ອານາປານະສະຕິ ລະໄດ້ເຊິ່ງຄວາມຟຸ້ງຊ້ານ
ອານາປານະສະຕິ
ພິກຂຸທັງຫຼາຍ ! ທັມ ໓ ປະການນີ້ ໓ ປະການແນວໃດໜໍ ຄື ຄວາມເປັນຜູ້ວ່າຍາກ ໑ ຄວາມເປັນຜູ້ມີມິຕຊົ່ວ ໑ ຄວາມຟຸ້ງຊ້ານແຫ່ງຈິຕ ໑.
ພິກຂຸທັງຫຼາຍ ! ນີ້ແລທັມ ໓ ປະການ.
ພິກຂຸທັງຫຼາຍ ! ທັມ ໓ ປະການ ອັນພິກຂຸຄວນເຮັດໃຫ້ຈະເລີນເພື່ອລະທັມ 3 ປະການເຫຼົ່ານີ້ ໓ ປະການແນວໃດໜໍ ? ຄື
(1) ຄວາມເປັນຜູ້ວ່າງ່າຍ ອັນພິກຂຸຄວນໃຫ້ຈະເລີນເພື່ອລະຄວາມເປັນຜູ້ວ່າຍາກ
(2) ຄວາມເປັນຜູ້ມີມິຕດີ ອັນພິກຂຸຄວນໃຫ້ຈະເລີນ ເພື່ອລະຄວາມເປັນຜູ້ມີມິຕຊົ່ວ
(3) ອານາປານະສະຕິ ອັນພິກຂຸຄວນໃຫ້ຈະເລີນ ເພື່ອລະຄວາມຟຸ້ງຊ້ານແຫ່ງຈິຕ.
ພິກຂຸທັງຫຼາຍ ! ນີ້ແລທັມ ໓ ປະການ ອັນພິກຂຸຄວນເຮັດໃຫ້ຈະເລີນ ເພື່ອລະທັມ ໓ ປະການເຫຼົ່ານັ້ນ.
- ບາລີ ສັກກ. ອັງ. ໒໒/໔໙໘/໓໘໖.