ຮູ້ແຈ້ງຂັນ 5

ຂັນ 5

0:00/0:00
ຂ້າພະເຈົ້າໄດ້ສະດັບຟັງມາຢ່າງນີ້
ສະໄໝໜຶ່ງ ພຣະຜູ້ມີພຣະພາກເຈົ້າພັກຢູ່ທີ່ ພະເຊຕະວັນ ອາຣາມຂອງອະນາທະບິນດິກະເສດຖີ ເຂດເມືອງສາວັດຖີ ນະ ທີ່ນັ້ນ ພຣະຜູ້ມີພຣະພາກເຈົ້າສັ່ງເອີ້ນພິກຂຸທັງຫຼາຍ ມາ ຕັດວ່າ ພິກຂຸທັງຫຼາຍ ພິກຂຸ ພວກນັ້ນທູນຮັບສະໜອງພະວາຈາແລ້ວ ພຣະຜູ້ມີພຣະພາກເຈົ້າຈຶ່ງໄດ້ຕັດເລື່ອງນີ້ວ່າ

ພິກຂຸທັງຫຼາຍ ພິກຂຸຜູ້ສະຫຼາດໃນຖານະ ໗ ປະການ ຜູ້ເພັ່ງພິຈາລະນາໂດຍລະອຽດໂດຍວິທີ ໓ ວິທີ ເຮົາເອີ້ນວ່າ ອຸດົມບຸຣຸດ ຜູ້ໝົດກິເລດໂດຍສິ້ນເຊີງ ຢູ່ຈົບພຣົມມະຈັນ ໃນທັມມະວິນັຍນີ້

ພິກຂຸຜູ້ສະຫຼາດໃນຖານະ ໗ ປະການ ເປັນແນວໃດໜໍ

ຄື ພິກຂຸໃນທັມມະວິນັຍນີ້

໑. ຮູ້ແຈ້ງຮູບ ຄວາມເກີດຂຶ້ນແຫ່ງຮູບ ຄວາມດັບແຫ່ງຮູບ ຂໍ້ປະຕິບັດທີ່ໃຫ້ເຖິງຄວາມດັບແຫ່ງຮູບ ຄຸນແຫ່ງຮູບ ໂທດແຫ່ງຮູບ ແລະເຄື່ອງສະຫຼະອອກຈາກຮູບ

໒. ຮູ້ແຈ້ງເວທະນາ ຄວາມເກີດຂຶ້ນແຫ່ງເວທະນາ ຄວາມດັບແຫ່ງເວທະນາ ຂໍ້ປະຕິບັດທີ່ໃຫ້ເຖິງຄວາມດັບແຫ່ງເວທະນາ ຄຸນແຫ່ງເວທະນາ ໂທດແຫ່ງເວທະນາ ແລະເຄື່ອງສະຫຼະອອກຈາກເວທະນາ

໓. ຮູ້ແຈ້ງສັນຍາ ຄວາມເກີດຂຶ້ນແຫ່ງສັນຍາ ຄວາມດັບແຫ່ງສັນຍາ ຂໍ້ປະຕິບັດທີ່ໃຫ້ເຖິງຄວາມດັບແຫ່ງສັນຍາ ຄຸນແຫ່ງສັນຍາ ໂທດແຫ່ງສັນຍາ ແລະເຄື່ອງສະຫຼະອອກຈາກສັນຍາ

໔. ຮູ້ແຈ້ງສັງຂານ ຄວາມເກີດຂຶ້ນແຫ່ງສັງຂານ ຄວາມດັບແຫ່ງສັງຂານ ຂໍ້ປະຕິບັດທີ່ໃຫ້ເຖິງຄວາມດັບແຫ່ງສັງຂານ ຄຸນແຫ່ງສັງຂານ ໂທດແຫ່ງສັງຂານ ແລະເຄື່ອງສະຫຼະອອກຈາກສັງຂານ

໕. ຮູ້ແຈ້ງວິນຍານ ຄວາມເກີດຂຶ້ນແຫ່ງວິນຍານ ຄວາມດັບແຫ່ງວິນຍານ ຂໍ້ປະຕິບັດທີ່ໃຫ້ເຖິງຄວາມດັບແຫ່ງວິນຍານ ຄຸນແຫ່ງວິນຍານ ໂທດແຫ່ງວິນຍານ ແລະເຄື່ອງສະຫຼະອອກຈາກວິນຍານ

ຮູບ ເປັນແນວໃດໜໍ
ຄື ມະຫາພູຕະຮູບ ໔ ແລະຮູບທີ່ອາໄສມະຫາພູຕະຮູບ ໔
ນີ້ເອີ້ນວ່າ ຮູບ

ເພາະຄວາມເກີດຂຶ້ນແຫ່ງອາຫານ ຄວາມເກີດຂຶ້ນແຫ່ງຮູບຈຶ່ງມີ ເພາະຄວາມດັບແຫ່ງອາຫານ ຄວາມດັບແຫ່ງຮູບຈຶ່ງມີ ອະຣິຍະມັກຄະມີອົງ ໘ ນີ້ແລ ເປັນຂໍ້ປະຕິບັດທີ່ໃຫ້ເຖິງຄວາມດັບແຫ່ງຮູບ ຄື ໑. ຄວາມເຫັນຖືກຕ້ອງ ໒. ຄວາມດໍາລິຖືກຕ້ອງ ໓. ການເວົ້າຈາຖືກຕ້ອງ ໔. ການທໍາການງານຖືກຕ້ອງ ໕. ການລ້ຽງຊີບຖືກຕ້ອງ ໖. ຄວາມພາກພຽນຖືກຕ້ອງ ໗. ຄວາມລະນຶກຖືກຕ້ອງ ໘. ຄວາມຕັ້ງໃຈໝັ້ນຖືກຕ້ອງ ສະພາບທີ່ສຸກໂສມະນັດອາໄສຮູບເກີດຂຶ້ນ ນີ້ເປັນຄຸນຂອງຮູບ ສະພາບທີ່ຮູບບໍ່ທ່ຽງ ເປັນທຸກ ມີຄວາມປ່ຽນແປງເປັນທໍາມະດາ ນີ້ເປັນໂທດຂອງຮູບ ທັມເປັນທີ່ກໍາຈັດສັນທະຣາຄະ ທັມເປັນທີ່ລະສັນທະຣາຄະໃນຮູບ ນີ້ເປັນເຄື່ອງສະຫຼະອອກຈາກຮູບ
ສະມະນະ ຫຼືພຣາມ ພວກໃດ ພວກໜຶ່ງຮູ້ແຈ້ງຮູບ ຄວາມເກີດຂຶ້ນແຫ່ງຮູບ ຄວາມດັບ ແຫ່ງຮູບ ຂໍ້ປະຕິບັດທີ່ໃຫ້ເຖິງຄວາມດັບແຫ່ງຮູບ ຄຸນແຫ່ງຮູບ ໂທດແຫ່ງຮູບ ແລະເຄື່ອງສະຫຼະອອກຈາກຮູບຢ່າງນີ້ແລ້ວ ປະຕິບັດເພື່ອຄວາມເບື່ອໜ່າຍ ເພື່ອຄາຍກໍາໜັດ ເພື່ອດັບຮູບ ສະມະນະຫຼືພຣາມ ພວກນັ້ນຊື່ວ່າ ປະຕິບັດດີແລ້ວ
ສະມະນະ ຫຼືພຣາມ ພວກໃດປະຕິບັດດີແລ້ວ ສະມະນະຫຼືພຣາມ ພວກນັ້ນຊື່ວ່າ ໝັ້ນຄົງໃນທັມມະວິນັຍນີ້
ສ່ວນສະມະນະ ຫຼືພຣາມ ພວກໃດ ພວກໜຶ່ງຮູ້ແຈ້ງຮູບ ຄວາມເກີດຂຶ້ນແຫ່ງຮູບ ຄວາມດັບແຫ່ງຮູບ ຂໍ້ປະຕິບັດທີ່ໃຫ້ເຖິງຄວາມດັບແຫ່ງຮູບ ຄຸນແຫ່ງຮູບ ໂທດແຫ່ງຮູບ ແລະເຄື່ອງສະຫຼະອອກຈາກຮູບຢ່າງນີ້ແລ້ວ ເປັນຜູ້ຫຼຸດພົ້ນ ເພາະຄວາມເບື່ອ ໜ່າຍ ເພາະຄາຍກໍາໜັດ ເພາະດັບໄປ ເພາະບໍ່ຖືໝັ້ນຮູບ ສະມະນະຫຼືພຣາມ ພວກນັ້ນຊື່ວ່າ ຫຼຸດພົ້ນດີແລ້ວ
ສະມະນະ ຫຼືພຣາມ ພວກໃດຫຼຸດພົ້ນດີແລ້ວ ສະມະນະຫຼືພຣາມ ພວກນັ້ນຊື່ວ່າ ໝົດກິເລດໂດຍສິ້ນເຊີງ
ສະມະນະ ຫຼືພຣາມ ພວກໃດໝົດກິເລດໂດຍສິ້ນເຊີງ ສະມະນະຫຼືພຣາມ ພວກນັ້ນຊື່ວ່າ ບໍ່ມີວັດຕະເພື່ອຄວາມປະກົດອີກ

ເວທະນາ ເປັນແນວໃດໜໍ

ຄື ເວທະນາ ໖ ປະການນີ້ ໄດ້ແກ່
໑. ຈັກຂຸສັມຜັສສະຊາເວທະນາ
໒. ໂສຕະສັມຜັສສະຊາເວທະນາ
໓. ຄານະສັມຜັສສະຊາເວທະນາ
໔. ຊິວຫາສັມຜັສສະຊາເວທະນາ
໕. ກາຍະສັມຜັສສະຊາເວທະນາ
໖. ມະໂນສັມຜັສສະຊາເວທະນາ
ນີ້ເອີ້ນວ່າ ເວທະນາ
ເພາະຄວາມເກີດຂຶ້ນແຫ່ງຜັດສະ ຄວາມເກີດຂຶ້ນແຫ່ງເວທະນາຈຶ່ງມີ ເພາະຄວາມດັບແຫ່ງຜັດສະ ຄວາມດັບແຫ່ງເວທະນາຈຶ່ງມີ
ອະຣິຍະມັກຄະມີອົງ ໘ ນີ້ແລເປັນຂໍ້ປະຕິບັດທີ່ໃຫ້ເຖິງຄວາມດັບແຫ່ງເວທະນາ ຄື ໑. ຄວາມເຫັນຖືກຕ້ອງ ໒. ຄວາມດໍາລິຖືກຕ້ອງ ໓. ການເວົ້າຈາຖືກຕ້ອງ ໔. ການທໍາການງານຖືກຕ້ອງ ໕. ການລ້ຽງຊີບຖືກຕ້ອງ ໖. ຄວາມພາກພຽນຖືກຕ້ອງ ໗. ຄວາມລະນຶກຖືກຕ້ອງ ໘.ຄວາມຕັ້ງໃຈໝັ້ນຖືກຕ້ອງ
ສະພາບທີ່ສຸກໂສມະນັດອາໄສເວທະນາເກີດຂຶ້ນ ນີ້ເປັນຄຸນແຫ່ງເວທະນາ ສະພາບທີ່ເວທະນາບໍ່ທ່ຽງ ເປັນທຸກ ມີຄວາມປ່ຽນແປງເປັນທໍາມະດາ ນີ້ເປັນໂທດແຫ່ງເວທະນາ ທັມເປັນທີ່ກໍາຈັດສັນທະຣາຄະ ທັມເປັນທີ່ລະສັນທະຣາຄະໃນເວທະນາ ນີ້ເປັນເຄື່ອງສະຫຼະອອກຈາກເວທະນາ
ສະມະນະຫຼືພຣາມ ພວກໃດ ພວກໜຶ່ງຮູ້ແຈ້ງເວທະນາ ຄວາມເກີດຂຶ້ນແຫ່ງເວທະນາ ຄວາມດັບແຫ່ງເວທະນາ ຂໍ້ປະຕິບັດທີ່ໃຫ້ເຖິງຄວາມດັບແຫ່ງເວທະນາ ຄຸນແຫ່ງເວທະນາ ໂທດແຫ່ງເວທະນາ ແລະເຄື່ອງສະຫຼະອອກຈາກເວທະນາຢ່າງນີ້ ແລ້ວປະຕິບັດເພື່ອຄວາມເບື່ອໜ່າຍ ເພື່ອຄາຍກໍາໜັດ ເພື່ອດັບເວທະນາ ສະມະນະຫຼືພຣາມ ພວກນັ້ນຊື່ວ່າ ປະຕິບັດດີແລ້ວ
ສະມະນະ ຫຼືພຣາມ ພວກໃດປະຕິບັດດີແລ້ວ ສະມະນະຫຼືພຣາມ ພວກນັ້ນຊື່ວ່າ ໝັ້ນຄົງໃນທັມມະວິນັຍນີ້
ພິກຂຸທັງຫຼາຍ ສ່ວນສະມະນະຫຼືພຣາມ ພວກໃດ ພວກໜຶ່ງຮູ້ແຈ້ງເວທະນາ ...ໆລໆ... ສະມະນະຫຼືພຣາມ ພວກນັ້ນຊື່ວ່າ ບໍ່ມີວັດຕະເພື່ອຄວາມປະກົດອີກ

ສັນຍາ ເປັນແນວໃດໜໍ
ຄື ສັນຍາ ໖ ປະການນີ້ ໄດ້ແກ່
໑. ຣູປະສັນຍາ
໒. ສັທທະສັນຍາ
໓. ຄັນທະສັນຍາ
໔. ຣະສະສັນຍາ
໕. ໂຜຕຖັພພະສັນຍາ
໖. ທັມມະສັນຍາ
ນີ້ເອີ້ນວ່າ ສັນຍາ
ເພາະຄວາມເກີດຂຶ້ນແຫ່ງຜັດສະ ຄວາມເກີດຂຶ້ນແຫ່ງສັນຍາຈຶ່ງມີ ເພາະຄວາມດັບແຫ່ງຜັດສະ ຄວາມດັບແຫ່ງສັນຍາຈຶ່ງມີ
ອະຣິຍະມັກຄະມີອົງ ໘ ນີ້ແລ ເປັນຂໍ້ປະຕິບັດທີ່ໃຫ້ເຖິງຄວາມດັບແຫ່ງສັນຍາ ຄື ໑. ຄວາມເຫັນຖືກຕ້ອງ ໒. ຄວາມດໍາລິຖືກຕ້ອງ ໓. ການເວົ້າຈາຖືກຕ້ອງ ໔. ການທໍາການງານຖືກຕ້ອງ ໕. ການລ້ຽງຊີບຖືກຕ້ອງ ໖. ຄວາມພາກພຽນຖືກຕ້ອງ ໗. ຄວາມລະນຶກຖືກຕ້ອງ ໘.ຄວາມຕັ້ງໃຈໝັ້ນຖືກຕ້ອງ ສະພາບທີ່ສຸກໂສມະນັດ ອາໄສສັນຍາເກີດຂຶ້ນ ນີ້ເປັນ ຄຸນແຫ່ງສັນຍາ ສະພາບທີ່ສັນຍາບໍ່ທ່ຽງ ເປັນທຸກ ມີຄວາມປ່ຽນແປງເປັນທໍາມະດາ ນີ້ເປັນໂທດແຫ່ງສັນຍາ ທັມເປັນທີ່ກໍາຈັດສັນທະຣາຄະ ທັມເປັນທີ່ລະສັນທະຣາຄະໃນສັນຍາທັງຫຼາຍ ນີ້ເປັນເຄື່ອງສະຫຼະອອກຈາກສັນຍາ
ສະມະນະ ຫຼືພຣາມ ພວກໃດ ພວກໜຶ່ງຮູ້ແຈ້ງສັນຍາ ຄວາມເກີດຂຶ້ນແຫ່ງສັນຍາ ຄວາມດັບແຫ່ງສັນຍາ ຂໍ້ປະຕິບັດທີ່ໃຫ້ເຖິງຄວາມດັບແຫ່ງສັນຍາ ຄຸນແຫ່ງສັນຍາ ໂທດແຫ່ງສັນຍາ ແລະເຄື່ອງສະຫຼະອອກຈາກສັນຍາຢ່າງນີ້ ແລ້ວປະຕິບັດເພື່ອຄວາມເບື່ອໜ່າຍ ເພື່ອຄາຍກໍາໜັດ ເພື່ອດັບສັນຍາ ສະມະນະຫຼືພຣາມ ພວກນັ້ນຊື່ວ່າ ປະຕິບັດດີແລ້ວ
ສະມະນະ ຫຼືພຣາມ ພວກໃດປະຕິບັດດີແລ້ວ ສະມະນະຫຼືພຣາມ ພວກນັ້ນຊື່ວ່າ ໝັ້ນຄົງໃນທັມມະວິນັຍນີ້
ພິກຂຸທັງຫຼາຍ ສ່ວນສະມະນະຫຼືພຣາມ ພວກໃດ ພວກໜຶ່ງຮູ້ແຈ້ງເວທະນາ ...ໆລໆ... ສະມະນະຫຼືພຣາມ ພວກນັ້ນຊື່ວ່າ ບໍ່ມີວັດຕະເພື່ອຄວາມປະກົດອີກ

ສັງຂານ ເປັນແນວໃດໜໍ
ຄື ເຈຕະນາ ໖ ປະການນີ້ ໄດ້ແກ່
໑. ຣູປະສັນເຈຕະນາ
໒. ສັທທະສັນເຈຕະນາ
໓. ຄັນທະສັນເຈຕະນາ
໔. ຣະສະສັນເຈຕະນາ
໕. ໂຜຕຖັພພະສັນເຈຕະນາ
໖. ທັມມະສັນເຈຕະນາ
ນີ້ເອີ້ນວ່າ ສັງຂານ
ເພາະຄວາມເກີດຂຶ້ນແຫ່ງຜັດສະ ຄວາມເກີດຂຶ້ນແຫ່ງສັງຂານຈຶ່ງມີ ເພາະຄວາມດັບແຫ່ງຜັດສະ ຄວາມດັບແຫ່ງສັງຂານຈຶ່ງມີ
ອະຣິຍະມັກຄະມີອົງ ໘ ນີ້ແລ ເປັນຂໍ້ປະຕິບັດທີ່ໃຫ້ເຖິງຄວາມດັບແຫ່ງສັງຂານ ຄື ໑. ຄວາມເຫັນຖືກຕ້ອງ ໒. ຄວາມດໍາລິຖືກຕ້ອງ ໓. ການເວົ້າຈາຖືກຕ້ອງ ໔. ການທໍາການງານຖືກຕ້ອງ ໕. ການລ້ຽງຊີບຖືກຕ້ອງ ໖. ຄວາມພາກພຽນຖືກຕ້ອງ ໗. ຄວາມລະນຶກຖືກຕ້ອງ ໘. ຄວາມຕັ້ງໃຈໝັ້ນຖືກຕ້ອງ ສະພາບທີ່ສຸກໂສມະນັດອາໄສສັງຂານເກີດຂຶ້ນ ນີ້ເປັນ ຄຸນແຫ່ງສັງຂານ ສະພາບທີ່ສັງຂານບໍ່ທ່ຽງ ເປັນທຸກ ມີຄວາມປ່ຽນແປງເປັນທໍາມະດາ ນີ້ເປັນໂທດແຫ່ງສັງຂານ ທັມເປັນທີ່ກໍາຈັດສັນທະຣາຄະ ທັມເປັນທີ່ລະສັນທະຣາຄະໃນສັງຂານທັງຫຼາຍ ນີ້ເປັນເຄື່ອງສະຫຼະອອກຈາກສັງຂານ
ສະມະນະຫຼືພຣາມ ພວກໃດ ພວກໜຶ່ງຮູ້ແຈ້ງສັງຂານ ຄວາມເກີດຂຶ້ນແຫ່ງສັງຂານ ຄວາມດັບແຫ່ງສັງຂານ ຂໍ້ປະຕິບັດທີ່ໃຫ້ເຖິງຄວາມດັບແຫ່ງສັງຂານ ຄຸນແຫ່ງສັງຂານ ໂທດແຫ່ງສັງຂານ ແລະເຄື່ອງສະຫຼະອອກຈາກສັງຂານຢ່າງນີ້ແລ້ວ ປະຕິບັດເພື່ອຄວາມເບື່ອໜ່າຍ ເພື່ອຄາຍກໍາໜັດ ເພື່ອດັບສັງຂານ ສະມະນະຫຼືພຣາມ ພວກນັ້ນຊື່ວ່າ ປະຕິບັດດີແລ້ວ
ສະມະນະຫຼືພຣາມ ພວກໃດປະຕິບັດດີແລ້ວ ສະມະນະຫຼືພຣາມ ພວກນັ້ນຊື່ວ່າ ໝັ້ນຄົງໃນທັມມະວິນັຍນີ້
ພິກຂຸທັງຫຼາຍ ສ່ວນສະມະນະຫຼືພຣາມ ພວກໃດ ພວກໜຶ່ງຮູ້ແຈ້ງສັງຂານ ...ໆລ ໆ... ສະມະນະຫຼືພຣາມ ພວກນັ້ນຊື່ວ່າ ບໍ່ມີວັດຕະເພື່ອຄວາມປະກົດອີກ

ວິນຍານ ເປັນແນວໃດໜໍ
ຄື ວິນຍານ ໖ ປະການນີ້ ໄດ້ແກ່
໑. ຈັກຂຸວິນຍານ
໒. ໂສຕະວິນຍານ
໓. ຄານະວິນຍານ
໔. ຊິວຫາວິນຍານ
໕. ກາຍະວິນຍານ
໖. ມະໂນວິນຍານ
ນີ້ເອີ້ນວ່າ ວິນຍານ
ເພາະຄວາມເກີດຂຶ້ນແຫ່ງນາມຮູບ ຄວາມເກີດຂຶ້ນແຫ່ງວິນຍານຈຶ່ງມີ ເພາະຄວາມດັບແຫ່ງນາມຮູບ ຄວາມດັບແຫ່ງວິນຍານຈຶ່ງມີ
ອະຣິຍະມັກຄະອົງ ໘ ນີ້ແລ ເປັນຂໍ້ປະຕິບັດທີ່ໃຫ້ເຖິງຄວາມດັບແຫ່ງວິນຍານ ຄື ໑. ຄວາມເຫັນຖືກຕ້ອງ ໒. ຄວາມດໍາລິຖືກຕ້ອງ ໓. ການເວົ້າຈາຖືກຕ້ອງ ໔. ການທໍາການງານຖືກຕ້ອງ ໕. ການລ້ຽງຊີບຖືກຕ້ອງ ໖. ຄວາມພາກພຽນຖືກຕ້ອງ ໗. ຄວາມລະນຶກຖືກຕ້ອງ ໘.ຄວາມຕັ້ງໃຈໝັ້ນຖືກຕ້ອງ
ສະພາບທີ່ສຸກໂສມະນັດອາໄສວິນຍານເກີດຂຶ້ນ ນີ້ເປັນ ຄຸນແຫ່ງວິນຍານ ສະພາບທີ່ວິນຍານບໍ່ທ່ຽງ ເປັນທຸກ ມີຄວາມປ່ຽນແປງເປັນທໍາມະດາ ນີ້ເປັນໂທດແຫ່ງວິນຍານ ທັມເປັນທີ່ກໍາຈັດສັນທະຣາຄະ ທັມເປັນທີ່ລະ ສັນທະຣາຄະໃນວິນຍານ ນີ້ເປັນເຄື່ອງສະຫຼະອອກຈາກວິນຍານ
ສະມະນະ ຫຼືພຣາມ ພວກໃດ ພວກໜຶ່ງຮູ້ແຈ້ງວິນຍານ ຄວາມເກີດຂຶ້ນແຫ່ງວິນຍານ ຄວາມດັບແຫ່ງວິນຍານ ຂໍ້ປະຕິບັດທີ່ໃຫ້ເຖິງຄວາມດັບແຫ່ງວິນຍານ ຄຸນແຫ່ງວິນຍານ ໂທດແຫ່ງວິນຍານ ເຄື່ອງສະຫຼະອອກຈາກວິນຍານຢ່າງນີ້ແລ້ວ ປະຕິບັດເພື່ອຄວາມເບື່ອໜ່າຍ ເພື່ອຄາຍກໍາໜັດ ເພື່ອດັບວິນຍານ ສະມະນະຫຼືພຣາມ ພວກນັ້ນຊື່ວ່າ ປະຕິບັດດີແລ້ວ
ສະມະນະ ຫຼືພຣາມ ພວກໃດປະຕິບັດດີແລ້ວ ສະມະນະຫຼືພຣາມນ໌ເຫຼົ່ານັ້ນຊື່ວ່າ ໝັ້ນຄົງໃນທັມມະວິນັຍນີ້
ສ່ວນສະມະນະ ຫຼືພຣາມ ພວກໃດຮູ້ແຈ້ງວິນຍານ ຄວາມເກີດຂຶ້ນແຫ່ງວິນຍານ ຄວາມດັບແຫ່ງວິນຍານ ຂໍ້ປະຕິບັດທີ່ໃຫ້ເຖິງຄວາມດັບແຫ່ງວິນຍານ ຄຸນແຫ່ງວິນຍານ ໂທດແຫ່ງວິນຍານ ແລະເຄື່ອງສະຫຼະອອກຈາກວິນຍານຢ່າງນີ້ແລ້ວ ເປັນຜູ້ຫຼຸດພົ້ນ ເພາະຄວາມເບື່ອໜ່າຍ ເພາະຄາຍກໍາໜັດ ເພາະດັບ ເພາະບໍ່ຖືໝັ້ນວິນຍານ ສະມະນະຫຼືພຣາມ ພວກນັ້ນຊື່ວ່າ ຫຼຸດພົ້ນດີແລ້ວ
ສະມະນະ ຫຼືພຣາມ ພວກໃດຫຼຸດພົ້ນດີແລ້ວ ສະມະນະຫຼືພຣາມ ພວກນັ້ນຊື່ວ່າ ໝົດກິເລດໂດຍສິ້ນເຊີງ
ສະມະນະ ຫຼືພຣາມ ພວກໃດໝົດກິເລດໂດຍສິ້ນເຊີງ ສະມະນະຫຼືພຣາມ ພວກນັ້ນຊື່ວ່າ ບໍ່ມີວັດຕະເພື່ອຄວາມປະກົດອີກ
ພິກຂຸຊື່ວ່າຜູ້ສະຫຼາດໃນຖານະ ໗ ປະການ ເປັນຢ່າງນີ້
ພິກຂຸຜູ້ເພັ່ງພິຈາລະນາໂດຍລະອຽດໂດຍວິທີ ໓ ວິທີ ເປັນແນວໃດໜໍ
ຄື ພິກຂຸໃນທັມມະວິນັຍນີ້
໑. ເພັ່ງພິຈາລະນາໂດຍລະອຽດໂດຍຄວາມເປັນທາດ
໒. ເພັ່ງພິຈາລະນາໂດຍລະອຽດໂດຍຄວາມເປັນອາຍະຕະນະ
໓. ເພັ່ງພິຈາລະນາໂດຍລະອຽດໂດຍຄວາມເປັນປະຕິດຈະສະມຸບບາດ
ພິກຂຸຊື່ວ່າຜູ້ເພັ່ງພິຈາລະນາໂດຍລະອຽດໂດຍວິທີ ໓ ວິທີ ເປັນຢ່າງນີ້
ພິກຂຸຜູ້ສະຫຼາດໃນຖານະ ໗ ປະການ ຜູ້ເພັ່ງພິຈາລະນາໂດຍລະອຽດໂດຍວິທີ ໓ ວິທີ ເຮົາເອີ້ນວ່າ ອຸດົມບຸຣຸດ ຜູ້ໝົດກິເລດໂດຍສິ້ນເຊີງ ຢູ່ຈົບພຣົມຈັນ ໃນທັມມະວິນັຍນີ້.

ສັດຕັດຖານສູຕທີ ໕ ຈົບ
ພຣະໄຕຣປິດົກສັງຍຸດຕະນິກາຍ ຂັນທະວະຣະວັກຄະ ເຫຼັ້ມທີ ໑໗ ຂໍ້ທີ ໕໗ (ບາລີ ໑໑໘).
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ