ກຸສິຕະວັດຖຸ 8 ປະການ

ທາງສາຍກາງ

0:00/0:00
ພິກຂຸທັງຫລາຍ! ກຸສິຕະວັຕຖຸ ໘ ປະກາຣນີ້, ໘ ປະກາຣເປັນຢ່າງໃດ? ພິກຂຸທັງຫລາຍ ພິກຂຸໃນທັມວິນັຍນີ້ ຕ້ອງກະທຳກາຣງານ ເຂົາມີຄວາມຄິດຢ່າງນີ້ວ່າ ເຮົາຈັກຕ້ອງກະທຳກາຣງານ ກໍເມື່ອເຮົາກະທຳກາຣງານຢູ່ ກາຍຈັກລຳບາກ ສະນັ້ນ ເຮົາຈະນອນ ເຂົາກໍນອນເສຍ ບໍ່ປຣາຣົພຄວາມພຽນ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ກະທຳໃຫ້ແຈ້ງ. ພິກຂຸທັງຫລາຍ ນີ້ເປັນກຸສິຕະວັຕຖຸປະກາຣທີ ໑.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸກະທຳກາຣງານແລ້ວ ເຂົາມີຄວາມຄິດຢ່າງນີ້ວ່າ ເຮົາແລ ກະທຳກາຣງານແລ້ວ ກໍເມື່ອເຮົາກະທຳກາຣງານຢູ່ ກາຍກໍລຳບາກ ເພາະສະນັ້ນ ເຮົາຈະນອນ ເຂົາກໍນອນເສຍ ບໍ່ປຣາຣົພຄວາມພຽນ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ກະທຳໃຫ້ແຈ້ງ. ພິກຂຸທັງຫລາຍ ນີ້ເປັນກຸສິຕະວັຕຖຸປະກາຣທີ ໒.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຕ້ອງເດີນທາງ ເຂົາມີຄວາມຄິດຢ່າງນີ້ວ່າ ເຮົາຈັກຕ້ອງເດີນທາງ ກໍເມື່ອເຮົາເດີນ ທາງຢູ່ ກາຍຈັກລຳບາກ ສະນັ້ນ ເຮົາຈະນອນ ເຂົາກໍນອນເສຍ ບໍ່ປຣາຣົພຄວາມພຽນ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ກະທຳໃຫ້ແຈ້ງ. ພິກຂຸທັງຫລາຍ ນີ້ເປັນກຸສິຕະວັຕຖຸປະກາຣທີ ໓.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເດີນທາງແລ້ວ ເຂົາມີຄວາມຄິດຢ່າງນີ້ວ່າ ເຮົາໄດ້ເດີນທາງແລ້ວ ກໍເມື່ອເຮົາເດີນ ທາງຢູ່ ກາຍກໍລຳບາກ ສະນັ້ນ ເຮົາຈະນອນ ເຂົາກໍນອນເສຍ ບໍ່ປຣາຣົພຄວາມພຽນ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ກະທຳໃຫ້ແຈ້ງ. ພິກຂຸທັງຫລາຍ ນີ້ເປັນກຸສິຕະວັຕຖຸປະກາຣທີ ໔.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸທ່ຽວບິນທະບາຕຕາມບ້ານຫລືນິຄົມ ບໍ່ໄດ້ໂພຊະນະອັນເສົ້າໝອງຫລືປະນີຕພໍແກ່ຄວາມຕ້ອງກາຣ ເຂົາມີຄວາມຄິດຢ່າງນີ້ວ່າ ເຮົາທ່ຽວບິນທະບາຕຕາມບ້ານຫລືນິຄົມ ບໍ່ໄດ້ໂພຊະນະອັນເສົ້າໝອງຫລືປະນີຕພໍແກ່ຄວາມຕ້ອງກາຣ ກາຍຂອງເຮົານັ້ນລຳບາກແລ້ວ ບໍ່ຄວນແກ່ກາຣງານ ສະນັ້ນ ເຮົາຈະນອນ ເຂົາກໍນອນເສຍ ບໍ່ປຣາຣົພຄວາມພຽນ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ກະທຳໃຫ້ແຈ້ງ. ພິກຂຸທັງຫລາຍ ນີ້ເປັນກຸສິຕະວັຕຖຸປະກາຣທີ ໕.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸທ່ຽວບິນທະບາຕຕາມບ້ານຫລືນິຄົມ ໄດ້ໂພຊະນະອັນເສົ້າໝອງຫລືປະນີຕພໍແກ່ຄວາມຕ້ອງກາຣ ເຂົາມີຄວາມຄິດຢ່າງນີ້ວ່າ ເຮົາທ່ຽວບິນທະບາຕຕາມບ້ານຫລືນິຄົມ ໄດ້ໂພຊະນະອັນເສົ້າໝອງຫລືປະນີຕພໍແກ່ຄວາມຕ້ອງກາຣແລ້ວ ກາຍຂອງເຮົານັ້ນໜັກ ບໍ່ຄວນແກ່ກາຣງານ ເໝືອນຖົ່ວຊຸ່ມດ້ວຍນ້ຳ ສະນັ້ນເຮົາຈະນອນ ເຂົາກໍນອນເສຍ ບໍ່ປຣາຣົພຄວາມພຽນ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ກະທຳໃຫ້ແຈ້ງ. ພິກຂຸທັງຫລາຍ ນີ້ເປັນກຸສິຕະວັຕຖຸປະກາຣທີ ໖.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ອາພາທເລັກນ້ອຍເກີດຂຶ້ນແກ່ພິກຂຸ ເຂົາມີຄວາມຄິດຢ່າງນີ້ວ່າ ອາພາທເລັກນ້ອຍນີ້ເກີດຂຶ້ນແກ່ເຮົາແລ້ວ ເຫຕອັນສົມຄວນເພື່ອຈະນອນມີຢູ່ ສະນັ້ນ ເຮົາຈະນອນ ເຂົາກໍນອນເສຍ ບໍ່ປຣາຣົພຄວາມພຽນ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ກະທຳໃຫ້ແຈ້ງ. ພິກຂຸທັງຫລາຍ ນີ້ເປັນກຸສິຕະວັຕຖຸປະກາຣທີ ໗.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຫາຍຈາກອາພາທແລ້ວ ແຕ່ຍັງຫາຍບໍ່ດົນ ເຂົາມີຄວາມຄິດຢ່າງນີ້ວ່າ ເຮົາຫາຍຈາກອາພາທແລ້ວ ແຕ່ຍັງຫາຍບໍ່ດົນ ກາຍຂອງເຮົາຍັງອ່ອນ ເພຍ ບໍ່ຄວນແກ່ກາຣງານ ສະນັ້ນ ເຮົາຈະນອນ ເຂົາກໍນອນເສຍ ບໍ່ປຣາຣົພຄວາມພຽນ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ກະທຳໃຫ້ແຈ້ງ. ພິກຂຸທັງຫລາຍ ນີ້ເປັນກຸສິຕະວັຕຖຸປະກາຣທີ ໘.

ພິກຂຸທັງຫລາຍ! ກຸສິຕະວັຕຖຸ ໘ ປະກາຣນີ້ແລ.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ