ອາການທີ່ທຸກເກີດຂຶ້ນເພາະຢຶດຖືເບັນຈະຂັນ
ປະຕິຈະສະມຸບາດ
ພິກຂຸ ທ. ! ປຸຖຸຊົນ ຜູ້ບໍ່ມີການສະດັບ ໃນໂລກນີ້ ຍ່ອມ ຕາມເຫັນ ຊຶ່ງ ຮູບວ່າ “ນັ້ນຂອງເຮົາ (ເອຕັງ ມະມະ), ນັ້ນເປັນເຮົາ (ເອໂສຫະມັດສະມິ), ນັ້ນເປັນໂຕຕົນຂອງເຮົາ (ເອໂສ ເມ ອັຕຕາ)” ດັ່ງນີ້. ຮູບນັ້ນ ຍ່ອມແປປ່ຽນເປັນຢ່າງອື່ນແກ່ເຂົາ; ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະ ຍ່ອມປາກົດແກ່ເຂົາ ເພາະຄວາມແປປ່ຽນເປັນຢ່າງອື່ນແຫ່ງ ຮູບ. (ໃນກໍລະນີ ແຫ່ງ ເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍໄດ້ຕຣັດ ເຊັ່ນດຽວກັນ).
- ຂັນທະ. ສັງ. ໑໗/໒໔/໓໔.
(ຄວາມທຸກຂ໌ໃຜເຮັດໃຫ້ເກີດຂຶ້ນ)
ອາການເກີດຂຶ້ນແຫ່ງຄວາມທຸກຂ໌ (ອີກປະຣິຍາຍໜຶ່ງ)
(ຊົງສະແດງດ້ວຍຜັສສະ)
ຖືກແລ້ວ ຖືກແລ້ວ ອານົນທ໌ ! ຕາມທີ່ສາຣີບຸດ ເມື່ອຕອບບັນຫາ ໃນລັກສະນະນັ້ນ ເຊັ່ນນັ້ນ, ຊື່ວ່າ ໄດ້ຕອບໂດຍຖືກຕ້ອງ : ອານົນທ໌ ! ຄວາມທຸກຂ໌ນັ້ນເຮົາກ່າວວ່າ ເປັນສິ່ງທີ່ອາໄສປັຈຈັຍ ເຍື່ອງໃດເຍື່ອງໜຶ່ງ ແລ້ວເກີດຂຶ້ນ (ເອີ້ນວ່າປະຕິຈຈະສະມຸບປັນນະທັມ). ຄວາມທຸກຂ໌ນັ້ນ ອາໄສປັຈຈັຍອັນໃດໜໍ ? ຄວາມທຸກຂ໌ນັ້ນອາໄສປັຈຈັຍຄື ຜັສສະ, ຜູ້ກ່າວເຊັ່ນນີ້ແລ ຊື່ວ່າກ່າວຖືກຕົງ ຕາມທີ່ເຮົາກ່າວ ບໍ່ເປັນການກ່າວຕູ່ເຮົາດ້ວຍຄວາມບໍ່ຈິງ; ແຕ່ເປັນການກ່າວໂດຍຖືກຕ້ອງ ແລະ ສະຫະທັມມິກະບາງຄົນ ທີ່ກ່າວຕາມ ກໍຈະບໍ່ໄດ້ກາຍເປັນ ຜູ້ຄວນຖືກຕໍານິໄປດ້ວຍ.
ອານົນທ໌ ! ໃນບັນດາສະມະນະພຣາມ ທີ່ກ່າວສອນເລື່ອງກັມທັງສີ່ພວກນັ້ນ: ສະມະນະພຣາມ ທີ່ກ່າວສອນເລື່ອງກັມ ພວກໃດຍ່ອມບັນຍັຕຄວາມທຸກຂ໌ວ່າ ເປັນສິ່ງທີ່ຕົນເຮັດເອົາດ້ວຍຕົນເອງ, ເຖິງແມ່ນຄວາມທຸກຂ໌ ທີ່ພວກເຂົາບັນຍັຕນັ້ນ ກໍຍັງຕ້ອງອາໄສຜັສສະເປັນປັຈຈັຍ ຈຶ່ງເກີດມີໄດ້, ສະມະນະພຣາມທີ່ກ່າວສອນເລື່ອງກັມ ພວກໃດຍ່ອມບັນຍັຕຄວາມທຸກຂ໌ ວ່າ ເປັນສິ່ງທີ່ຜູ້ອື່ນເຮັດໃຫ້, ເຖິງແມ່ນຄວາມທຸກຂ໌ ທີ່ພວກເຂົາບັນຍັຕນັ້ນ ກໍຍັງຕ້ອງອາໄສຜັສສະເປັນປັຈຈັຍ ຈຶ່ງເກີດມີໄດ້; ສະມະນະພຣາມ ທີ່ກ່າວສອນເລື່ອງກັມ ພວກໃດຍ່ອມບັນຍັຕຄວາມທຸກຂ໌ ວ່າ ເປັນສິ່ງທີ່ຕົນເຮັດເອົາດ້ວຍຕົນເອງດ້ວຍ ຜູ້ອື່ນເຮັດໃຫ້ດ້ວຍເຖິງແມ່ນຄວາມທຸກຂ໌ ທີ່ພວກເຂົາບັນຍັຕນັ້ນ ກໍຍັງຕ້ອງອາໄສຜັສສະເປັນປັຈຈັຍ ຈຶ່ງເກີດມີໄດ້;
ເຖິງແມ່ນສະມະນະພຣາມ ທີ່ກ່າວສອນເລື່ອງກັມ ພວກໃດຍ່ອມບັນຍັຕຄວາມທຸກຂ໌ ວ່າ ເປັນສິ່ງທີ່ບໍ່ແມ່ນເຮັດເອງ ຫຼືໃຜເຮັດໃຫ້ກໍເກີດຂຶ້ນໄດ້ ກໍຕາມ. ເຖິງແມ່ນຄວາມທຸກຂ໌ ທີ່ພວກເຂົາບັນຍັຕນັ້ນ ກໍຍັງຕ້ອງອາໄສຜັສສະເປັນປັຈຈັຍ ຈຶ່ງເກີດມີໄດ້ ຢູ່ນັ້ນເອງ.
- ນິທານ. ສັງ. ໑໖/໔໐/໗໕.