ຜູ້ປະຕິບັຕປຽບດ້ວຍນັກຮົບຜູ້ຊ່ຽວຊານການຍິງສອນ
ທໍາໃນທີສຸດ
ສາລະຫະ ! ປຽບເໝືອນ ຖ້ານັກຮົບຮູ້ຈັກການໃຊ້ລູກສອນຊັ້ນເລີດຈໍານວນຫຼາຍ ເຂົາເປັນຜູ້ຄວນແກ່ພຣະຣາຊາ ເປັນຜູ້ຮັບໃຊ້ພຣະຣາຊາ ເຖິງການນັບວ່າ ເປັນອັງຄາ ພະຍົບແຫ່ງພຣະຣາຊາໂດຍຖານະສາມ. ຖານະສາມແນວໃດກັນໜໍ ? ຖານະສາມຄື ເປັນຜູ້ຍິງໄດ້ໄກ ເປັນຜູ້ຍິງໄດ້ແມ່ນຢໍາ ເປັນຜູ້ສາມາດທໍາລາຍໝູ່ພົນອັນໃຫຍ່ໄດ້.
ສາລະຫະ ! ນັກຮົບຜູ້ຍິງໄດ້ໄກເປັນເຊັ່ນໃດ ອະຣິຍະສາວົກ ເປັນຜູ້ມີສັມມາສະມາທິ ກໍເປັນເຊັ່ນນັ້ນ : ອະຣິຍະສາວົກຜູ້ ມີສັມມາສະມາທິ ຍ່ອມເຫັນດ້ວຍປັນຍາ ອັນຊອບ ຕາມທີ່ເປັນຈິງດັ່ງນີ້ວ່າ “ຮູບຢ່າງໃດຢ່າງໜຶ່ງ ອັນເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນ ທີ່ເປັນພາຍໃນຫຼືພາຍນອກກໍດີ ຫຍາບຫຼືລະອຽດກໍດີ ຂີ້ຮ້າຍຫຼືປານີຕ ກໍດີ ໄກຫຼືໃກ້ກໍດີ ຮູບທັງໝົດນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ) ບໍ່ແມ່ນເປັນເຮົາ (ເນໂສຫະມັສສະມິ) ບໍ່ແມ່ນອັຕຕາຂອງເຮົາ໑ (ນະເມໂສ ອັຕຕາ)” ດັ່ງນີ້ ; (ໃນກໍລະນີແຫ່ງເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍຕຣັດເຊັ່ນດຽວກັນ).
ສາລະຫະ ! ນັກຮົບ ຜູ້ຍິງໄດ້ແມ່ນຢໍາເປັນເຊັ່ນໃດ ອະຣິຍະສາວົກເປັນຜູ້ມີສັມມາທິຕຖິ ກໍເປັນເຊັ່ນນັ້ນ : ອະຣິຍະສາວົກຜູ້ ມີສັມມາທິຕຖິ ຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ທຸກຂ໌ ນີ້ທຸກຂະສະມຸທະຢະ ນີ້ທຸກຂະນິໂຣດ ນີ້ທຸກຂະນິໂຣທະຄາມິນີປະຕິປະທາ” ດັ່ງນີ້.
ສາລະຫະ ! ນັກຮົບ ຜູ້ສາມາດທໍາລາຍໝູ່ພົນ ອັນໃຫຍ່ໄດ້ເປັນເຊັ່ນໃດ ອະຣິຍະສາວົກ ເປັນຜູ້ມີສັມມາວິມຸຕຕິ ກໍເປັນເຊັ່ນນັ້ນ : ອະຣິຍະສາວົກຜູ້ ມີສັມມາວິມຸຕຕິ ຍ່ອມທໍາລາຍກອງແຫ່ງອະວິຊຊາອັນໃຫຍ່ໄດ້.
- ຈັກຕຸກກ. ອັງ. ໒໑/໒໗໔/໑໙໖.