ມະຫາປຸຣິສະວິຕົກ 8

ທາງສາຍກາງ

0:00/0:00
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ປ່າເພສະກະລາມິຄະທາຍະວັນ ເຂຕພຣະນະຄອຣສຸງສຸມາຣະຄິຣະ ແຄວ້ນພັຄຄະຊົນບົທ. ໃນສມັຍນັ້ນ ທ່ານພຣະອະນຸຣຸທທະຢູ່ທີ່ວິຫາຣປາຈີນະວັງສະທາຍະວັນ ແຄວ້ນເຈຕິຍະ, ຄັ້ງນັ້ນ ທ່ານພຣະອະນຸຣຸທທະຫລີກເຣັ້ນຢູ່ໃນທີ່ລັບ ເກີດຄວາມປະຣິວິຕົກທາງໃຈຢ່າງນີ້ວ່າ:

ທັມນີ້ເປັນຂອງບຸຄຄົລຜູ້ມີຄວາມປາຖນານ້ອຍ ບໍ່ແມ່ນຂອງບຸຄຄົລຜູ້ມີຄວາມປາຖນາມາກ,
ທັມນີ້ເປັນຂອງບຸຄຄົລຜູ້ສັນໂດດ ບໍ່ແມ່ນຂອງບຸຄຄົລຜູ້ບໍ່ສັນໂດດ,

ທັມນີ້ເປັນຂອງບຸຄຄົລຜູ້ສງັດ ບໍ່ແມ່ນຂອງບຸຄຄົລຜູ້ຍິນດີໃນກາຣຄຸກຄີດ້ວຍໝູ່ຄະນະ,

ທັມນີ້ເປັນຂອງບຸຄຄົລຜູ້ປຣາຣົພຄວາມພຽນ ບໍ່ແມ່ນຂອງບຸຄຄົລຜູ້ກຽດຄ້ານ,

ທັມນີ້ເປັນຂອງບຸຄຄົລຜູ້ມີສະຕິຕັ້ງໝັ້ນ ບໍ່ແມ່ນຂອງບຸຄຄົລຜູ້ມີສະຕິຫລົງລືມ,

ທັມນີ້ເປັນຂອງບຸຄຄົລຜູ້ມີຈິຕຕັ້ງໝັ້ນ ບໍ່ແມ່ນຂອງບຸຄຄົລຜູ້ມີຈິຕບໍ່ຕັ້ງໝັ້ນ,

ທັມນີ້ເປັນຂອງບຸຄຄົລຜູ້ມີປັນຍາ ບໍ່ແມ່ນຂອງບຸຄຄົລຜູ້ມີປັນຍາຊາມ.

ຄັ້ງນັ້ນ ພຣະຜູ້ມີພຣະພາຄຊົງຊາບຄວາມປະຣິວິຕົກແຫ່ງໃຈຂອງທ່ານພຣະອະນຸຣຸທທະແລ້ວ ສະເດັຈຈາກເພສະກະລາມິຄະທາຍະວັນ ນະຄອຣສຸງສຸມາຣະຄິຣະ ແຄວ້ນພັຄຄະຊົນບົທ ໄປປາກົຕຕໍ່ໜ້າທ່ານພຣະອະນຸຣຸທທະທີ່ວິຫາຣປາຈີນະວັງສະທາຍະວັນ ປຽບເໝືອນບຸຣຸສຜູ້ມີກຳລັງຢຽດແຂນທີ່ຄູ້ ຫລືຄູ້ແຂນທີ່ຢຽດ ສັນນັ້ນ. ພຣະຜູ້ມີພຣະພາຄປະທັບນັ່ງເທິງອາສະນະທີ່ຈັດຖວາຍແລ້ວ ທ່ານພຣະອະນຸຣຸທທະຖວາຍບັງຄົມພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພຣະຜູ້ມີພຣະພາຄໄດ້ຕຣັສກັບທ່ານພຣະອະນຸຣຸທທະວ່າ:

ສາທຸ ສາທຸ ອະນຸຣຸທທະ! ດີແລ້ວ ທີ່ເຈົ້າຣະນຶກມະຫາປຸຣິສະວິຕົກວ່າ:

ທັມນີ້ເປັນຂອງບຸຄຄົລຜູ້ມີຄວາມປາຖນານ້ອຍ ບໍ່ແມ່ນຂອງບຸຄຄົລຜູ້ມີຄວາມປາຖນາມາກ,

ທັມນີ້ເປັນຂອງບຸຄຄົລຜູ້ສັນໂດດ ບໍ່ແມ່ນຂອງບຸຄຄົລຜູ້ບໍ່ສັນໂດດ,

ທັມນີ້ເປັນຂອງບຸຄຄົລຜູ້ສງັດ ບໍ່ແມ່ນຂອງບຸຄຄົລຜູ້ຍິນດີໃນກາຣຄຸກຄີດ້ວຍໝູ່ຄະນະ,

ທັມນີ້ເປັນຂອງບຸຄຄົລຜູ້ປຣາຣົພຄວາມພຽນ ບໍ່ແມ່ນຂອງບຸຄຄົລຜູ້ກຽດຄ້ານ,
ທັມນີ້ເປັນຂອງບຸຄຄົລຜູ້ມີສະຕິຕັ້ງໝັ້ນ ບໍ່ແມ່ນຂອງບຸຄຄົລຜູ້ມີສະຕິຫລົງລືມ,

ທັມນີ້ເປັນຂອງບຸຄຄົລຜູ້ມີຈິຕຕັ້ງໝັ້ນ ບໍ່ແມ່ນຂອງບຸຄຄົລຜູ້ມີຈິຕບໍ່ຕັ້ງໝັ້ນ,

ທັມນີ້ເປັນຂອງບຸຄຄົລຜູ້ມີປັນຍາ ບໍ່ແມ່ນຂອງບຸຄຄົລຜູ້ມີປັນຍາຊາມ.

ອະນຸຣຸທທະ! ຖ້າຢ່າງນັ້ນ ເຈົ້າຈົ່ງຣະນຶກມະຫາປຸຣິສະວິຕົກຂໍ້ທີ ໘ ນີ້ວ່າ ທັມນີ້ເປັນຂອງບຸຄຄົລຜູ້ຊອບໃຈໃນທັມທີ່ບໍ່ເນີນຊ້າ ຜູ້ຍິນດີໃນທັມທີ່ບໍ່ເນີນຊ້າ ບໍ່ແມ່ນຂອງບຸຄຄົລຜູ້ຊອບໃຈໃນທັມທີ່ເປັນເຫຕໃຫ້ເນີນຊ້າ ຜູ້ຍິນດີໃນທັມທີ່ເປັນເຫຕໃຫ້ເນີນຊ້າ.

ອະນຸຣຸທທະ! ໃນກາລໃດແລ ເຈົ້ານຶກເຖິງມະຫາປຸຣິສະວິຕົກ ໘ ປະກາຣນີ້ ໃນກາລນັ້ນ ເຈົ້າຈັກຫວັງໄດ້ວ່າ ຈັກສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່.

ອະນຸຣຸທທະ! ໃນກາລໃດແລ ເຈົ້ານຶກເຖິງມະຫາປຸຣິສະວິຕົກ ໘ ປະກາຣນີ້ ໃນກາລນັ້ນ ເຈົ້າຈັກຫວັງໄດ້ວ່າ ຈັກບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ເພາະວິຕົກວິຈາຣສງົບໄປ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິຢູ່.

ອະນຸຣຸທທະ! ໃນກາລໃດແລ ເຈົ້ານຶກເຖິງມະຫາປຸຣິສະວິຕົກ ໘ ປະກາຣນີ້ ໃນກາລນັ້ນ ເຈົ້າຈັກຫວັງໄດ້ວ່າ ຈັກເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍກາຍ ເພາະປີຕິສິ້ນໄປ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິ ຢູ່ເປັນສຸຂ.

ອະນຸຣຸທທະ! ໃນກາລໃດແລ ເຈົ້ານຶກເຖິງມະຫາປຸຣິສະວິຕົກ ໘ ປະກາຣນີ້ ໃນກາລນັ້ນ ເຈົ້າຈັກຫວັງໄດ້ວ່າ ຈັກບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ ບໍ່ມີສຸຂ ເພາະລະສຸຂລະທຸກຂ໌ເສຍໄດ້ ແລະດັບໂສມະນັສໂທມະນັສໃນກາລກ່ອນໄດ້ ມີແຕ່ອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່.

ອະນຸຣຸທທະ! ໃນກາລໃດແລ ເຈົ້ານຶກເຖິງມະຫາປຸຣິສະວິຕົກ ໘ ປະກາຣນີ້ ແລະເປັນຜູ້ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງຊານທັງ ໔ ອັນມີໃນຈິຕອັນຍິ່ງ ອັນເປັນເຄື່ອງຢູ່ເປັນສຸຂໃນປັຈຈຸບັນ ໃນກາລນັ້ນ ຜ້າບັງສຸກຸລຈີວອຣ ຈັກປາກົຕແກ່ເຈົ້າຜູ້ສັນໂດດ ຢູ່ດ້ວຍຄວາມຍິນດີ ດ້ວຍຄວາມບໍ່ຫວາດຫວັ່ນ ດ້ວຍຄວາມຢູ່ເປັນສຸຂ ດ້ວຍກາຣກ້າວລົງສູ່ນິພພານ ປຽບເໝືອນຫີບໃສ່ຜ້າຂອງຄະຫະບໍດີຫລືບຸຕຂອງຄະຫະບໍດີອັນເຕັມໄປດ້ວຍຜ້າສີຕ່າງໆ ສັນນັ້ນ.

ອະນຸຣຸທທະ! ໃນກາລໃດແລ ເຈົ້ານຶກເຖິງມະຫາປຸຣິສະວິຕົກ ໘ ປະກາຣນີ້ ແລະເປັນຜູ້ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງຊານທັງ ໔ ອັນມີໃນຈິຕອັນຍິ່ງ ອັນເປັນເຄື່ອງຢູ່ເປັນສຸຂໃນປັຈຈຸບັນ ໃນກາລນັ້ນ ໂພຊະນະຄືຄຳເຂົ້າທີ່ໄດ້ມາດ້ວຍບີແຂັ່ງ ຈັກປາກົຕແກ່ເຈົ້າຜູ້ສັນໂດດ ຢູ່ດ້ວຍຄວາມຍິນດີ ດ້ວຍຄວາມບໍ່ຫວາດຫວັ່ນ ດ້ວຍຄວາມຢູ່ເປັນສຸຂ ດ້ວຍກາຣກ້າວລົງສູ່ນິພພານ ປຽບເໝືອນເຂົ້າສຸກ (ຫຸງຈາກ) ເຂົ້າສາລີຄັດເອົາເມັດດຳອອກແລ້ວ ມີແກງແລະກັບຫລາຍຢ່າງ ຂອງຄະຫະບໍດີຫລືບຸຕຂອງຄະຫະບໍດີ ສັນນັ້ນ.

ອະນຸຣຸທທະ! ໃນກາລໃດແລ ເຈົ້ານຶກເຖິງມະຫາປຸຣິສະວິຕົກ ໘ ປະກາຣນີ້ ແລະເປັນຜູ້ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງຊານທັງ ໔ ອັນມີໃນຈິຕອັນຍິ່ງ ອັນເປັນເຄື່ອງຢູ່ເປັນສຸຂໃນປັຈຈຸບັນ ໃນກາລນັ້ນ ເຫງົ້າໄມ້ ຈັກປາກົຕແກ່ເຈົ້າຜູ້ສັນໂດດ ຢູ່ດ້ວຍຄວາມຍິນດີ ດ້ວຍຄວາມບໍ່ຫວາດຫວັ່ນ ດ້ວຍຄວາມຢູ່ເປັນສຸຂ ດ້ວຍກາຣກ້າວລົງສູ່ນິພພານ ປຽບເໝືອນເຮືອນຍອດຂອງຄະຫະບໍດີຫລືບຸຕຂອງຄະຫະບໍດີ ສາບທາໄວ້ດີແລ້ວ ປາສະຈາກລົມ ໃສ່ລິ້ມສລັກມິດຊິດ ປິດໜ້າຕ່າງສນິດ ສັນນັ້ນ.

ອະນຸຣຸທທະ! ໃນກາລໃດແລ ເຈົ້ານຶກເຖິງມະຫາປຸຣິສະວິຕົກ ໘ ປະກາຣນີ້ ແລະເປັນຜູ້ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງຊານທັງ ໔ ອັນມີໃນຈິຕອັນຍິ່ງ ອັນເປັນເຄື່ອງຢູ່ເປັນສຸຂໃນປັຈຈຸບັນ ໃນກາລນັ້ນ ທີ່ນອນທີ່ນັ່ງອັນລາດດ້ວຍຫຍ້າ ຈັກປາກົຕແກ່ເຈົ້າຜູ້ສັນໂດດ ຢູ່ດ້ວຍຄວາມຍິນດີ ດ້ວຍຄວາມບໍ່ຫວາດຫວັ່ນ ດ້ວຍຄວາມຢູ່ເປັນສຸຂ ດ້ວຍກາຣກ້າວລົງສູ່ນິພພານ ປຽບເໝືອນບັນລັງກ໌ຂອງຄະຫະບໍດີຫລືບຸຕຂອງຄະຫະບໍດີ ອັນລາດດ້ວຍຜ້າໂກເຊົາວ໌ຂົນຍາວ ລາດດ້ວຍຂົນແກະສີຂາວ ມີໝອນຂ້າງແດງທັງສອງຂ້າງ ສັນນັ້ນ.

ອະນຸຣຸທທະ! ໃນກາລໃດແລ ເຈົ້ານຶກເຖິງມະຫາປຸຣິສະວິຕົກ ໘ ປະກາຣນີ້ ແລະເປັນຜູ້ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງຊານທັງ ໔ ອັນມີໃນຈິຕອັນຍິ່ງ ອັນເປັນເຄື່ອງຢູ່ເປັນສຸຂໃນປັຈຈຸບັນ ໃນກາລນັ້ນ ນ້ຳມູຕເນົ່າ ຈັກປາກົຕແກ່ເຈົ້າຜູ້ສັນໂດດ ຢູ່ດ້ວຍຄວາມຍິນດີ ດ້ວຍຄວາມບໍ່ຫວາດຫວັ່ນ ດ້ວຍຄວາມຢູ່ເປັນສຸຂ ດ້ວຍກາຣກ້າວລົງສູ່ນິພພານ ປຽບເໝືອນເພສັຊຕ່າງໆຄື ເນີຍໃສ ເນີຍຂຸ້ນ ນ້ຳມັນ ນ້ຳເຜິ້ງ ນ້ຳອ້ອຍ ຂອງຄະຫະບໍດີຫລືບຸຕຂອງຄະຫະບໍດີ ສັນນັ້ນ.

ອະນຸຣຸທທະ! ຖ້າຢ່າງນັ້ນ ເຈົ້າຈົ່ງຈຳພັນສາທີ່ວິຫາຣປາຈີນະວັງສະທາຍະວັນ ແຄວ້ນເຈຕິຍະນີ້ແຫລະຕໍ່ໄປອີກ.

ທ່ານພຣະອະນຸຣຸທທະທູລຮັບພຣະຜູ້ມີພຣະພາຄແລ້ວ ລຳດັບນັ້ນ ພຣະຜູ້ມີພຣະພາຄໄດ້ຕຣັສສອນທ່ານພຣະອະນຸຣຸທທະດ້ວຍພຣະໂອວາທນີ້ແລ້ວ ສະເດັຈຈາກວິຫາຣປາຈີນະວັງສະທາຍະວັນ ແຄວ້ນເຈຕິຍະນະຄອຣ ໄປປາກົຕທີ່ປ່າເພສະກະລາມິຄະທາຍະວັນ ເຂຕເມືອງສຸງສຸມາຣະຄີຣະ ແຄວ້ນພັຄຄະ ປຽບເໝືອນບຸຣຸສຜູ້ມີກຳລັງຢຽດແຂນທີ່ຄູ້ຫລືຄູ້ແຂນທີ່ຢຽດ ສັນນັ້ນ. ພຣະຜູ້ມີພຣະພາຄປະທັບນັ່ງເທິງອາສະນະທີ່ຈັດໄວ້ຖວາຍແລ້ວ ຄັນແລ້ວຕຣັສຮຽກພິກຂຸທັງຫລາຍວ່າ:

ພິກຂຸທັງຫລາຍ! ເຮົາຈັກສະແດງມະຫາປຸຣິສະວິຕົກ ໘ ປະກາຣ ແກ່ພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງຟັງ ໆລໆ

ພິກຂຸທັງຫລາຍ! ກໍມະຫາປຸຣິສະວິຕົກ ໘ ປະກາຣເປັນຢ່າງໃດ?

ພິກຂຸທັງຫລາຍ! ທັມນີ້ເປັນຂອງບຸຄຄົລຜູ້ມີຄວາມປາຖນານ້ອຍ ບໍ່ແມ່ນຂອງບຸຄຄົລຜູ້ມີຄວາມປາຖນາມາກ,

ທັມນີ້ເປັນຂອງບຸຄຄົລຜູ້ສັນໂດດ ບໍ່ແມ່ນຂອງບຸຄຄົລຜູ້ບໍ່ສັນໂດດ,

ທັມນີ້ເປັນຂອງບຸຄຄົລຜູ້ສງັດ ບໍ່ແມ່ນຂອງບຸຄຄົລຜູ້ຍິນດີໃນກາຣຄຸກຄີດ້ວຍໝູ່ຄະນະ,

ທັມນີ້ເປັນຂອງບຸຄຄົລຜູ້ປຣາຣົພຄວາມພຽນ ບໍ່ແມ່ນຂອງບຸຄຄົລຜູ້ກຽດຄ້ານ,

ທັມນີ້ເປັນຂອງບຸຄຄົລຜູ້ມີສະຕິຕັ້ງໝັ້ນ ບໍ່ແມ່ນຂອງບຸຄຄົລຜູ້ມີສະຕິຫລົງລືມ,

ທັມນີ້ເປັນຂອງບຸຄຄົລຜູ້ມີຈິຕຕັ້ງໝັ້ນ ບໍ່ແມ່ນຂອງບຸຄຄົລຜູ້ມີຈິຕບໍ່ຕັ້ງໝັ້ນ,

ທັມນີ້ເປັນຂອງບຸຄຄົລຜູ້ມີປັນຍາ ບໍ່ແມ່ນຂອງບຸຄຄົລຜູ້ມີປັນຍາຊາມ.

ທັມນີ້ເປັນຂອງບຸຄຄົລຜູ້ຊອບໃຈໃນທັມທີ່ບໍ່ເນີນຊ້າ ຜູ້ຍິນດີໃນທັມທີ່ບໍ່ເນີນຊ້າ ບໍ່ແມ່ນຂອງບຸຄຄົລຜູ້ຊອບໃຈໃນທັມທີ່ເປັນເຫຕໃຫ້ເນີນຊ້າ ຜູ້ຍິນດີໃນທັມທີ່ເປັນເຫຕໃຫ້ເນີນຊ້າ.

ພິກຂຸທັງຫລາຍ! ກໍຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ມີຄວາມປາຖນານ້ອຍ ບໍ່ແມ່ນຂອງບຸຄຄົລຜູ້ມີຄວາມປາຖນາມາກ, ເຮົາອາສັຍອັນໃດກ່າວແລ້ວ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ມີຄວາມປາຖນານ້ອຍ ຍ່ອມບໍ່ປາຖນາວ່າ ຂໍຊົນທັງຫລາຍຈົ່ງຮູ້ເຮົາວ່າ ມີຄວາມປາຖນານ້ອຍ.

ເປັນຜູ້ສັນໂດດ ຍ່ອມບໍ່ປາຖນາວ່າ ຂໍຊົນທັງຫລາຍຈົ່ງຮູ້ເຮົາວ່າ ເປັນຜູ້ສັນໂດດ.

ເປັນຜູ້ສງັດ ຍ່ອມບໍ່ປາຖນາວ່າ ຂໍຊົນທັງຫລາຍຈົ່ງຮູ້ເຮົາວ່າ ເປັນຜູ້ສງັດ.

ເປັນຜູ້ປຣາຣົພຄວາມພຽນ ຍ່ອມບໍ່ປາຖນາວ່າ ຂໍຊົນທັງຫລາຍຈົ່ງຮູ້ເຮົາວ່າ ເປັນຜູ້ປຣາຣົພຄວາມພຽນ.

ເປັນຜູ້ມີສະຕິຕັ້ງໝັ້ນ ຍ່ອມບໍ່ປາຖນາວ່າ ຂໍຊົນທັງຫລາຍຈົ່ງຮູ້ເຮົາວ່າ ເປັນຜູ້ມີສະຕິຕັ້ງໝັ້ນ.

ເປັນຜູ້ມີຈິຕຕັ້ງໝັ້ນ ຍ່ອມບໍ່ປາຖນາວ່າ ຂໍຊົນທັງຫລາຍຈົ່ງຮູ້ເຮົາວ່າ ເປັນຜູ້ມີຈິຕຕັ້ງໝັ້ນ.

ເປັນຜູ້ມີປັນຍາ ຍ່ອມບໍ່ປາຖນາວ່າ ຂໍຊົນທັງຫລາຍຈົ່ງຮູ້ເຮົາວ່າ ເປັນຜູ້ມີປັນຍາ.

ເປັນຜູ້ຊອບໃຈໃນທັມທີ່ບໍ່ເນີນຊ້າ ຍ່ອມບໍ່ປາຖນາວ່າ ຂໍຊົນທັງຫລາຍຈົ່ງຮູ້ເຮົາວ່າ ເປັນຜູ້ຊອບໃຈໃນທັມທີ່ບໍ່ເນີນຊ້າ.

ພິກຂຸທັງຫລາຍ! ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ມີຄວາມປາຖນານ້ອຍ ບໍ່ແມ່ນຂອງບຸຄຄົລຜູ້ມີຄວາມປາຖນາມາກ ດັ່ງນີ້, ເຮົາອາສັຍຂໍ້ນີ້ກ່າວແລ້ວ.

ພິກຂຸທັງຫລາຍ! ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ສັນໂດດ ບໍ່ແມ່ນຂອງບຸຄຄົລຜູ້ບໍ່ສັນໂດດ ເຮົາອາສັຍອັນໃດກ່າວແລ້ວ? ພິກຂຸທັງຫລາຍ ພິກຂຸໃນທັມວິນັຍນີ້ ເປັນຜູ້ສັນໂດດດ້ວຍຈີວອຣຕາມມີຕາມໄດ້, ເປັນຜູ້ສັນໂດດດ້ວຍບິນທະບາຕຕາມມີຕາມໄດ້, ເປັນຜູ້ສັນໂດດດ້ວຍເສນາສະນະຕາມມີຕາມໄດ້, ເປັນຜູ້ສັນໂດດດ້ວຍຄິລານະປັຈຈັຍເພສັຊບໍຣິຂາຣຕາມມີຕາມໄດ້. ພິກຂຸທັງຫລາຍ ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ສັນໂດດ ບໍ່ແມ່ນຂອງບຸຄຄົລຜູ້ບໍ່ສັນໂດດ ດັ່ງນີ້, ເຮົາອາສັຍຂໍ້ນີ້ກ່າວແລ້ວ.

ພິກຂຸທັງຫລາຍ! ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ ສງັດ ບໍ່ແມ່ນຂອງບຸຄຄົລຜູ້ຊອບໃຈກາຣຄຸກຄີດ້ວຍໝູ່ຄະນະ ເຮົາອາສັຍອັນໃດກ່າວແລ້ວ? ພິກຂຸທັງຫລາຍ ພວກພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ພຣະຣາຊາ ມະຫາອະມາຕຍ໌ຂອງພຣະຣາຊາ ເດຍຣະຖີຍ໌ ແລະສາວົກຂອງເດຍຣະຖີຍ໌ ເຂົ້າໄປຫາພິກຂຸນັ້ນ ພິກຂຸມີຈິຕນ້ອມໄປ ໂນ້ມໄປ ໂອນໄປໃນວິເວກ ຕັ້ງຢູ່ໃນວິເວກ ຍິນດີໃນເນກຂັມມະ ຍ່ອມກ່າວກະຖາອັນປະຕິສັງຍຸຕດ້ວຍຖ້ອຍຄຳຕາມສົມຄວນໃນສະມາຄົມນັ້ນໂດຍແທ້. ພິກຂຸທັງຫລາຍ ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ສງັດ ບໍ່ແມ່ນຂອງບຸຄຄົລຜູ້ຊອບໃຈກາຣຄຸກຄີດ້ວຍໝູ່ຄະນະ ດັ່ງນີ້, ເຮົາອາສັຍຂໍ້ນີ້ກ່າວແລ້ວ.

ພິກຂຸທັງຫລາຍ! ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ປຣາຣົພຄວາມພຽນ ບໍ່ແມ່ນຂອງບຸຄຄົລຜູ້ກຽດຄ້ານ ເຮົາອາສັຍອັນໃດກ່າວແລ້ວ? ພິກຂຸທັງຫລາຍ ພິກຂຸໃນທັມວິນັຍນີ້ ເປັນຜູ້ປຣາຣົພຄວາມພຽນເພື່ອລະອະກຸສົລທັມທັງຫລາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫລາຍ ເປັນຜູ້ມີກຳລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫລາຍ. ພິກຂຸທັງຫລາຍ ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ປຣາຣົພຄວາມພຽນ ບໍ່ແມ່ນຂອງບຸຄຄົລຜູ້ກຽດຄ້ານ ດັ່ງນີ້, ເຮົາອາສັຍຂໍ້ນີ້ກ່າວແລ້ວ.

ພິກຂຸທັງຫລາຍ! ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ມີສະຕິຕັ້ງໝັ້ນ ບໍ່ແມ່ນຂອງບຸຄຄົລຜູ້ມີສະຕິຫລົງລືມ ເຮົາອາສັຍອັນໃດກ່າວແລ້ວ? ພິກຂຸທັງຫລາຍ ພິກຂຸໃນທັມວິນັຍນີ້ ເປັນຜູ້ມີສະຕິ ປະກອບດ້ວຍສະຕິເປັນເຄື່ອງຮັກສາຕົນຢ່າງຍິ່ງ ຣະນຶກເຖິງສິ່ງທີ່ກະທຳຄຳທີ່ເວົ້າແມ່ນແຕ່ນານໄດ້. ພິກຂຸທັງ ຫລາຍ ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ມີສະຕິຕັ້ງ ໝັ້ນ ບໍ່ແມ່ນຂອງບຸຄຄົລຜູ້ມີສະຕິຫລົງລືມ ດັ່ງນີ້, ເຮົາອາສັຍຂໍ້ນີ້ກ່າວແລ້ວ.

ພິກຂຸທັງຫລາຍ! ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ມີຈິຕຕັ້ງໝັ້ນ ບໍ່ແມ່ນຂອງບຸຄຄົລຜູ້ມີຈິຕບໍ່ຕັ້ງໝັ້ນ ເຮົາອາສັຍອັນໃດກ່າວແລ້ວ? ພິກຂຸທັງຫລາຍ ພິກຂຸໃນທັມວິນັຍນີ້ ສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່;

ເພາະວິຕົກວິຈາຣສງົບຣະງັບໄປ ຍ່ອມບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິຢູ່;

ເພາະປີຕິສິ້ນໄປ ເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍກາຍ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິຢູ່ເປັນສຸຂ.

ເພາະລະສຸຂແລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍໄປແຫ່ງໂສມະນັສແລະໂທມະນັສໃນກາລກ່ອນ ຍ່ອມບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່.

ພິກຂຸທັງຫລາຍ! ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ມີຈິຕຕັ້ງໝັ້ນ ບໍ່ແມ່ນຂອງບຸຄຄົລຜູ້ມີຈິຕບໍ່ຕັ້ງໝັ້ນ ດັ່ງນີ້, ເຮົາອາສັຍຂໍ້ນີ້ກ່າວແລ້ວ.

ພິກຂຸທັງຫລາຍ! ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ມີປັນຍາ ບໍ່ແມ່ນຂອງບຸຄຄົລຜູ້ມີປັນຍາຊາມ ເຮົາອາສັຍອັນໃດກ່າວແລ້ວ? ພິກຂຸທັງຫລາຍ ພິກຂຸໃນທັມວິນັຍນີ້ ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງກຳນົດຮູ້ຄວາມເກີດແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳແຣກກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ. ພິກຂຸທັງຫລາຍ ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ມີປັນຍາ ບໍ່ແມ່ນຂອງບຸຄຄົລຜູ້ມີປັນຍາຊາມ ດັ່ງນີ້, ເຮົາອາສັຍຂໍ້ນີ້ກ່າວແລ້ວ.

ພິກຂຸທັງຫລາຍ! ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ຊອບໃຈໃນທັມທີ່ບໍ່ເນີນຊ້າ ຜູ້ຍິນດີໃນທັມທີ່ບໍ່ເນີນຊ້າ ບໍ່ແມ່ນຂອງບຸຄຄົລຜູ້ຊອບໃຈໃນທັມທີ່ເປັນເຫຕໃຫ້ເນີນຊ້າ ຜູ້ຍິນດີໃນທັມທີ່ເປັນເຫຕໃຫ້ເນີນຊ້າ ເຮົາອາສັຍອັນໃດກ່າວແລ້ວ? ພິກຂຸທັງຫລາຍ ຈິຕຂອງພິກຂຸໃນທັມວິນັຍນີ້ ຍ່ອມແລ່ນໄປ ເຫລື້ອມໃສ ຕັ້ງໝັ້ນຢູ່ໃນຄວາມດັບກິເລສເຄື່ອງເນີນຊ້າ ຍ່ອມຫລຸດພົ້ນ. ພິກຂຸທັງຫລາຍ! ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ຊອບໃຈໃນທັມທີ່ບໍ່ເນີນຊ້າ ຜູ້ຍິນດີໃນທັມທີ່ບໍ່ເນີນຊ້າ ບໍ່ແມ່ນຂອງບຸຄຄົລຜູ້ຊອບໃຈໃນທັມທີ່ເປັນເຫຕໃຫ້ເນີນຊ້າ ຜູ້ຍິນດີໃນທັມທີ່ເປັນເຫຕໃຫ້ເນີນຊ້າ ດັ່ງນີ້, ເຮົາອາສັຍຂໍ້ນີ້ກ່າວແລ້ວ.

ຄັ້ງນັ້ນແລ ທ່ານພຣະອະນຸຣຸທທະຢູ່ຈຳພັນສາທີ່ວິຫາຣປາຈີນະວັງສະທາຍະວັນ ແຄວ້ນເຈຕິຍະນະຄອຣນັ້ນແລ ຕໍ່ໄປອີກ. ຄັ້ງນັ້ນ ທ່ານພຣະອະນຸຣຸທທະຫລີກອອກຈາກໝູ່ຢູ່ຜູ້ດຽວ ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ບໍ່ນານກໍກະທຳໃຫ້ແຈ້ງເຊິ່ງທີ່ສຸດແຫ່ງພຣົມມະຈັນຍ໌ອັນຍອດຢ້ຽມ ທີ່ກຸລະບຸຕທັງຫລາຍອອກບວຊເປັນບັນພະຊິຕໂດຍຊອບມີຄວາມຕ້ອງກາຣ ດ້ວຍປັນຍາອັນຍິ່ງເອງ ໃນປັຈຈຸບັນເຂົ້າເຖິງຢູ່ ຮູ້ຊັດວ່າ ຊາຕສິ້ນແລ້ວ ພຣົມມະຈັນຍ໌ຢູ່ຈົບແລ້ວ ກິຈທີ່ຄວນທຳ ໄດ້ທຳສຳເຣັຈແລ້ວ ກິຈອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ ກໍທ່ານພຣະອະນຸຣຸທທະໄດ້ເປັນພຣະອະຣະຫັນຕ໌ອົງຄ໌ໜຶ່ງໃນຈຳນວນພຣະອະຣະຫັນຕ໌ທັງຫລາຍ. ລຳດັບນັ້ນ ທ່ານພຣະອະນຸຣຸທທະບັນລຸອະຣະຫັນຕ໌ແລ້ວ ໄດ້ກ່າວຄາຖານີ້ໃນເວລານັ້ນວ່າ:

ພຣະສາສດາຜູ້ເປັນຢ້ຽມໃນໂລກ ຊົົງຊາບຄວາມປະຣິວິຕົກຂອງເຮົາແລ້ວ ໄດ້ເຂົ້າມາຫາເຮົາດ້ວຍລິທທ໌ທາງພຣະກາຍອັນສຳເຣັຈດ້ວຍພຣະທັຍ ພຣະອົງຄ໌ໄດ້ຊົງສະແດງທັມອັນຍິ່ງກວ່າຄວາມດຳຣິຂອງເຮົາເທົ່າທີ່ດຳຣິໄວ້ ພຣະພຸທທະເຈົ້າຜູ້ຍິນດີແລ້ວໃນທັມທີ່ບໍ່ເນີນຊ້າ ໄດ້ຊົງສະແດງທັມທີ່ບໍ່ເນີນຊ້າ ເຮົາໄດ້ຮູ້ທົ່ວເຖິງທັມຂອງພຣະອົງຄ໌ແລ້ວ ຍິນດີໃນສາສນາຢູ່ ເຮົາໄດ້ບັນລຸວິຊຊາ ໓ ໂດຍລຳດັບ ຄຳສອນຂອງພຣະພຸທທະເຈົ້າເຮົາກະທຳແລ້ວ.

ອັງຄຸຕຕະຣະນິກາຍ ໒໓/໑໗໖/໑໒໐
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ