ອາສະວະເຮັດໜ້າທີ່ຢ່າງດຽວກັບຕັນຫາ
ອະກຸສົນ
ອັກຄິເວດສະນະ ! ແນວໃດໜໍ ເອີ້ນວ່າ ເປັນຄົນຫຼົງໄຫຼ ?
ອັກຄິເວດສະນະ ! ອາສະວະເຫຼົ່າໃດ ອັນເຮັດໃຫ້ເສົ້າໝອງ ເຮັດໃຫ້ເກີດໃນພົບໃໝ່ ໃຫ້ມີຄວາມກະວົນກະວາຍ ມີວິບາກເປັນທຸກຂ໌ ໃຫ້ມີຊາຕຊະຣາມະຣະນະຕໍ່ໄປ ເປັນອາສະວະທີ່ບຸຄຄົລໃດລະບໍ່ໄດ້ ເຮົາກ່າວບຸຄຄົລນັ້ນ ວ່າເປັນຄົນຫຼົງໄຫຼ. ອັກຄິເວດສະນະ ! ເພາະ ລະອາສະວະບໍ່ໄດ້ ຈຶ່ງເປັນຄົນຫຼົງໄຫຼ.
ອັກຄິເວດສະນະ ! ອາສະວະເຫຼົ່າໃດ ອັນເຮັດໃຫ້ເສົ້າໝອງ ເຮັດໃຫ້ເກີດໃນພົບໃໝ່ ໃຫ້ມີຄວາມກະວົນກະວາຍ ມີວິບາກເປັນທຸກຂ໌ ໃຫ້ມີຊາຕຊະຣາມະຣະນະຕໍ່ໄປ ເປັນອາສະວະທີ່ບຸຄຄົລໃດລະໄດ້ແລ້ວ ເຮົາກ່າວບຸຄຄົລນັ້ນ ວ່າເປັນຄົນບໍ່ຫຼົງໄຫຼ. ອັກຄິເວດສະນະ ! ເພາະລະອາສະວະໄດ້ ຈຶ່ງເປັນຄົນບໍ່ຫຼົງໄຫຼ.
ອັກຄິເວສສະນະ ! ອາສະວະເຫຼົ່າໃດ ອັນທີ່ເຮັດໃຫ້ເສົ້າໝອງ ເຮັດໃຫ້ເກີດໃນພົບໃໝ່ ໃຫ້ມີຄວາມກະວົນກະວາຍ ມີວິບາກເປັນທຸກຂ໌ ໃຫ້ມີຊາຕຊະຣາມະຣະນະຕໍ່ໄປ; ອາສະວະເຫຼົ່ານັ້ນ ຕະຖາຄົຕລະໄດ້ແລ້ວ ເຮັດໃຫ້ມີຮາກຂາດແລ້ວ ເຮັດໃຫ້ ເໝືອນຕົ້ນຕານທີ່ຂາດຂ້ວນຍອດແລ້ວ ເຖິງຄວາມບໍ່ມີບໍ່ເປັນ ມີອັນບໍ່ເກີດຂຶ້ນອີກຕໍ່ໄປເປັນທຳມະດາ ປຽບເໝືອນຕົ້ນຕານ ມີຂ້ວນຍອດຂາດແລ້ວ ບໍ່ອາດຈະງອກງາມໄດ້ອີກຕໍ່ໄປ ເຊັ່ນໃດ ກໍເຊັ່ນນັ້ນ.
- ມູ. ມ. ໑໒/໔໖໑/໔໓໑.