ຄວາມບໍ່ມີສັດ ບຸກຄົນ ຕົວຕົນ ເຮົາເຂົາ
ຈິດ ມະໂນ ວິນຍານ
ພິກຂຸໂມລິຍະຜັຄຄຸນະ ໄດ້ທູນຖາມພຣະຜູ້ມີພຣະພາຄວ່າ
“ຂ້າແຕ່ພຣະອົງຜູ້ຈະເຣີນ ກໍໃຜໜໍ ຍ່ອມກືນກິນ ຊຶ່ງວິນຍານາຫາຣ” ຂ້ານ້ອຍ ?”
ພຣະຜູ້ມີພຣະພາຄ ໄດ້ຕຣັດຕອບວ່າ
“ນັ້ນເປັນບັນຫາທີ່ ບໍ່ຄວນຈະເປັນບັນຫາເລີຍ : ເຮົາຍ່ອມບໍ່ກ່າວວ່າ “ບຸກຄົນຍ່ອມກືນກິນ” ດັ່ງນີ້ ຖ້າເຮົາໄດ້ກ່າວວ່າ “ບຸກຄົນຍ່ອມກືນກິນ” ດັ່ງນີ້ ນັ້ນແຫຼະຈຶ່ງຈະເປັນບັນຫາໃນຂໍ້ນີ້ທີ່ຄວນຖາມຂຶ້ນວ່າ “ກໍໃຜໜໍ ຍ່ອມກືນກິນ (ຊຶ່ງວິນຍານາຫາຣ) ຂ້ານ້ອຍ ?” ດັ່ງນີ້.
ກໍເຮົາບໍ່ໄດ້ກ່າວແນວນັ້ນ, ຖ້າຜູ້ໃດຈະຍ່ອມຖາມເຮົາ ຜູ້ບໍ່ໄດ້ກ່າວແນວນັ້ນ ເຊັ່ນນີ້ວ່າ “ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ !
ວິນຍານາຫາຣ ຍ່ອມມີເພື່ອອັນໃດໜໍ ?” ດັ່ງນີ້ແລ້ວ, ນັ້ນແຫຼະຈຶ່ງຈະເປັນບັນຫາ ທີ່ຄວນແກ່ຄວາມເປັນບັນຫາ.
ຄໍາຕອບທີ່ຄວນຕອບ ໃນບັນຫາຂໍ້ນັ້ນຍ່ອມມີວ່າ
‘ວິນຍານາຫາຣ ຍ່ອມມີເພື່ອຄວາມເກີດຂຶ້ນແຫ່ງພົບໃໝ່ຕໍ່ໄປ.
ເມື່ອພູຕະ (ຄວາມເປັນພົບ) ນັ້ນ ມີຢູ່, ສະລາຍະຕະນະ ຍ່ອມມີ, ເພາະມີສາລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ (ການສໍາຜັສ)’, ດັ່ງນີ້”.
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍໃຜໜໍ ຍ່ອມສໍາຜັສ ຂ້ານ້ອຍ ?”
ນັ້ນເປັນບັນຫາທີ່ບໍ່ຄວນຈະເປັນບັນຫາເລີຍ : ເຮົາຍ່ອມບໍ່ກ່າວວ່າ “ບຸກຄົນຍ່ອມສໍາຜັສ” ດັ່ງນີ້ ຖ້າເຮົາໄດ້ກ່າວວ່າ “ບຸກຄົນຍ່ອມສໍາຜັສ” ດັ່ງນີ້ ນັ້ນແຫຼະຈຶ່ງຈະເປັນບັນຫາໃນຂໍ້ນີ້ ທີ່ຄວນຖາມຂຶ້ນວ່າ “ກໍໃຜໜໍ ຍ່ອມສໍາຜັສ ຂ້ານ້ອຍ ?” ດັ່ງນີ້.
ກໍເຮົາບໍ່ໄດ້ກ່າວແນວນັ້ນ, ຖ້າຜູ້ໃດຈະຍ່ອມຖາມເຮົາ ຜູ້ບໍ່ໄດ້ກ່າວແນວນັ້ນ ເຊັ່ນນີ້ວ່າ “ຜັສສະມີ ເພາະມີຫຍັງເປັນປັດຈັຍ ຂ້ານ້ອຍ?” ດັ່ງນີ້ແລ້ວ ນັ້ນແຫຼະຈຶ່ງຈະເປັນປັນຫາ ທີ່ຄວນແກ່ຄວາມເປັນບັນຫາ.
ຄໍາຕອບທີ່ຄວນຕອບ ໃນບັນຫາຂໍ້ນັ້ນຍ່ອມມີວ່າ “ເພາະມີສາລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ ; ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ (ຄວາມຮູ້ສຶກຕໍ່ອາຣົມ)”, ດັ່ງນີ້.
(ຈາກນັ້ນໄດ້ມີການທູນຖາມ ແລະພຣະຜູ້ມີພຣະພາຄຊົງຕຣັດຕອບ ໄປເທື່ອລະອາການຂອງປະຕິຈຈະສະມຸປບາດໄປຈົນເຖິງ ເພາະມີເວທະນາເປັນປັຈຈັຍ ຈຶ່ງມີຕັນຫາ ແລະພຣະອົງຄ໌ໄດ້ຕຣັດຕໍ່ໄປອີກວ່າ :-)
ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ (ຄວາມຢຶດໝັ້ນ)”, ດັ່ງນີ້.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍໃຜໜໍ ຍ່ອມຢຶດໝັ້ນ ຂ້ານ້ອຍ ?
ນັ້ນເປັນບັນຫາທີ່ບໍ່ຄວນຈະເປັນບັນຫາເລີຍ : ເຮົາຍ່ອມບໍ່ກ່າວວ່າ “ບຸກຄົນຍ່ອມຢຶດໝັ້ນ” ດັ່ງນີ້ ຖ້າເຮົາໄດ້ກ່າວວ່າ “ບຸກຄົນຍ່ອມຢຶດໝັ້ນ” ດັ່ງນີ້ ນັ້ນແຫຼະຈຶ່ງຈະເປັນບັນຫາໃນຂໍ້ນີ້ ທີ່ຄວນຖາມຂຶ້ນວ່າ “ກໍໃຜໜໍ ຍ່ອມຢຶດໝັ້ນ ຂ້ານ້ອຍ ?” ດັ່ງນີ້.
ກໍເຮົາບໍ່ໄດ້ກ່າວແນວນັ້ນ, ຖ້າຜູ້ໃດຈະຍ່ອມຖາມເຮົາ ຜູ້ບໍ່ໄດ້ກ່າວແນວນັ້ນ ເຊັ່ນນີ້ວ່າ “ເພາະມີຫຍັງເປັນປັຈຈັຍ ຈຶ່ງມີອຸປາທານ ຂ້ານ້ອຍ?” ດັ່ງນີ້ແລ້ວ ນັ້ນແຫຼະຈຶ່ງຈະເປັນປັນຫາ ທີ່ຄວນແກ່ຄວາມເປັນບັນຫາ.
ຄໍາຕອບທີ່ຄວນຕອບໃນບັນຫາຂໍ້ນັ້ນ ຍ່ອມມີວ່າ
ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ ;
ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົບ
ເພາະມີພົບເປັນປັຈຈັຍ ຈຶ່ງມີຊາຕ
ເພາະມີຊາຕເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັສສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ : ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີດ້ວຍອາການເຊັ່ນນີ້.
ພຸດທະວະຈະນະ - ໝວດທັມ
ຜັຄຄຸນະ ! ເພາະຄວາມຈາງຄາຍດັບໄປໂດຍບໍ່ເຫຼືອແຫ່ງຜັສສາຍະຕະນະທັງ ໖ ນັ້ນ ນັ້ນແລ ຈຶ່ງມີຄວາມດັບແຫ່ງຜັສສະ ; ເພາະມີຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ ; ເພາະມີຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ ; ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ ; ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ ; ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາຕ ; ເພາະມີຄວາມດັບແຫ່ງຊາຕນັ້ນແລ ຊະຣາມະຣະນະ ໂສກະປະຣິເທວະທຸກຂະໂທມະນັສສະອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ : ຄວາມດັບລົງແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີດ້ວຍອາການເຊັ່ນນີ້ ດັ່ງນີ້ແລ.
ນິທານ. ສັງ. ໑໖/໑໕/໓໒.