ເຫຕທີ່ເຮັດໃຫ້ມະນຸດເກີດມາແຕກຕ່າງກັນ

ກຳ

0:00/0:00
ສຸພະມານົບ ໂຕເທີຍຍະບຸຕ ໄດ້ທູນຖາມພຣະຜູ້ມີພຣະພາຄ ດັ່ງນີ້ວ່າ

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ອັນໃດໜໍແລ ເປັນເຫຕເປັນປັຈຈັຍໃຫ້ພວກມະນຸສ ທີ່ເກີດເປັນມະນຸສຢູ່ ປາກົດຄວາມຕໍ່າຊາມແລະຄວາມປະນີຕ ຄື ມະນຸສທັງຫຼາຍຍ່ອມປາກົດມີອາຍຸສັ້ນ ມີອາຍຸຍືນ ມີພະຍາດຫຼາຍ ມີພະຍາດໜ້ອຍ ມີຜິວພັນຂີ້ຮ້າຍ ມີຜິວພັນງາມ ມີສັກດານ້ອຍ ມີສັກດາຫຼາຍ ມີໂພຄະໜ້ອຍ ມີໂພຄະຫຼາຍ ເກີດໃນສະກຸນຕ່ຳ ເກີດໃນສະກຸນສູງ ຂາດປັນຍາ ມີປັນຍາ. ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ອັນໃດໜໍແລ ເປັນເຫຕ ເປັນປັຈຈັຍ ໃຫ້ພວກມະນຸສທີ່ເກີດເປັນມະນຸສຢູ່ ປາກົດຄວາມຕໍ່າຊາມແລະຄວາມປະນີຕ”.

ພຣະຜູ້ມີພຣະພາຄຕຣັດວ່າ

ມານົບ ! ສັຕທັງຫຼາຍມີກັມເປັນຂອງຕົນ ເປັນທາຍາດແຫ່ງກັມ ມີກັມເປັນກໍາເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ ກັມຍ່ອມຈຳແນກສັຕໃຫ້ຕໍ່າຊາມ ແລະປະນີຕໄດ້.

“ຂ້າພະເຈົ້າ ຍ່ອມບໍ່ຮູ້ເນື້ອໃນໃຈຄວາມໂດຍພິສະດານຂອງອຸເທສ ທີ່ພຣະໂຄດົມຜູ້ຈະເຣີນຕຣັດໂດຍຫຍໍ້ ບໍ່ໄດ້ຈໍາແນກເນື້ອໃນໃຈຄວາມ ໂດຍພິສະດານນີ້ໄດ້ ຂໍພຣະໂຄດົມຜູ້ຈະເຣີນ ! ໄດ້ໂຜດສະແດງທັມແກ່
ຂ້າພະເຈົ້າ ໂດຍປະການທີ່ຂ້າພະເຈົ້າ ຈະຍ່ອມຮູ້ເນື້ອໃນໃຈຄວາມແຫ່ງ
ອຸເທສນີ້ໂດຍພິສະດານ ດ້ວຍເຖີ້ນ”.

ມານົບ ! ຖ້າເຊັ່ນນັ້ນ ທ່ານຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈະກ່າວຕໍ່ໄປ :-

ສຸພະມານົບ ໂຕເທີຍຍະບຸຕ ທູນຮັບພຣະຜູ້ມີພຣະພາຄວ່າ
“ດີແລ້ວ ຂ້ານ້ອຍ ! ”.

ພຣະຜູ້ມີພຣະພາຄຈຶ່ງໄດ້ຕຣັດດັ່ງນີ້ວ່າ

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ເປັນຜູ້ມັກເຮັດຊີວິຕສັຕໃຫ້ມອດມ້ວຍ ເປັນຄົນ ຫ້ຽມໂຫດ ມີມືເປື້ອນເລືອດ ໝົກໝຸ້ນໃນການຂ້າຟັນ ບໍ່ເອັນດູໃນເຫຼົ່າສັຕມີຊີວິຕ ເຂົາຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ
ນະຣົກ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີອາຍຸສັ້ນ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີອາຍຸສັ້ນ ນີ້ຄື ເປັນຜູ້ມັກເຮັດຊີວິຕສັຕໃຫ້ມອດມ້ວຍ ເປັນຄົນຫ້ຽມໂຫດ ມີມືເປື້ອນເລືອດ ໝົກໝຸ້ນໃນການຂ້າຟັນ ບໍ່ເອັນດູໃນເຫຼົ່າສັຕມີຊີວິຕ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ລະປານາຕິບາຕແລ້ວ ເປັນຜູ້ເວັ້ນຂາດຈາກປານາຕິບາຕ ວາງອາຊະຍາ ວາງສັດຕຣາໄດ້ ມີຄວາມລະອາຍ ເຖິງຄວາມເອັນດູ ອະນຸເຄາະດ້ວຍຄວາມເກື້ອກູນໃນສັບພະສັຕແລະພູຕະຢູ່ ເຂົາຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີອາຍຸຍືນ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີອາຍຸຍືນ ນີ້ຄື ລະປານາຕິບາຕແລ້ວ ເປັນຜູ້ເວັ້ນຂາດຈາກປານາຕິບາຕ ວາງອາຊະຍາ ວາງສັດຕຣາໄດ້ ມີຄວາມລະອາຍ ເຖິງຄວາມເອັນດູ ອະນຸເຄາະດ້ວຍຄວາມເກື້ອກູນ ໃນສັບພະສັຕແລະພູຕະຢູ່.

ມານົບ ! ບຸກຄົນບາງຄົນໃນໂລກນີ້ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ເປັນຜູ້ມີປົກກະຕິບຽດບຽນສັຕດ້ວຍຝ່າມືຫຼືກ້ອນດິນ ຫຼືທ່ອນໄມ້ ຫຼືສັດຕຣາ ເຂົາຕາຍໄປ ຈະເຂົ້າເຖິງ
ອະບາຍ ທຸຄະຕິ ວິນິບາຕ ນະຣົກ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີໂຣຄາພະຍາດຫຼາຍ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີໂຣຄາພະຍາດຫຼາຍ ຄື ເປັນຜູ້ມີປົກກະຕິບຽດບຽນສັຕດ້ວຍຝ່າມື ຫຼືກ້ອນດິນ ຫຼືທ່ອນໄມ້ ຫຼືສັດຕຣາ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ເປັນຜູ້ມີປົກກະຕິບໍ່ບຽດບຽນສັຕດ້ວຍຝ່າມື ຫຼືກ້ອນດິນ ຫຼືທ່ອນໄມ້ ຫຼືສັດຕຣາ ເຂົາຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີ
ໂຣຄາພະຍາດໜ້ອຍ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີໂຣຄາພະຍາດໜ້ອຍ ຄື ເປັນຜູ້ມີປົກກະຕິບໍ່ບຽດບຽນສັຕດ້ວຍຝ່າມື ຫຼືກ້ອນດິນ ຫຼືທ່ອນໄມ້ ຫຼືສັດຕຣາ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ເປັນຄົນມັກຮ້າຍ ອັ່ງດ້ວຍຄວາມແຄ້ນເຄືອງ ຖືກເຂົາວ່າເລັກນ້ອຍກໍຂັດໃຈ ໂກດເຄືອງ ພະຍາບາດມາດຮ້າຍ ເຮັດຄວາມຮ້າຍ ແລະຄວາມຄຽດແຄ້ນໃຫ້ປາກົດ ເຂົາຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີຜິວພັນຂີ້ຮ້າຍ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີຜິວພັນຂີ້ຮ້າຍ ຄື ເປັນຄົນມັກຮ້າຍ ອັ່ງດ້ວຍຄວາມແຄ້ນເຄືອງ ຖືກເຂົາວ່າເລັກນ້ອຍກໍຂັດໃຈ ໂກດເຄືອງ ພະຍາບາດມາດຮ້າຍ ເຮັດຄວາມຮ້າຍ ແລະຄວາມຄຽດແຄ້ນໃຫ້ປາກົດ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ເປັນຄົນບໍ່ມັກຮ້າຍ ບໍ່ອັ່ງດ້ວຍຄວາມແຄ້ນເຄືອງ ຖືກເຂົາວ່າຫຼາຍກໍບໍ່ຂັດໃຈ ບໍ່ໂກດເຄືອງ ບໍ່ພະຍາບາດ ບໍ່ມາດຮ້າຍ ບໍ່ເຮັດຄວາມຮ້າຍ ແລະຄວາມຄຽດແຄ້ນໃຫ້ປາກົດ ເຂົາຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນໜ້າເຫຼື້ອມໃສ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມເປັນຜູ້ໜ້າເຫຼື້ອມໃສ ຄື ເປັນຄົນບໍ່ມັກຮ້າຍ ບໍ່ອັ່ງດ້ວຍຄວາມແຄ້ນເຄືອງ ຖືກເຂົາວ່າຫຼາຍກໍບໍ່ຂັດໃຈ ບໍ່ໂກດເຄືອງ ບໍ່ພະຍາບາດ ບໍ່ມາດຮ້າຍ ບໍ່ເຮັດຄວາມຮ້າຍ ແລະຄວາມຄຽດແຄ້ນໃຫ້ປາກົດ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ມີໃຈອິຈສາ ຍ່ອມອິຈສາ ມຸ່ງຮ້າຍ ຜູກໃຈອິດສາໃນລາບສັກກາຣະ ຄວາມເຄົາລົບ ຄວາມນັບຖື ການໄຫວ້ ແລະການບູຊາຂອງຄົນອື່ນ ເຂົາຕາຍໄປ ຈະເຂົ້າເຖິງອະບາຍ
ທຸຄະຕິ ວິນິບາຕ ນະຣົກ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ
ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີສັກດານ້ອຍ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດານ້ອຍ ນີ້ຄື ມີໃຈອິຈສາ ຍ່ອມອິຈສາ ມຸ່ງຮ້າຍ ຜູກໃຈອິຈສາໃນລາບສັກກາຣະ ຄວາມເຄົາລົບ ຄວາມນັບຖື ການໄຫວ້ ແລະການບູຊາຂອງຄົນອື່ນ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ເປັນຜູ້ມີໃຈບໍ່ອິຈສາ ຍ່ອມບໍ່ອິຈສາ ບໍ່ມຸ່ງຮ້າຍ ບໍ່ຜູກໃຈອິຈສາໃນລາບສັກກາຣະ ຄວາມເຄົາລົບ ຄວາມນັບຖື ການໄຫວ້ ແລະການບູຊາຂອງຄົນອື່ນ ເຂົາຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີສັກດາຫຼາຍ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດາຫຼາຍນີ້ ຄື ເປັນຜູ້ມີໃຈບໍ່ອິຈສາ ຍ່ອມບໍ່ອິຈສາ ບໍ່ມຸ່ງຮ້າຍ ບໍ່ຜູກໃຈອິຈສາໃນລາບສັກກາຣະ ຄວາມເຄົາລົບ ຄວາມນັບຖື ການໄຫວ້ ແລະການບູຊາຂອງຄົນອື່ນ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ຍ່ອມບໍ່ເປັນຜູ້ໃຫ້ ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ ແລະປະທີບໂຄມໄຟ ແກ່ສະມະນະຫຼືພຣາມ ເຂົາຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງ
ອະບາຍ ທຸຄະຕິ ວິນິບາຕ ນະຣົກ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີໂພຄະໜ້ອຍ .

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມ ໂພຄະໜ້ອຍນີ້ ຄື ບໍ່ໃຫ້ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ ແລະປະທີບໂຄມໄຟແກ່ສະມະນະຫຼືພຣາມ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ຍ່ອມເປັນຜູ້ໃຫ້ ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ ແລະປະທີບໂຄມໄຟແກ່ສະມະນະຫຼືພຣາມ ເຂົາຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີໂພຄະຫຼາຍ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີໂພຄະຫຼາຍນີ້ ຄື ໃຫ້ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ ແລະປະທີບໂຄມໄຟແກ່ສະມະນະຫຼືພຣາມ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ເປັນຄົນກະດ້າງຈອງຫອງ ຍ່ອມບໍ່ຂາບໄຫວ້ຄົນທີ່ຄວນຂາບໄຫວ້ ບໍ່ລຸກຮັບຄົນທີ່ຄວນລຸກຮັບ ບໍ່ໃຫ້ອາສະນະແກ່ຄົນທີ່ສົມຄວນແກ່ອາສະນະ ບໍ່ໃຫ້ທາງແກ່ຄົນທີ່ສົມຄວນແກ່ທາງ ບໍ່ສັກກາຣະຄົນທີ່ຄວນສັກກາຣະ ບໍ່ເຄົາລົບຄົນທີ່ຄວນເຄົາລົບ ບໍ່ນັບຖືຄົນທີ່ຄວນນັບຖື ບໍ່ບູຊາຄົນທີ່ຄວນບູຊາ ເຂົາຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນເກີດໃນສະກຸນຕ່ຳ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມເກີດໃນສະກຸນຕ່ຳນີ້ ຄື ເປັນຄົນກະດ້າງ ຈອງຫອງ ຍ່ອມບໍ່ຂາບໄຫວ້ຄົນທີ່ຄວນ ຂາບໄຫວ້ ບໍ່ລຸກຮັບຄົນທີ່ຄວນລຸກຮັບ ບໍ່ໃຫ້ອາສະນະແກ່ຄົນທີ່ສົມຄວນແກ່ອາສະນະ ບໍ່ໃຫ້ທາງແກ່ຄົນທີ່ສົມຄວນແກ່ທາງ ບໍ່ສັກກາຣະຄົນທີ່ຄວນສັກກາຣະ ບໍ່ເຄົາລົບຄົນທີ່ຄວນເຄົາລົບ ບໍ່ນັບຖືຄົນທີ່ຄວນນັບຖື ບໍ່ບູຊາຄົນທີ່ຄວນບູຊາ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ເປັນຄົນບໍ່ກະດ້າງ ບໍ່ຈອງຫອງ ຍ່ອມຂາບໄຫວ້ຄົນທີ່ຄວນຂາບໄຫວ້ ລຸກຮັບຄົນທີ່ຄວນລຸກຮັບ ໃຫ້ອາສະນະແກ່ຄົນທີ່ສົມຄວນແກ່ອາສະນະ ໃຫ້ທາງແກ່ຄົນທີ່ສົມຄວນແກ່ທາງ ສັກກາຣະຄົນທີ່ຄວນສັກກາຣະ ເຄົາລົບຄົນທີ່ຄວນເຄົາລົບ ນັບຖືຄົນທີ່ຄວນນັບຖື ບູຊາຄົນທີ່ຄວນບູຊາ ເຂົາຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນເກີດໃນສະກຸນສູງ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມເກີດໃນສະກຸນສູງນີ້ ຄື ເປັນຄົນບໍ່ກະດ້າງ ບໍ່ຈອງຫອງ ຍ່ອມຂາບໄຫວ້ຄົນທີ່ຄວນຂາບໄຫວ້ ລຸກຮັບຄົນທີ່ຄວນລຸກຮັບ ໃຫ້ອາສະນະແກ່ຄົນທີ່ສົມຄວນແກ່ອາສະນະ ໃຫ້ທາງແກ່ຄົົນທີ່ສົມຄວນແກ່ທາງ
ສັກກາຣະຄົນທີ່ຄວນສັກກາຣະ ເຄົາລົບຄົນທີ່ຄວນເຄົາລົບ ນັບຖືຄົນທີ່ຄວນນັບຖື ບູຊາຄົນທີ່ຄວນບູຊາ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ຍ່ອມບໍ່ເປັນຜູ້ເຂົ້າໄປຫາສະມະນະຫຼືພຣາມແລ້ວສອບຖາມວ່າ ແມ່ນຫຍັງເປັນກຸສົລ ແມ່ນຫຍັງເປັນອະກຸສົລ ແມ່ນຫຍັງມີໂທດ ແມ່ນຫຍັງບໍ່ມີໂທດ ແມ່ນຫຍັງຄວນເສບ ແມ່ນຫຍັງບໍ່ຄວນເສບ ແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອຄວາມບໍ່ເກື້ອກູນ ເພື່ອຄວາມທຸກຂ໌ຊົ່ວສິ້ນກາລະນານ ຫຼືວ່າແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ
ເພື່ອຄວາມສຸຂຊົ່ວສິ້ນກາລະນານ ເຂົາຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ
ທຸຄະຕິ ວິນິບາຕ ນະຣົກ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີປັນຍາຕື້ນ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີປັນຍາຕື້ນນີ້ ຄື ບໍ່ເປັນຜູ້ເຂົ້າໄປຫາສະມະນະຫຼືພຣາມ ແລ້ວສອບຖາມວ່າ ແມ່ນຫຍັງເປັນກຸສົລ ແມ່ນຫຍັງເປັນອະກຸສົລ ແມ່ນຫຍັງມີໂທດ ແມ່ນຫຍັງບໍ່ມີໂທດ ແມ່ນຫຍັງຄວນເສບ ແມ່ນຫຍັງບໍ່ຄວນເສບ ແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອຄວາມບໍ່ເກື້ອກູນ ເພື່ອຄວາມທຸກຂ໌ຊົ່ວສິ້ນກາລະນານ ແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອຄວາມເກື້ອກູນ ເພື່ອຄວາມສຸຂຊົ່ວສິ້ນກາລະນານ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ຍ່ອມເປັນຜູ້ເຂົ້າໄປຫາສະມະນະຫຼືພຣາມ ແລ້ວສອບຖາມວ່າ ແມ່ນຫຍັງເປັນກຸສົລ ແມ່ນຫຍັງເປັນອະກຸສົລແມ່ນຫຍັງມີໂທດ ແມ່ນຫຍັງບໍ່ມີໂທດ ແມ່ນຫຍັງຄວນເສບ ແມ່ນຫຍັງບໍ່ຄວນເສບ ແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອຄວາມບໍ່ເກື້ອກູນ ເພື່ອຄວາມທຸກຂ໌ຊົ່ວສິ້ນກາລະນານ ຫຼືວ່າແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸກຊົ່ວສິ້ນກາລະນານ ເຂົາຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກ ຕາຍໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີປັນຍາຫຼາຍ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີປັນຍາຫຼາຍນີ້ ຄື ເປັນຜູ້ເຂົ້າໄປຫາສະມະນະຫຼືພຣາມ ແລ້ວສອບຖາມວ່າ ແມ່ນຫຍັງເປັນກຸສົລ ແມ່ນຫຍັງເປັນອະກຸສົລ ແມ່ນຫຍັງມີໂທດ ແມ່ນຫຍັງບໍ່ມີໂທດ ແມ່ນຫຍັງຄວນເສບ ແມ່ນຫຍັງບໍ່ຄວນເສບ ແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອຄວາມບໍ່ເກື້ອກູນ ເພື່ອຄວາມທຸກຂ໌ຊົ່ວສິ້ນກາລະນານ ແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອຄວາມເກື້ອກູນ ເພື່ອຄວາມສຸຂຊົ່ວສິ້ນກາລະນານ.

ມານົບ ! ດ້ວຍປະການສະນີ້ແລ ປະຕິປະທາທີ່ເປັນໄປເພື່ອຄວາມມີອາຍຸສັ້ນ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີອາຍຸສັ້ນ ປະຕິປະທາທີ່ເປັນໄປເພື່ອຄວາມມີອາຍຸຍືນ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີອາຍຸຍືນ ປະຕິປະທາທີ່ເປັນໄປເພື່ອຄວາມມີພະຍາດຫຼາຍ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີພະ ຍາດຫຼາຍ ປະຕິປະທາທີ່ເປັນໄປ ເພື່ອຄວາມມີພະຍາດໜ້ອຍ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີພະຍາດໜ້ອຍ ປະຕິປະທາທີ່ເປັນໄປເພື່ອຄວາມມີຜິວພັນຂີ້ຮ້າຍ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີຜິວພັນຂີ້ຮ້າຍ ປະຕິປະທາທີ່ເປັນໄປເພື່ອຄວາມເປັນຜູ້ໜ້າເຫຼື້ອມໃສ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນໜ້າເຫຼື້ອມໃສ ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດານ້ອຍ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີສັກດານ້ອຍ ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດາຫຼາຍ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີສັກດາຫຼາຍ ປະຕິປະທາທີ່ເປັນໄປເພື່ອຄວາມມີໂພຄະໜ້ອຍ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີໂພຄະໜ້ອຍ ປະຕິປະທາທີ່ເປັນໄປເພື່ອຄວາມມີໂພຄະຫຼາຍ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີໂພຄະຫຼາຍ ປະຕິປະທາທີ່ເປັນໄປເພື່ອຄວາມເກີດໃນສະກຸນຕ່ຳ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນເກີດໃນສະກຸນຕ່ຳ ປະຕິປະທາທີ່ເປັນໄປເພື່ອຄວາມເກີດໃນສະກຸນສູງ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນເກີດໃນສະກຸນສູງ ປະຕິປະທາທີ່ເປັນໄປເພື່ອຄວາມມີປັນຍາຕື້ນ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີປັນຍາຕື້ນ ປະຕິປະທາທີ່ເປັນໄປເພື່ອຄວາມມີປັນຍາຫຼາຍ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີປັນຍາຫຼາຍ.

ມານົບ ! ສັຕທັງຫຼາຍ ມີກັມເປັນຂອງຕົນ ເປັນທາຍາດແຫ່ງກັມ ມີກັມເປັນກໍາເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ ກັມຍ່ອມຈຳແນກສັຕໃຫ້ຕໍ່າຊາມແລະປະນີຕ.

ເມື່ອພຣະຜູ້ມີພຣະພາຄຕຣັດແລ້ວເຊັ່ນນີ້

ສຸພະມານົບ ໂຕເທີຍຍະບຸຕ ໄດ້ຂາບທູນພຣະຜູ້ມີພຣະພາຄດັ່ງນີ້ ວ່າ :-

ແຈ່ມແຈ້ງແລ້ວ ຂ້ານ້ອຍ ! ແຈ່ມແຈ້ງແລ້ວ ຂ້ານ້ອຍ ! ພຣະໂຄດົມຜູ້ຈະເຣີນຊົງປະກາດທັມໂດຍປະຣິຍາຍ ບໍ່ແມ່ນໜ້ອຍ ປຽບເໝືອນຫງາຍຂອງທີ່ຂວໍ້າ ຫຼືເປີດຂອງທີ່ປົກປິດ ຫຼືບອກທາງແກ່ຄົນຫຼົງທາງ ຫຼືໄຕ້ປະທີບໃນບ່ອນມືດ ດ້ວຍຫວັງວ່າຜູ້ມີຕາດີຈັກເຫັນຮູບໄດ້ສະນັ້ນ ຂ້ານ້ອຍນີ້ຂໍເຖິງພຣະໂຄດົມຜູ້ຈະເຣີນ ພຣະທັມ ແລະພຣະພິກຂຸສົງຄ໌ ວ່າເປັນສະຣະນະ. ຂໍພຣະໂຄດົມຜູ້ຈະເຣີນ ! ຈົ່ງຊົງຈໍາຂ້ານ້ອຍວ່າເປັນອຸປາສົກ ຜູ້ເຖິງສະຣະນະຕະຫຼອດຊີວິຕ ຕັ້ງແຕ່ບັດນີ້ເປັນຕົ້ນໄປ”.

ອຸປຣິ. ມ. ໑໔/ ໓໗໖ /໕໗໙.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ