ການຟັງອະຣິຍະສັດເໝາະສໍາລັບຈິດທີ່ຟອກແລ້ວເທົ່ານັ້ນ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ຄັ້ງນັ້ນແລ ມະຫາຊົນຊາວພັນທຸມະດີຣາຊະທານີ ຈໍານວນແປດໝື່ນສີ່ພັນຄົນ ອອກຈາກເມືອງ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄວິປັສສີ ເຖິງທີ່ປະທັບ ທີ່ເຂມະມິຄະທາຍະວັນ ຖວາຍອະພິວາດແລ້ວ ນັ່ງຢູ່ສ່ວນຂ້າງໜຶ່ງ. ພຣະຜູ້ມີພຣະພາຄວິປັສສີ ໄດ້ຕຣັດ ອະນຸປຸບພິກະຖາ ແກ່ຊົນທັງຫຼາຍເຫຼົ່ານັ້ນ ກ່າວຄື ທານະກະຖາ ສີລະກະຖາ ສັກຄະກະຖາ ຊົງປະກາດ ໂທດອັນເສົ້າໝອງຕໍ່າຊ້າຂອງກາມທັງຫຼາຍ ແລະ ອານິສົງສ໌ໃນການອອກຈາກກາມ.

ຄັນຊົງຮູ້ວ່າ ຊົນເຫຼົ່ານັ້ນມີຈິຕເໝາະສົມອ່ອນໂຍນ ປາສະຈາກນິວອນ ເບີກບານ ແຈ່ມໃສແລ້ວ, ກໍໄດ້ຕຣັດ ທັມມະເທສນາ ຊຶ່ງພຣະພຸດທະເຈົ້າທັງຫຼາຍ ຊົງຍົກຂຶ້ນສະແດງເອງ ກ່າວຄື ເລື່ອງທຸກຂ໌ ເລື່ອງສະມຸທັຍ ເລື່ອງນິໂຣດ ແລະເລື່ອງມັຄຄະ. ປຽບເໝືອນຜ້າອັນສະອາດ ປາສະຈາກສິ່ງແປດເປື້ອນ ຍ່ອມຮັບເອົາຊຶ່ງນໍ້າຍ້ອມໄດ້ຢ່າງດີ ເຊັ່ນໃດ ; ທັມມະຈັກຂຸ ປາສະຈາກທຸຣີ ປາສະຈາກມົນທິນ ໄດ້ເກີດຂຶ້ນແກ່ມະຫາຊົນ ແປດໝື່ນສີ່ພັນເຫຼົ່ານັ້ນ ທີ່ນັ່ງນັ້ນເອງວ່າ “ສິ່ງໃດມີຄວາມເກີດຂຶ້ນເປັນ ທັມມະດາ ສິ່ງນັ້ນທັງໝົດມີຄວາມດັບໄປເປັນທັມມະດາ” ດັ່ງນີ້, ເຊັ່ນນັ້ນເໝືອນກັນ.

ຊົນເຫຼົ່ານັ້ນມີທັມອັນເຫັນແລ້ວ ບັນລຸແລ້ວ ຮູ້ແຈ້ງແລ້ວ ຢັ່ງເອົາໄດ້ຄົບຖ້ວນແລ້ວ ໝົດຄວາມສົງໄສ ປາສະຈາກຄວາມລະແວງ ເຖິງຄວາມກ້າຫານ ບໍ່ຕ້ອງເຊື່ອຕາມບຸຄຄົລອື່ນ ໃນຄໍາສອນແຫ່ງສາສດາຕົນ ໄດ້ຂາບທູນກັບພຣະຜູ້ມີພຣະພາຄວິປັສສີວ່າ “ແຈ່ມແຈ້ງຫຼາຍຂ້ານ້ອຍ ! ແຈ່ມແຈ້ງຫຼາຍຂ້ານ້ອຍ ! ປຽບເໝືອນການຫງາຍຂອງທີ່ຂວໍ້າຢູ່ ເປີດຂອງທີ່ປົກປິດຢູ່ ບອກທາງໃຫ້ແກ່ຄົນຫຼົງທາງ ຫຼືວ່າໄຕ້ປະທີບແສງໄຟໄວ້ໃນບ່ອນມືດ ເພື່ອວ່າຄົນມີຕາຈະໄດ້ເຫັນຮູບ, ເຊັ່ນໃດ ກໍເຊັ່ນນັ້ນ” ດັ່ງນີ້.

- ມຫາ. ທີ. ໑໐/໔໙/໔໙.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ