ອັດສາທະຊັ້ນເລີດຂອງເວທະນາ
ອະຣິຍະສັດ 4
ພິກຂຸ ທ. ! ອັສສາທະ (ສະເໜ່) ຂອງເວທະນາທັງຫຼາຍ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເພາະສະງັດຈາກກາມ ແລະສະງັດຈາກອະກຸສົລທັມທັງຫຼາຍ ຍ່ອມບັນລຸຊານທີໜຶ່ງ ຊຶ່ງມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່. ພິກຂຸ ທ. ! ໃນສະໄໝໃດ ພິກຂຸ, ເພາະສະງັດຈາກກາມ ແລະສະງັດຈາກອະກຸສົລທັມທັງຫຼາຍ ຍ່ອມບັນລຸຊານທີໜຶ່ງ ຊຶ່ງມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່, ໃນສະໄໝນັ້ນ ເຂົາຍ່ອມບໍ່ຄິດ ແມ່ນແຕ່ໃນທາງ ທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຕົນເອງ, ຍ່ອມບໍ່ຄິດ ແມ່ນແຕ່ໃນທາງທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຜູ້ອື່ນ, ແລະຍ່ອມບໍ່ຄິດແມ່ນແຕ່ໃນທາງທີ່ຈະໃຫ້ເກີດຄວາມເດືອດຮ້ອນ ແກ່ຕົນເອງແລະຜູ້ອື່ນທັງສອງຝ່າຍ. ໃນສະໄໝນັ້ນ ເຂົາຍ່ອມສະເຫວີຍເວທະນາ ອັນບໍ່ສ້າງຄວາມເດືອດຮ້ອນແຕ່ເຍື່ອງໃດເລີຍ. ພິກຂຸ ທ. ! ເຮົາກ່າວອັສສາທະ (ສະເໜ່) ຂອງເວທະນາທັງຫຼາຍ ວ່າມີການບໍ່ກໍ່ຄວາມເດືອດຮ້ອນແກ່ຜູ້ໃດເປັນຢ່າງຍິ່ງ.
ພິກຂຸ ທ. ! ຂໍ້ອື່ນຍັງມີອີກ ພິກຂຸ ເພາະສະງົບວິຕົກວິຈາຣເສຍໄດ້ ຍ່ອມບັນລຸ ຊານທີສອງ ອັນເປັນເຄື່ອງຜ່ອງໃສໃນພາຍໃນ ນຳໃຫ້ເກີດສະມາທິມີອາຣົມອັນດຽວແຫ່ງໃຈ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິແລ້ວແລຢູ່.ພິກຂຸ ທ. ! ໃນສະໄໝໃດ ພິກຂຸ ເພາະສະງົບວິຕົກວິຈາຣເສຍໄດ້ ຍ່ອມບັນລຸຊານທີສອງ ອັນເປັນເຄື່ອງຜ່ອງໃສໃນພາຍໃນ ນໍາໃຫ້ເກີດສະມາທິ ມີອາຣົມອັນດຽວແຫ່ງໃຈ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິແລ້ວແລຢູ່, ໃນສະໄໝນັ້ນ ເຂົາຍ່ອມບໍ່ຄິດ ແມ່ນແຕ່ໃນທາງທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຕົນເອງ, ຍ່ອມບໍ່ຄິດ ແມ່ນແຕ່ໃນທາງທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຜູ້ອື່ນ, ແລະຍ່ອມບໍ່ຄິດ ແມ່ນແຕ່ໃນທາງທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຕົນເອງ ແລະຜູ້ອື່ນທັງສອງຝ່າຍ. ໃນສະໄໝນັ້ນ ເຂົາຍ່ອມສະເຫວີຍເວທະນາ ອັນບໍ່ສ້າງຄວາມເດືອດຮ້ອນແຕ່ເຍື່ອງໃດເລີຍ. ພິກຂຸ ທ. ! ເຮົາກ່າວອັສສາທະ (ສະເໜ່) ຂອງເວທະນາທັງຫຼາຍວ່າ ມີການບໍ່ກໍ່ຄວາມເດືອດຮ້ອນແກ່ຜູ້ໃດ ເປັນຢ່າງຍິ່ງ.
ພິກຂຸ ທ. ! ຂໍ້ອື່ນຍັງມີອີກ ພິກຂຸ ເພາະຄວາມຈາງຄາຍໄປແຫ່ງປີຕິ ເປັນຜູ້ຢູ່ອຸເປກຂາ ມີສະຕິ ສັມປະຊັນຍະ ສະເຫວີຍສຸຂດ້ວຍນາມກາຍ ຍ່ອມບັນລຸຊານທີສາມ ອັນເປັນຊານ ທີ່ພຣະອະຣິຍະເຈົ້າທັງຫຼາຍ ກ່າວວ່າ “ຜູ້ໄດ້ບັນລຸຊານນີ້ ເປັນຜູ້ຢູ່ ອຸເປກຂາ ມີສະຕິ ຢູ່ເປັນປົກກະຕິສຸຂ” ດັ່ງນີ້ ແລ້ວແລຢູ່. ພິກຂຸ ທ. ! ໃນສະໄໝໃດ ພິກຂຸ ເພາະຄວາມຈາງຄາຍໄປແຫ່ງປີຕິ ເປັນຜູ້ຢູ່ອຸເປກຂາ ມີສະຕິ ສັມປະຊັນຍະ ສະເຫວີຍສຸຂດ້ວຍນາມກາຍ ຍ່ອມບັນລຸຊານທີສາມ ອັນເປັນຊານ ທີ່ພຣະອະຣິຍະເຈົ້າທັງຫຼາຍກ່າວວ່າ “ຜູ້ໄດ້ບັນລຸຊານນີ້ ເປັນຜູ້ຢູ່ອຸເປກຂາ ມີສະຕິ ຢູ່ເປັນປົກກະຕິສຸຂ” ດັ່ງນີ້ ແລ້ວແລຢູ່. ໃນສະໄໝນັ້ນ ເຂົາຍ່ອມບໍ່ຄິດແມ່ນແຕ່ໃນທາງທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຕົນເອງ, ຍ່ອມບໍ່ຄິດແມ່ນແຕ່ໃນທາງທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຜູ້ອື່ນ, ແລະຍ່ອມບໍ່ຄິດແມ່ນແຕ່ໃນທາງທີ່ຈະໃຫ້ເກີດ ຄວາມເດືອດຮ້ອນແກ່ຕົນເອງ ແລະຜູ້ອື່ນທັງສອງຝ່າຍ. ໃນສະໄໝນັ້ນ ເຂົາຍ່ອມສະເຫວີຍເວທະນາ ອັນບໍ່ສ້າງຄວາມເດືອດຮ້ອນແຕ່ເຍື່ອງໃດເລີຍ. ພິກຂຸ ທ. ! ເຮົາກ່າວອັສສາທະ (ສະເໜ່) ຂອງເວທະນາທັງຫຼາຍ ວ່າມີການບໍ່ກໍ່ຄວາມເດືອດຮ້ອນແກ່ຜູ້ໃດ ເປັນຢ່າງຍິ່ງ.
ພິກຂຸ ທ. ! ຂໍ້ອື່ນຍັງມີອີກ ພິກຂຸ ເພາະລະສຸຂເສຍໄດ້ ແລະເພາະລະທຸກຂ໌ເສຍໄດ້, ເພາະຄວາມດັບຫາຍໄປ ແຫ່ງໂສມະນັດສະ ແລະໂທມະນັດສະໃນກາລກ່ອນ, ຍ່ອມບັນລຸຊານທີສີ່ ອັນບໍ່ທຸກຂ໌ບໍ່ສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາດບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ພິກຂຸ ທ. ! ໃນສະໄໝໃດ ພິກຂຸ, ເພາະລະສຸຂເສຍໄດ້ ແລະເພາະລະທຸກຂ໌ເສຍໄດ້, ເພາະຄວາມດັບຫາຍໄປແຫ່ງໂສມະນັດສະ ແລະໂທມະນັດສະໃນກາລກ່ອນ, ຍ່ອມບັນລຸຊານທີສີ່ ອັນບໍ່ທຸກຂ໌ບໍ່ສຸຂ ມີແຕ່ຄວາມທີ່ສະຕິ ເປັນທັມມະຊາດບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ໃນສະໄໝນັ້ນເຂົາຍ່ອມບໍ່ຄິດ ແມ່ນແຕ່ໃນທາງທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຕົນເອງ, ຍ່ອມບໍ່ຄິດ ແມ່ນແຕ່ໃນທາງທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຜູ້ອື່ນ, ແລະຍ່ອມບໍ່ຄິດ ແມ່ນແຕ່ໃນທາງທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຕົນເອງ ແລະຜູ້ອື່ນທັງສອງຝ່າຍ. ໃນສະໄໝນັ້ນ ເຂົາຍ່ອມສະເຫວີຍເວທະນາ ອັນບໍ່ສ້າງຄວາມເດືອດຮ້ອນແຕ່ເຍື່ອງໃດເລີຍ. ພິກຂຸ ທ. ! ເຮົາກ່າວອັສສາທະ (ສະເໜ່) ຂອງເວທະນາທັງຫຼາຍ ວ່າມີການບໍ່ກໍ່ຄວາມເດືອດຮ້ອນແກ່ຜູ້ໃດເປັນຢ່າງຍິ່ງ ແລ.
- ມູ. ມ. ໑໒/໑໗໖/໒໐໕.