ຕຣັດຖ້ອຍຄວາມໂດຍໂວຫານໂລກແຕ່ບໍ່ໄດ້ຊົງຢຶດຖື

ອະຣິຍະສັດ 4

0:00/0:00
ໂປດຖະປາທະ ! ການໄດ້ອັຕຕາສະເພາະຢ່າງ ໓ ຢ່າງເຫຼົ່ານີ້ ມີຢູ່ ຄືການໄດ້ອັຕຕາສະເພາະຢ່າງຊະນິດຫຍາບ, ການໄດ້ອັຕຕາສະເພາະຢ່າງຊະນິດສໍາເລັດດ້ວຍໃຈ, ການໄດ້ອັຕຕາສະເພາະຢ່າງຊະນິດບໍ່ມີຮູບ.

ໂປດຖະປາທະ ! ການໄດ້ອັຕຕາສະເພາະຢ່າງ ຊະນິດຫຍາບ ເປັນແນວໃດໜໍ ? ຊະນິດຫຍາບ ຄື ອັຕຕາທີ່ມີຮູບ ປະກອບດ້ວຍມະຫາພູຕະສີ່ ມີກະວະລິງກາລາຫາຣະເປັນພັກສາ (ອາຫາຣ).

ການໄດ້ອັຕຕາສະເພາະຢ່າງ ຊະນິດສໍາເລັດດ້ວຍໃຈ ເປັນແນວໃດໜໍ ? ຊະນິດສໍາເລັດດ້ວຍໃຈ ຄື ອັຕຕາທີ່ມີຮູບ ສໍາເລັດດ້ວຍໃຈ ມີອະວັຍຍະວະນ້ອຍໃຫຍ່ຄົບຖ້ວນ ມີອິນຊີບໍ່ບົກພ່ອງ.

ການໄດ້ອັຕຕາສະເພາະຢ່າງ ຊະນິດບໍ່ມີຮູບ ເປັນແນວໃດໜໍ ? ຊະນິດບໍ່ມີຮູບ ຄືອັຕຕາອັນຫາຮູບບໍ່ໄດ້ ສໍາເລັດດ້ວຍສັນຍາ.
(ຕໍ່ຈາກນີ້ ໄດ້ຊົງສະແດງການລະ ແລະອານິສົງສ໌ແຫ່ງການລະ ຊຶ່ງອັຕຕາທັງສາມນັ້ນ ໃນລັກສະນະທີ່ໜ້າສົນໃຈຢ່າງຍິ່ງ ແລ້ວຊົງຜິນໜ້າໄປຕຣັດກັບຈິຕຕະຫັດຖີສາຣີບຸຕ ຜູ້ນັ່ງຢູ່ດ້ວຍກັນກັບໂປດຖະປາທະວ່າ :-)

ຈິຕຕະ !....ສະໄໝໃດມີການໄດ້ອັຕຕາສະເພາະຢ່າງຊະນິດຫຍາບ ສະໄໝນັ້ນ ບໍ່ເຖິງຊຶ່ງການນັບວ່າໄດ້ອັຕຕາສະເພາະຢ່າງ ຊະນິດສໍາເລັດດ້ວຍໃຈ ແລະຊະນິດບໍ່ມີຮູບ. ຄົງໄດ້ແຕ່ອັຕຕາຊະນິດຫຍາບຢ່າງດຽວເທົ່ານັ້ນ. ຈິຕຕະ ! ສະໄໝໃດມີການໄດ້ອັຕຕາສະເພາະຢ່າງ ຊະນິດສໍາເລັດດ້ວຍໃຈ ສະໄໝນັ້ນບໍ່ເຖິງຊຶ່ງການນັບວ່າໄດ້ອັຕຕາສະເພາະຢ່າງ ຊະນິດຫຍາບ ແລະຊະນິດບໍ່ມີຮູບ, ຄົງໄດ້ແຕ່ອັຕຕາຊະນິດສໍາເລັດດ້ວຍໃຈຢ່າງດຽວເທົ່ານັ້ນ. ຈິຕຕະ ! ສະໄໝໃດ ມີການໄດ້ອັຕຕາສະເພາະຢ່າງ ຊະນິດບໍ່ມີຮູບ ສະໄໝນັ້ນບໍ່ເຖິງຊຶ່ງການນັບ ວ່າໄດ້ອັຕຕາສະເພາະຢ່າງຊະນິດຫຍາບ ແລະຊະນິດສໍາເລັດດ້ວຍໃຈ, ຄົງໄດ້ແຕ່ອັຕຕາຊະນິດບໍ່ມີຮູບຢ່າງດຽວເທົ່ານັ້ນ. ຈິຕຕະ ! ປຽບເໝືອນນົມສົດຈາກແມ່ງົວ ນົມສົ້ມຈາກນົມສົດ ເນີຍຂຸ້ນຈາກນົມສົ້ມ ເນີຍໃສຈາກເນີຍຂຸ້ນ ຫົວເນີຍໃສຈາກເນີຍໃສ. ສະໄໝໃດເປັນນົມສົດ ສະໄໝນັ້ນບໍ່ເຖິງຊຶ່ງການນັບວ່ານົມສົ້ມ ເນີຍຂຸ້ນ ເນີຍໃສ ຫົວເນີຍໃສ, ຄົງນັບວ່າເປັນນົມສົດຢ່າງດຽວເທົ່ານັ້ນ. ສະໄໝໃດເປັນນົມສົ້ມ ສະໄໝນັ້ນບໍ່ເຖິງຊຶ່ງການນັບວ່າເປັນນົມສົດ ເນີຍຂຸ້ນ ເນີຍໃສ ຫົວເນີຍໃສ, ຄົງນັບວ່າເປັນນົມສົ້ມຢ່າງດຽວເທົ່ານັ້ນ. ສະໄໝໃດເປັນເນີຍຂຸ້ນ ສະໄໝນັ້ນບໍ່ເຖິງຊຶ່ງການນັບວ່າເປັນນົມສົດ ນົມສົ້ມ ເນີຍໃສ ຫົວເນີຍໃສ, ຄົງນັບວ່າເປັນເນີຍຂຸ້ນຢ່າງດຽວເທົ່ານັ້ນ. ສະໄໝໃດເປັນເນີຍໃສ ສະໄໝນັ້ນບໍ່ເຖິງຊຶ່ງການນັບວ່າເປັນນົມສົດ ນົມສົ້ມ ເນີຍຂຸ້ນ ຫົວເນີຍໃສ. ຄົງນັບວ່າເປັນເນີຍໃສຢ່າງດຽວເທົ່ານັ້ນ. ສະໄໝໃດເປັນຫົວເນີຍໃສ ສະ ໄໝນັ້ນບໍ່ເຖິງຊຶ່ງການນັບວ່າເປັນນົມສົດ ນົມສົ້ມ ເນີຍຂຸ້ນ ເນີຍໃສ, ຄົງນັບວ່າເປັນຫົວເນີຍໃສຢ່າງດຽວເທົ່ານັ້ນ ; ເຊັ່ນໃດກໍເຊັ່ນນັ້ນ.
ຈິຕຕະ ! ອັຕຕາ ໓ ຊະນິດເຫຼົ່ານີ້ແລ ເປັນໂລກສະມັນຍາ ໂລກນິຣຸຕິ ໂລກໂວຫາຣະ ໂລກບັນຍັຕ ທີ່ຕະຖາຄົຕ ກໍກ່າວຢູ່ເຍື່ອງຊາວໂລກ ແຕ່ບໍ່ໄດ້ຢຶດຖືຄວາມໝາຍຢ່າງຊາວໂລກ, ດັ່ງນີ້.

- ສີ. ທີ. ໙/໒໔໑,໒໔໗/໓໐໒,໓໑໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ