ຜູ້ຢູ່ຫ່າງໄກຈາກພຣະຕະຖາຄົດ

ຕາມຮອຍທຳ

0:00/0:00
ພິກຂຸທັງຫລາຍ! ເຖິງວ່າພິກຂຸຈັບທີ່ຊາຍຜ້າສັງຄາຕິແລ້ວເປັນຜູ້ຕິດຕາມໄປຂ້າງຫລັງໆ ເດີນຕາມຮອຍບາທຂອງເຮົາຢູ່ ແຕ່ພິກຂຸນັ້ນເປັນຜູ້ມີອະພິຊຊາເປັນປົກກະຕິ ມີຄວາມກຳໜັດແຮງກ້າໃນກາມທັງຫລາຍ ມີຈິຕພະຍາບາທ ມີຄວາມດຳຣິແຫ່ງໃຈຊົ່ວຮ້າຍ ມີສະຕິຫລົງລືມ ບໍ່ຮູ້ສຶກຕົວ ມີຈິຕບໍ່ຕັ້ງໝັ້ນ ມີຈິຕໝູນໄປຜິດ ບໍ່ສັງຣວມອິນຊີ ໂດຍແທ້ແລ້ວ ພິກຂຸນັ້ນຢູ່ຫ່າງໄກຈາກເຮົາ ແລະເຮົາກໍຢູ່ຫ່າງໄກຈາກພິກຂຸນັ້ນ ຂໍ້ນັ້ນເພາະເຫດໃດ? ເພາະພິກຂຸນັ້ນຍັງບໍ່ເຫັນທັມ ເມື່ອບໍ່ເຫັນທັມຍ່ອມຊື່ວ່າບໍ່ເຫັນເຮົາ.

ພິກຂຸທັງຫລາຍ! ເຖິງວ່າພິກຂຸຢູ່ຫ່າງໄກເຮົາເຖິງ ໑໐໐ ໂຍຊນ໌ ແຕ່ພິກຂຸນັ້ນບໍ່ເປັນຜູ້ມີອະພິຊຊາເປັນປົກກະຕິ ບໍ່ມີຄວາມກຳໜັດແຮງກ້າໃນກາມທັງຫລາຍ ບໍ່ມີຈິຕພະຍາບາທ ບໍ່ມີຄວາມດຳຣິແຫ່ງໃຈຊົ່ວຮ້າຍ ມີສະຕິຕັ້ງໝັ້ນ ມີຄວາມຮູ້ສຶກຕົວ ມີຈິຕຕັ້ງໝັ້ນ ມີຈິຕມີອາຣົມເປັນໜຶ່ງ ສັງຣວມອິນຊີ ໂດຍແທ້ແລ້ວ ພິກຂຸນັ້ນຊື່ວ່າຢູ່ໃກ້ເຮົາ ແລະເຮົາກໍຢູ່ໃກ້ພິກຂຸນັ້ນ ຂໍ້ນັ້ນເພາະເຫດໃດ? ເພາະພິກຂຸນັ້ນເຫັນທັມ ເມື່ອເຫັນທັມຍ່ອມຊື່ວ່າເຫັນເຮົາ.

ບຸກຄົນຜູ້ມັກມາກ ມີຄວາມຄັບແຄ້ນ ຕົກຢູ່ໃນອຳນາຈແຫ່ງຕັນຫາ ຍັງດັບຄວາມຮ້ອນຮົນບໍ່ໄດ້ ເຖິງຈະຕິດຕາມພຣະສັມມາສັມພຸທທະເຈົ້າຜູ້ຫາຄວາມຫວັ່ນໄຫວບໍ່ໄດ້ ຜູ້ດັບຄວາມຮ້ອນຮົນໄດ້ແລ້ວ ບຸກຄົນຜູ້ກຳໜັດຍິນດີເຫັນພຣະສັມມາສັມພຸທທະເຈົ້າຜູ້ປາສະຈາກຄວາມກຳໜັດຍິນດີພຽງໃນທີ່ໄກເທົ່ານັ້ນ.

ສ່ວນບຸກຄົນໃດເປັນບັນດິຕ ຮູ້ທັມດ້ວຍປັນຍາເປັນເຄື່ອງຮູ້ທັມອັນຍິ່ງ ເປັນຜູ້ຫາຄວາມຫວັ່ນໄຫວບໍ່ໄດ້ ສະຫງົບຣະງັບກິເລສໄດ້ເດັດຂາດ ເໝືອນວັງນ້ຳທີ່ບໍ່ມີລົມສັນນັ້ນ ບຸກຄົນຜູ້ຫາຄວາມຫວັ່ນໄຫວບໍ່ໄດ້ ທັງດັບຄວາມຮ້ອນໄດ້ແລ້ວ ປາສະຈາກຄວາມກຳໜັດຍິນດີ ຍ່ອມຊື່ວ່າ ເຫັນພຣະສັມມາສັມພຸທທະເຈົ້າຜູ້ຫາຄວາມຫວັ່ນໄຫວບໍ່ໄດ້ ຊົງດັບຄວາມຮ້ອນໄດ້ແລ້ວ ປາສະຈາກຄວາມກຳໜັດຍິນດີ ໃນທີ່ໃກ້ແທ້.

-ຂຸທທະກະນິກາຍ ຂຸທທະກະປາຖະ-ທັມມະບົທ-ອຸທານ-ອິຕິວຸຕຕະກະ-ສຸຕຕະນິບາຕ ໒໕/໒໓໔/໒໗໒
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ