ການເກີດຂຶ້ນແຫ່ງຕັນຫາ
ສັງໂຍດ
ນິດເທສະ ໕ ວ່າດ້ວຍທີ່ເກີດແລະການເກີດແຫ່ງຕັນຫາ
(ມີ ໕ ເລື່ອງ)
ພິກຂຸ ທ. ! ການກໍ່ຂຶ້ນແຫ່ງທຸກຂ໌ ເປັນແນວໃດໜໍ ?
ພິກຂຸ ທ. ! ເພາະອາໄສ ຕາ ດ້ວຍ ຮູບດ້ວຍ ຈຶ່ງເກີດຈັກຂຸວິນຍານຂຶ້ນ, ການປະຈວບພໍ້ພ້ອມ (ແຫ່ງຕາ+ຮູບ+ຈັກຂຸວິນຍານ) ທັງ ໓ ຢ່າງນັ້ນ ຈຶ່ງເກີດມີຜັສສະ, ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ, ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ; ນີ້ຄື ການກໍ່ຂຶ້ນແຫ່ງທຸກຂ໌
ພິກຂຸ ທ. ! ເພາະອາໄສ ຫູ ດ້ວຍ ສຽງດ້ວຍ ຈຶ່ງເກີດໂສຕະວິນຍານຂຶ້ນ, ການປະຈວບພໍ້ພ້ອມ (ແຫ່ງຫູ+ສຽງ+ໂສຕະວິນຍານ) ທັງ ໓ ຢ່າງນັ້ນ ຈຶ່ງເກີດມີຜັສສະ, ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ, ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ; ນີ້ຄື ການກໍ່ຂຶ້ນແຫ່ງທຸກຂ໌.
ພິກຂຸ ທ. ! ເພາະອາໄສ ດັງ ດ້ວຍ ກິ່ນດ້ວຍ ຈຶ່ງເກີດຄານະວິນຍານຂຶ້ນ, ການປະຈວບພໍ້ພ້ອມ (ແຫ່ງດັງ+ກິ່ນ+ຄານະວິນຍານ) ທັງ ໓ ຢ່າງນັ້ນ ຈຶ່ງເກີດມີຜັສສະ, ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ, ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ; ນີ້ຄື ການກໍ່ຂຶ້ນແຫ່ງທຸກຂ໌
ພິກຂຸ ທ. ! ເພາະອາໄສ ລີ້ນ ດ້ວຍ ຣົສດ້ວຍ ຈຶ່ງເກີດຊິວຫາວິນຍານຂຶ້ນ, ການປະຈວບພໍ້ພ້ອມ (ແຫ່ງລີ້ນ+ຣົສ+ຊິວຫາວິນຍານ) ທັງ ໓ ຢ່າງນັ້ນ ຈຶ່ງເກີດມີຜັສສະ, ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ, ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ; ນີ້ຄື ການກໍ່ຂຶ້ນແຫ່ງທຸກຂ໌.
ພິກຂຸ ທ. ! ເພາະອາໄສ ກາຍ ດ້ວຍ ໂຜຕຖັພພະດ້ວຍ ຈຶ່ງເກີດກາຢະວິນຍານຂຶ້ນ, ການປະຈວບພໍ້ພ້ອມ (ແຫ່ງກາຍ+ໂຜຕຖັພພະ+ກາຢະວິນຍານ) ທັງ ໓ ຢ່າງນັ້ນ ຈຶ່ງເກີດມີຜັສສະ, ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ, ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ; ນີ້ຄື ການກໍ່ຂຶ້ນແຫ່ງທຸກຂ໌.
ພິກຂຸ ທ. ! ເພາະອາໄສ ໃຈ ດ້ວຍ ທັມມາຣົມດ້ວຍ ຈຶ່ງເກີດມະໂນວິນຍານຂຶ້ນ, ການປະຈວບພໍ້ພ້ອມ (ແຫ່ງໃຈ+ທັມມາຣົມ+ມະໂນວິນຍານ) ທັງ ໓ ຢ່າງນັ້ນ ຈຶ່ງເກີດມີ ຜັສສະ, ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ, ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ; ນີ້ຄື ການກໍ່ຂຶ້ນແຫ່ງທຸກຂ໌.
ພິກຂຸ ທ. ! ນີ້ແລ ຄື ການກໍ່ຂຶ້ນແຫ່ງທຸກຂ໌.
- ສລາ. ສັງ. ໑໘/໑໐໖/໑໕໔.