິ ອັນບຸກຄົນຈະເລີນແລ້ວ ດັ່ງນີ້ ເຮັດໃຫ້ຫຼາຍແລ້ວດັ່ງນີ້ແລ ຍ່ອມເປັນໄປເພື່ອຄວາມສັງເວດຫຼາຍ.

- ບາລີ ມຫາວາຣ. ສັງ. ໑໙/໑໘໑/໖໕໕.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ