ອະຣິຍະສັດສີ່ ທີ່ຊົງສະແດງໂດຍພິສະດານ (ໄນຍະທີໜຶ່ງ)
ອະຣິຍະສັດ 4
ພິກຂຸ ທ. ! ພິກຂຸເປັນຜູ້ມີປົກກະຕິ ພິຈາຣະນາເຫັນທັມໃນທັມ ທ. ຄື ອະຣິຍະສັຈຈ໌ ໔ ຢ່າງຢູ່ນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ຄືທຸກຂ໌,” ຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ຄືເຫຕໃຫ້ເກີດແຫ່ງທຸກຂ໌,” ຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌,” ຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ຄືຫົນທາງເປັນເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌”
໑. ທຸກຂະອະຣິຢະສັຈຈະ
ພິກຂຸ ທ. ! ກໍ ອະຣິຍະສັຈຈ໌ຄືທຸກຂ໌ນັ້ນ ເປັນແນວໃດໜໍ ? ຄວາມເກີດກໍເປັນທຸກຂ໌, ຄວາມແກ່ກໍເປັນທຸກຂ໌, ຄວາມຕາຍກໍເປັນທຸກຂ໌, ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈກໍເປັນທຸກຂ໌, ຄວາມຄະຣົນດ້ວຍສິ່ງບໍ່ເປັນທີ່ຮັກກໍເປັນທຸກຂ໌, ຄວາມພັດພາກຈາກສິ່ງເປັນທີ່ຮັກກໍເປັນທຸກຂ໌, ຄວາມທີ່ຕົນປາຖະໜາແລ້ວ ບໍ່ໄດ້ສິ່ງນັ້ນສົມຫວັງກໍເປັນທຸກຂ໌, ກ່າວໂດຍຫຍໍ້ ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດຖືທັງ ໕ ເປັນທຸກຂ໌.
ພິກຂຸ ທ. ! ຄວາມເກີດ ເປັນແນວໃດໜໍ ? ພິກຂຸ ທ. ! ການເກີດ ການກໍາເນີດ ການກ້າວລົງ (ສູ່ຄັນ) ການບັງເກີດ ການບັງເກີດໂດຍຍິ່ງ ພາວະແຫ່ງຄວາມປາກົດຂອງຂັນທ໌ທັງຫຼາຍ ການທີ່ສັຕໄດ້ອາຍະຕະນະທັງຫຼາຍໃນຈໍາພວກສັຕນັ້ນໆ ຂອງສັຕນັ້ນໆ, ນີ້ເຮົາເອີ້ນວ່າ ຄວາມເກີດ.
ພິກຂຸ ທ. ! ຄວາມແກ່ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມແກ່ ຄວາມຜຸຜຸ່ຍ ຄວາມມີແຂ້ວຫຼ່ອນ ຄວາມມີຜົມຫງອກ ຄວາມມີໜັງຫ່ຽວ ຄວາມໝົດສິ້ນໄປໆແຫ່ງອາຍຸ ຄວາມແກ່ຮອບແຫ່ງອິນຊີທັງຫຼາຍ ໃນສັຕນິກາຍນັ້ນໆ ຂອງສັຕເຫຼົ່ານັ້ນໆ, ນີ້ເຮົາເອີ້ນວ່າ ຄວາມແກ່.
ພິກຂຸ ທ. ! ຄວາມຕາຍ ເປັນແນວໃດໜໍ ? ພິກຂຸ ທ. ! ການຈຸຕິ ຄວາມເຄື່ອນ ການແຕກສະຫຼາຍ ການຫາຍໄປ ການວາຍຊີບ ການຕາຍ ການທໍາກາລະ ການແຕກແຫ່ງຂັນທ໌ ທ. ການປະຖິ້ມຮ່າງ ການຂາດແຫ່ງອິນຊີ ຄືຊີວິຕຈາກຈໍາພວກສັຕນັ້ນໆ ຂອງສັຕເຫຼົ່ານັ້ນໆ, ນີ້ເຮົາເອີ້ນວ່າ ຄວາມຕາຍ.
ພິກຂຸ ທ. ! ຄວາມໂສກ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມໂສກ ການໂສກ ພາວະແຫ່ງການໂສກ ຄວາມໂສກໃນພາຍໃນ ຄວາມໂສກທົ່ວໃນພາຍໃນຂອງບຸຄຄົລຜູ້ປະກອບແລ້ວ ດ້ວຍຄວາມຈິບຫາຍອັນໃດອັນໜຶ່ງ ຫຼືຂອງບຸຄຄົລຜູ້ອັນຄວາມທຸກຂ໌ເຍື່ອງໃດ ເຍື່ອງໜຶ່ງກະທົບແລ້ວ, ນີ້ເຮົາເອີ້ນວ່າ ຄວາມໂສກ.
ພິກຂຸ ທ. ! ຄວາມຮໍ່າໄຮລໍາພັນ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມຄໍ່າຄວນ ຄວາມຮໍ່າໄຮລໍາພັນ ການຄໍ່າຄວນ ການຮໍ່າໄຮລໍາພັນ ພາວະແຫ່ງຜູ້ຄໍ່າຄວນ ພາວະແຫ່ງຜູ້ຮໍ່າໄຮລໍາພັນ ຂອງບຸຄຄົລຜູ້ປະກອບແລ້ວ ດ້ວຍຄວາມຈິບຫາຍອັນໃດອັນໜຶ່ງ ຫຼືຂອງບຸຄຄົລຜູ້ອັນຄວາມທຸກຂ໌ເຍື່ອງໃດເຍື່ອງໜຶ່ງກະທົບແລ້ວ. ນີ້ເຮົາເອີ້ນວ່າ ຄວາມຮໍ່າໄຮລໍາພັນ.
ພິກຂຸ ທ. ! ຄວາມທຸກຂ໌ກາຍ ເປັນແນວໃດໜໍ ? ພິກຂຸ ທ. ! ການທົນໄດ້ຍາກ ທີ່ເປັນໄປທາງກາຍ ການບໍ່ດີ (ຄືບໍ່ສະບາຍເປັນປົກກະຕິ) ທີ່ເປັນໄປທາງກາຍ ການທົນຍາກທີ່ເກີດແຕ່ຄວາມກະທົບທາງກາຍ ຄວາມຮູ້ສຶກທີ່ບໍ່ດີ ອັນເກີດແຕ່ຄວາມກະທົບທາງກາຍໃດໆ, ນີ້ເຮົາເອີ້ນວ່າ ຄວາມທຸກຂ໌ກາຍ.
ພິກຂຸ ທ. ! ຄວາມທຸກຂ໌ໃຈ ເປັນແນວໃດໜໍ ? ພິກຂຸ ທ. ! ການທົນຍາກທີ່ເປັນໄປທາງໃຈ ການບໍ່ດີ (ຄືບໍ່ສະບາຍເປັນປົກກະຕິ) ທີ່ເປັນໄປທາງໃຈ ການທົນຍາກທີ່ເກີດແຕ່ຄວາມກະທົບທາງໃຈ ຄວາມຮູ້ສຶກທີ່ບໍ່ດີ ອັນເກີດແຕ່ຄວາມກະທົບທາງໃຈໃດໆ, ນີ້ເຮົາເອີ້ນວ່າ ຄວາມທຸກຂ໌ໃຈ.
ພິກຂຸ ທ. ! ຄວາມຄັບແຄ້ນໃຈ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມກຸ້ມໃຈ ຄວາມຄັບແຄ້ນໃຈ ພາວະແຫ່ງຜູ້ກຸ້ມໃຈ ພາວະແຫ່ງຜູ້ຄັບແຄ້ນໃຈ ຂອງບຸຄຄົລຜູ້ປະກອບແລ້ວ ດ້ວຍຄວາມຈິບຫາຍອັນໃດອັນໜຶ່ງ ຫຼືຂອງບຸຄຄົລຜູ້ອັນທຸກຂ໌ເຍື່ອງໃດ ເຍື່ອງໜຶ່ງກະທົບແລ້ວ, ນີ້ເຮົາເອີ້ນວ່າ ຄວາມຄັບແຄ້ນໃຈ.
ພິກຂຸ ທ. ! ຄວາມຄະລົນດ້ວຍສິ່ງບໍ່ເປັນທີ່ຮັກເປັນທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ໃນໂລກນີ້ ອາຣົມຄື ຮູບ ກິ່ນ ສຽງ ຣົສ ໂຜຕຖັພພະ ເຫຼົ່ານັ້ນ ອັນເປັນທີ່ບໍ່ໜ້າປາຖະໜາ ໜ້າຮັກໃຄ່ພໍໃຈແກ່ຜູ້ໃດ ຫຼືວ່າຊົນເຫຼົ່າໃດເປັນຜູ້ບໍ່ຫວັງປະໂຍຊນ໌ ບໍ່ຫວັງຄວາມເກື້ອກູນ ບໍ່ຫວັງຄວາມຜາສຸຂ ບໍ່ຫວັງຄວາມກະເສມຈາກເຄື່ອງຜູກຮັດຕໍ່ເຂົາ. ການທີ່ໄປດ້ວຍກັນ ການມາດ້ວຍກັນ ການຢຸດຢູ່ຮ່ວມກັນຄວາມຄະລົນດ້ວຍອາຣົມ ຫຼືບຸຄຄົລເຫຼົ່ານັ້ນ, ນີ້ເຮົາເອີ້ນວ່າ ຄວາມຄະລົນດ້ວຍສິ່ງບໍ່ເປັນທີ່ຮັກເປັນທຸກຂ໌.
ພິກຂຸ ທ. ! ຄວາມພັດພາກຈາກສິ່ງເປັນທີ່ຮັກເປັນທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ໃນໂລກນີ້ອາຣົມ ຄື ຮູບ ສຽງ ກິ່ນ ຣົສ ໂຜຕຖັພພະ ເຫຼົ່ານັ້ນ ອັນເປັນທີ່ໜ້າປາຖະໜາຮັກໃຄ່ພໍໃຈຂອງຜູ້ໃດ ຫຼືວ່າຊົນເຫຼົ່າໃດ ເປັນຜູ້ຫວັງປະໂຍຊນ໌ ຫວັງຄວາມເກື້ອກູນ ຫວັງຄວາມຜາສຸຂ ຫວັງຄວາມກະເສມຈາກເຄື່ອງຜູກຮັດຕໍ່ເຂົາ ຄືມານດາ ບິດາ ອ້າຍນ້ອງຊາຍ ເອື້ອຍນ້ອງຍິງ ມິຕ ອາມາດ ຍາດສາຍໂລຫິດກໍຕາມ, ການທີ່ບໍ່ໄດ້ໄປຮ່ວມ ການທີ່ບໍ່ໄດ້ມາຮ່ວມ ການບໍ່ໄດ້ຢຸດຢູ່ຮ່ວມ ບໍ່ໄດ້ຄະລົນດ້ວຍອາຣົມ ຫຼືບຸຄຄົລເຫຼົ່ານັ້ນ, ນີ້ເຮົາເອີ້ນວ່າ ຄວາມພັດພາກຈາກສິ່ງເປັນທີ່ຮັກເປັນທຸກຂ໌.
ພິກຂຸ ທ. ! ຄວາມທີ່ສັຕປາຖະໜາແລ້ວ ບໍ່ໄດ້ສິ່ງນັ້ນສົມຫວັງເປັນທຸກຂ໌ ເປັນແນວ ໃດ ? ພິກຂຸ ທ. ! ຄວາມປາຖະໜາເກີດຂຶ້ນແກ່ສັຕ ຜູ້ມີຄວາມເກີດເປັນທັມມະດາດັ່ງນີ້ວ່າ “ໂອໜໍ ! ຂໍເຮົາ ທ. ບໍ່ຄວນເປັນຜູ້ມີຄວາມເກີດເປັນທັມມະດາ ແລະຄວາມເກີດບໍ່ຄວນມາເຖິງເຮົາ ທ. ໜໍ,” ກໍຂໍ້ນີ້ ບໍ່ແມ່ນສັຕຈະບັນລຸໄດ້ດ້ວຍຄວາມປາຖະໜາ. ເຖິງແມ່ນນີ້ ກໍຊື່ວ່າປາຖະໜາສິ່ງໃດແລ້ວ ບໍ່ໄດ້ສິ່ງນັ້ນເປັນທຸກຂ໌. ພິກຂຸ ທ. ! ຄວາມປາຖະໜາເກີດຂຶ້ນແກ່ສັຕ ຜູ້ມີຄວາມແກ່ເປັນທັມມະດາ ດັ່ງນີ້ວ່າ “ໂອໜໍ ! ຂໍເຮົາ ທ. ບໍ່ຄວນເປັນຜູ້ມີຄວາມແກ່ເປັນທັມມະດາ ແລະຄວາມແກ່ບໍ່ຄວນມາເຖິງເຮົາ ທ. ໜໍ,” ກໍຂໍ້ນີ້ ບໍ່ແມ່ນສັຕຈະບັນລຸໄດ້ດ້ວຍຄວາມປາຖະໜາ. ເຖິງແມ່ນນີ້ກໍຊື່ວ່າ ປາຖະໜາສິ່ງໃດແລ້ວ ບໍ່ໄດ້ສິ່ງນັ້ນເປັນທຸກຂ໌.
ພິກຂຸ ທ. ! ຄວາມປາຖະໜາເກີດຂຶ້ນແກ່ໝູ່ສັຕ ຜູ້ມີຄວາມເຈັບປ່ວຍເປັນທັມມະດາ.... ມີຄວາມຕາຍເປັນທັມມະດາ.... ມີຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈເປັນທັມມະດາ... (ຄວາມດັ່ງດຽວກັນກັບເບື້ອງຕົ້ນ)... ກໍຂໍ້ນີ້ ບໍ່ແມ່ນສັຕຈະບັນລຸໄດ້ດ້ວຍຄວາມປາຖນາ. ເຖິງແມ່ນນີ້ ກໍຊື່ວ່າປາຖະໜາສິ່ງໃດແລ້ວ ບໍ່ໄດ້ສິ່ງນັ້ນເປັນທຸກຂ໌.
ພິກຂຸ ທ. ! ກ່າວໂດຍຫຍໍ້ ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດຖືທັງ ໕ ເປັນທຸກຂ໌ ເປັນແນວໃດໜໍ ? ນີ້ຄື ຂັນທ໌ເປັນທີ່ຕັ້ງແຫ່ງຄວາມຢຶດຖືໄດ້ແກ່ ຮູບ, ຂັນທ໌ເປັນທີ່ຕັ້ງແຫ່ງຄວາມຢຶດຖືໄດ້ແກ່ ເວທະນາ, ຂັນທ໌ເປັນທີ່ຕັ້ງແຫ່ງຄວາມຢຶດຖືໄດ້ແກ່ ສັນຍາ, ຂັນທ໌ເປັນທີ່ຕັ້ງແຫ່ງຄວາມຢຶດຖືໄດ້ແກ່ ສັງຂາຣ, ຂັນທ໌ເປັນທີ່ຕັ້ງແຫ່ງຄວາມຢຶດຖືໄດ້ແກ່ ວິນຍານ. ພິກຂຸ ທ. ! ເຫຼົ່ານີ້ເຮົາເອີ້ນວ່າ ກ່າວໂດຍຫຍໍ້ຂັນທ໌ເປັນທີ່ຕັ້ງແຫ່ງຄວາມຢຶດຖືເປັນທຸກຂ໌.
ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະຣິຍະສັຈຈ໌ຄືທຸກຂ໌.
໒. ທຸກຂະສະມຸທະຢະອະຣິຢະສັຈຈະ
ພິກຂຸ ທ. ! ກໍ ອະຣິຍະສັຈຈ໌ຄື ເຫຕໃຫ້ເກີດແຫ່ງທຸກຂ໌ນັ້ນ ເປັນແນວໃດໜໍ ? ຕັນຫານີ້ໃດ ສ້າງຄວາມເກີດໃໝ່ເປັນປົກກະຕິ ເປັນໄປດ້ວຍຄວາມກໍາໜັດ ເພາະຄວາມເພີນ ມັກເພີນຢ່າງຍິ່ງໃນອາຣົມນັ້ນໆ, ນີ້ຄື ກາມະຕັນຫາ ພະວະຕັນຫາ ວິພະວະຕັນຫາ.
ພິກຂຸ ທ. ! ກໍ ຕັນຫານັ້ນເມື່ອຈະເກີດ ຍ່ອມເກີດໃນບ່ອນໜໍ ? ເມື່ອຈະເຂົ້າໄປຕັ້ງຢູ່ ຍ່ອມເຂົ້າໄປຕັ້ງຢູ່ໃນບ່ອນໜໍ ? ສິ່ງໃດໃນໂລກ ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີ (ປິຍະຮູບສາຕະຮູບ); ຕັນຫານັ້ນ ເມື່ອຈະເກີດ ຍ່ອມເກີດໃນສິ່ງນັ້ນ, ເມື່ອຈະເຂົ້າໄປຕັ້ງຢູ່ ຍ່ອມເຂົ້າໄປຕັ້ງຢູ່ໃນສິ່ງນັ້ນ. ກໍອັນໃດໜໍມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ ?
ຕາ...ຫູ...ດັງ...ລີ້ນ...ກາຍ...ໃຈ...(ແຕ່ລະຢ່າງທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານີ້ ເມື່ອຈະເກີດ ຍ່ອມເກີດໃນບ່ອນນັ້ນ, ເມື່ອຈະເຂົ້າໄປຕັ້ງຢູ່ ຍ່ອມເຂົ້າໄປຕັ້ງຢູ່ໃນບ່ອນນັ້ນ.
ຮູບທັງຫຼາຍ...ສຽງທັງຫຼາຍ....ກິ່ນທັງຫຼາຍ....ຣົສທັງຫຼາຍ....ໂຜຕຖັພພະທັງຫຼາຍ.... ທັມມາຣົມທັງຫຼາຍ....(ແຕ່ລະຢ່າງທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນຍິນດີໃນໂລກ; ຕັນຫານີ້ເມື່ອຈະເກີດ ຍ່ອມເກີດໃນບ່ອນນັ້ນ, ເມື່ອຈະເຂົ້າໄປຕັ້ງຢູ່ ຍ່ອມເຂົ້າໄປຕັ້ງຢູ່ໃນບ່ອນນັ້ນ.
ຄວາມຮູ້ແຈ້ງທາງຕາ.... ຄວາມຮູ້ແຈ້ງທາງຫູ.... ຄວາມຮູ້ແຈ້ງທາງດັງ.... ຄວາມຮູ້ແຈ້ງທາງລີ້ນ.... ຄວາມຮູ້ແຈ້ງທາງກາຍ.... ຄວາມຮູ້ແຈ້ງທາງໃຈ....(ແຕ່ລະຢ່າງທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານີ້ເມື່ອຈະເກີດ ຍ່ອມເກີດໃນບ່ອນນັ້ນ, ເມື່ອຈະເຂົ້າໄປຕັ້ງຢູ່ ຍ່ອມເຂົ້າໄປຕັ້ງຢູ່ໃນບ່ອນນັ້ນ.
ການກະທົບທາງຕາ... ການກະທົບທາງຫູ... ການກະທົບທາງດັງ... ການກະທົບ ທາງລີ້ນ... ການກະທົບທາງກາຍ... ການກະທົບທາງໃຈ... (ແຕ່ລະຢ່າງທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານີ້ເມື່ອຈະເກີດ ຍ່ອມເກີດໃນບ່ອນນັ້ນ, ເມື່ອຈະເຂົ້າໄປຕັ້ງຢູ່ ຍ່ອມເຂົ້າໄປຕັ້ງຢູ່ໃນບ່ອນນັ້ນ.
ຄວາມຮູ້ສຶກເກີດແຕ່ການກະທົບທາງຕາ...ຄວາມຮູ້ສຶກເກີດແຕ່ການກະທົບທາງຫູ... ຄວາມຮູ້ສຶກເກີດແຕ່ການກະທົບທາງດັງ... ຄວາມຮູ້ສຶກເກີດແຕ່ການກະທົບທາງລີ້ນ... ຄວາມຮູ້ສຶກເກີດແຕ່ການກະທົບທາງກາຍ... ຄວາມຮູ້ສຶກເກີດແຕ່ການກະທົບທາງໃຈ....(ແຕ່ລະຢ່າງທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານີ້ເມື່ອຈະເກີດ ຍ່ອມເກີດໃນບ່ອນນັ້ນ, ເມື່ອຈະເຂົ້າໄປຕັ້ງຢູ່ ຍ່ອມເຂົ້າໄປຕັ້ງຢູ່ໃນບ່ອນນັ້ນ.
ຄວາມຈໍາໝາຍໃນຮູບ...ຄວາມຈໍາໝາຍໃນສຽງ...ຄວາມຈໍາໝາຍໃນກິ່ນ... ຄວາມຈໍາໝາຍໃນຣົສ...ຄວາມຈໍາໝາຍໃນໂຜຕຖັພພະ...ຄວາມຈໍາໝາຍໃນທັມມາຣົມ... (ແຕ່ລະຢ່າງທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານີ້ ເມື່ອຈະເກີດ ຍ່ອມເກີດໃນບ່ອນນັ້ນ, ເມື່ອຈະເຂົ້າໄປຕັ້ງຢູ່ ຍ່ອມເຂົ້າໄປຕັ້ງຢູ່ໃນບ່ອນນັ້ນ.
ຄວາມນຶກເຖິງຮູບ.... ຄວາມນຶກເຖິງສຽງ....ຄວາມນຶກເຖິງກິ່ນ....ຄວາມນຶກເຖິງຣົສ.... ຄວາມນຶກເຖິງໂຜຕຖັພພະ.... ຄວາມນຶກເຖິງທັມມາຣົມ.... (ແຕ່ລະຢ່າງທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານີ້ ເມື່ອຈະເກີດຍ່ອມເກີດໃນບ່ອນນັ້ນ, ເມື່ອຈະເຂົ້າໄປຕັ້ງຢູ່ ຍ່ອມເຂົ້າໄປຕັ້ງຢູ່ໃນບ່ອນນັ້ນ.
ຄວາມຢາກໃນຮູບ.... ຄວາມຢາກໃນສຽງ.... ຄວາມຢາກໃນກິ່ນ.... ຄວາມຢາກໃນຣົສ.... ຄວາມຢາກໃນໂຜຕຖັພພະ.... ຄວາມຢາກໃນທັມມາຣົມ....(ແຕ່ລະຢ່າງທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານີ້ ເມື່ອຈະເກີດ ຍ່ອມເກີດໃນບ່ອນນັ້ນ, ເມື່ອຈະເຂົ້າໄປຕັ້ງຢູ່ ຍ່ອມເຂົ້າໄປຕັ້ງຢູ່ໃນບ່ອນນັ້ນ.
ຄວາມຄິດໄຝ່ຫາຮູບ....ຄວາມຄິດໄຝ່ຫາສຽງ....ຄວາມຄິດໄຝ່ຫາກິ່ນ....ຄວາມ ຄິດໄຝ່ຫາຣົສ....ຄວາມຄິດໄຝ່ຫາໂຜຕຖັພພະ....ຄວາມຄິດໄຝ່ຫາທັມມາຣົມ....(ແຕ່ ລະຢ່າງທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານີ້ເມື່ອຈະເກີດ ຍ່ອມເກີດໃນບ່ອນນັ້ນ, ເມື່ອຈະເຂົ້າໄປຕັ້ງຢູ່ ຍ່ອມເຂົ້າໄປຕັ້ງຢູ່ໃນບ່ອນນັ້ນ.
ຄວາມຮິ່ນຕອງຕໍ່ຮູບ (ທີ່ຄິດໄຝ່ຫາໄດ້ແລ້ວ).... ຄວາມຮິ່ນຕອງຕໍ່ສຽງ....ຄວາມຮິ່ນຕອງຕໍ່ກິ່ນ....ຄວາມຮິ່ນຕອງຕໍ່ຣົສ....ຄວາມຮິ່ນຕອງຕໍ່ໂຜຕຖັພພະ....
ຄວາມຮິ່ນຕອງຕໍ່ທັມມາຣົມ....(ແຕ່ລະຢ່າງທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານີ້ ເມື່ອຈະເກີດ ຍ່ອມເກີດໃນບ່ອນນັ້ນ. ເມື່ອຈະເຂົ້າໄປຕັ້ງຢູ່ ຍ່ອມເຂົ້າໄປຕັ້ງຢູ່ໃນບ່ອນນັ້ນ.
ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະຣິຍະສັຈຈ໌ຄື ເຫຕໃຫ້ເກີດແຫ່ງທຸກຂ໌.
໓. ທຸກຂະນິໂຣທະອະຣິຍະສັຈຈ໌
ພິກຂຸ ທ. ! ອະຣິຍະສັຈຈ໌ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວໃດໜໍ ? ຄືຄວາມຄາຍຄືນໂດຍບໍ່ມີເຫຼືອ ແລະຄວາມດັບບໍ່ເຫຼືອ ຄວາມປ່ອຍວາງ ຄວາມສະລະຄືນ ຄວາມຜ່ານພົ້ນ ຄວາມບໍ່ອາໄລ ຊຶ່ງຕັນຫານັ້ນນັ້ນແຫຼະ.
ພິກຂຸ ທ. ! ກໍຕັນຫານັ້ນ ເມື່ອບຸຄຄົລຈະລະໄດ້ ຍ່ອມລະໄດ້ໃນບ່ອນໃດ ? ເມື່ອຈະດັບ ຍ່ອມດັບໄດ້ໃນບ່ອນໃດ ? ສິ່ງໃດມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອບຸຄຄົລຈະລະ ຍ່ອມລະໄດ້ໃນສິ່ງນັ້ນ, ເມື່ອຈະດັບ ຍ່ອມດັບໄດ້ໃນສິ່ງນັ້ນ. ກໍອັນໃດໜໍມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ ?
ຕາ...ຫູ...ດັງ...ລີ້ນ...ກາຍ...ໃຈ... (ແຕ່ລະຢ່າງທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານີ້ເມື່ອຈະລະ ຍ່ອມລະໄດ້ໃນບ່ອນນັ້ນ, ເມື່ອຈະດັບ ຍ່ອມດັບໄດ້ໃນບ່ອນນັ້ນ.
ຮູບທັງຫຼາຍ.... ສຽງທັງຫຼາຍ.... ກິ່ນທັງຫຼາຍ.... ຣົສທັງຫຼາຍ.... ໂຜຕຖັພພະ ທັງຫຼາຍ.... ທັມມາຣົມທັງຫຼາຍ.... (ແຕ່ລະຢ່າງທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານີ້ເມື່ອຈະລະ ຍ່ອມລະໄດ້ໃນບ່ອນນັ້ນ, ເມື່ອຈະດັບ ຍ່ອມດັບໄດ້ໃນບ່ອນນັ້ນ.
ຄວາມຮູ້ແຈ້ງທາງຕາ....ຄວາມຮູ້ແຈ້ງທາງຫູ....ຄວາມຮູ້ແຈ້ງທາງດັງ.... ຄວາມຮູ້ແຈ້ງທາງລີ້ນ....ຄວາມຮູ້ແຈ້ງທາງກາຍ.... ຄວາມຮູ້ແຈ້ງທາງໃຈ....(ແຕ່ລະ ຢ່າງທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານີ້ເມື່ອຈະລະ ຍ່ອມລະໄດ້ໃນບ່ອນນັ້ນ, ເມື່ອຈະດັບ ຍ່ອມດັບໄດ້ໃນບ່ອນນັ້ນ.
ການກະທົບທາງຕາ... ການກະທົບທາງຫູ... ການກະທົບທາງດັງ... ການກະທົບທາງລີ້ນ....ການກະທົບທາງກາຍ....ການກະທົບທາງໃຈ...(ແຕ່ລະຢ່າງທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານີ້ເມື່ອຈະລະ ຍ່ອມລະໄດ້ໃນບ່ອນນັ້ນ, ເມື່ອຈະດັບ ຍ່ອມດັບໄດ້ໃນບ່ອນນັ້ນ.
ຄວາມຮູ້ສຶກເກີດແຕ່ການກະທົບທາງຕາ... ຄວາມຮູ້ສຶກເກີດແຕ່ການກະທົບທາງຫູ... ຄວາມຮູ້ສຶກເກີດແຕ່ການກະທົບທາງດັງ... ຄວາມຮູ້ສຶກເກີດແຕ່ການກະທົບທາງລີ້ນ... ຄວາມຮູ້ສຶກເກີດແຕ່ການກະທົບທາງກາຍ... ຄວາມຮູ້ສຶກເກີດແຕ່ການກະທົບທາງໃຈ....(ແຕ່ລະຢ່າງທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານີ້ ເມື່ອຈະລະ ຍ່ອມລະໄດ້ໃນບ່ອນນັ້ນ, ເມື່ອຈະດັບ ຍ່ອມດັບໄດ້ໃນບ່ອນນັ້ນ.
ຄວາມຈໍາໝາຍໃນຮູບ...ຄວາມຈໍາໝາຍໃນສຽງ...ຄວາມຈໍາໝາຍໃນກິ່ນ... ຄວາມຈໍາໝາຍໃນຣົສ...ຄວາມຈໍາໝາຍໃນໂຜຕຖັພພະ...ຄວາມຈໍາໝາຍໃນທັມມາຣົມ... (ແຕ່ລະຢ່າງທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານີ້ ເມື່ອຈະລະ ຍ່ອມລະໄດ້ໃນບ່ອນນັ້ນ, ເມື່ອຈະດັບ ຍ່ອມດັບໄດ້ໃນບ່ອນນັ້ນ.
ຄວາມນຶກເຖິງຮູບ.... ຄວາມນຶກເຖິງສຽງ....ຄວາມນຶກເຖິງກິ່ນ....ຄວາມນຶກເຖິງຣົສ.... ຄວາມນຶກເຖິງໂຜຕຖັພພະ.... ຄວາມນຶກເຖິງທັມມາຣົມ....(ແຕ່ລະຢ່າງທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານີ້ເມື່ອຈະລະຍ່ອມລະໄດ້ໃນບ່ອນນັ້ນ, ເມື່ອຈະດັບ ຍ່ອມດັບໄດ້ໃນບ່ອນນັ້ນ.
ຄວາມຢາກໃນຮູບ.... ຄວາມຢາກໃນສຽງ.... ຄວາມຢາກໃນກິ່ນ.... ຄວາມຢາກໃນຣົສ....ຄວາມຢາກໃນໂຜຕຖັພພະ....ຄວາມຢາກໃນທັມມາຣົມ....(ແຕ່ລະຢ່າງ ທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານີ້ ເມື່ອຈະລະ ຍ່ອມລະໄດ້ໃນບ່ອນນັ້ນ, ເມື່ອຈະດັບ ຍ່ອມດັບໄດ້ໃນບ່ອນນັ້ນ.
ຄວາມຄິດໄຝ່ຫາຮູບ....ຄວາມຄິດໄຝ່ຫາສຽງ.... ຄວາມຄິດໄຝ່ຫາກິ່ນ....ຄວາມຄິດໄຝ່ຫາຣົສ....ຄວາມຄິດໄຝ່ຫາໂຜຕຖັພພະ....ຄວາມຄິດໄຝ່ຫາທັມມາຣົມ....(ແຕ່ລະຢ່າງທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານີ້ເມື່ອຈະລະ ຍ່ອມລະໄດ້ໃນບ່ອນນັ້ນ, ເມື່ອຈະດັບ ຍ່ອມດັບໄດ້ໃນບ່ອນນັ້ນ.
ຄວາມຮິ່ນຕອງຕໍ່ຮູບ (ທີ່ຄິດໄຝ່ຫາໄດ້ແລ້ວ).... ຄວາມຮິ່ນຕອງຕໍ່ສຽງ.... ຄວາມຮິ່ນຕອງຕໍ່ກິ່ນ.... ຄວາມຮິ່ນຕອງຕໍ່ຣົສ.... ຄວາມຮິ່ນຕອງຕໍ່ໂຜຕຖັພພະ.... ຄວາມຮິ່ນຕອງຕໍ່ທັມມາຣົມ....(ແຕ່ລະຢ່າງທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານີ້ເມື່ອຈະລະ ຍ່ອມລະໄດ້ໃນບ່ອນນັ້ນ, ເມື່ອຈະດັບ ຍ່ອມດັບໄດ້ໃນບ່ອນນັ້ນ.
ພິກຂຸ ທ. ! ນີ້ເຮົາເອີ້ນວ່າອະຣິຍະສັຈຈ໌ຄື ຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
໔. ທຸກຂະນິໂຣທະຄາມິນີປະຕິປະທາອະຣິຍະສັຈຈ໌
ພິກຂຸ ທ. ! ກໍອະຣິຍະສັຈຈ໌ຄື ຫົນທາງເປັນເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວໃດໜໍ ? ຄືຫົນທາງອັນປະກອບດ້ວຍອົງຄ໌ແປດ ອັນປະເສີດນີ້ເອງ, ອົງຄ໌ແປດຄື ຄວາມເຫັນຊອບ ຄວາມດໍາຣິຊອບ ວາຈາຊອບ ການງານຊອບ ອາຊີວະຊອບ ຄວາມພຽນຊອບ ຄວາມລະນຶກຊອບ ຄວາມຕັ້ງໃຈໝັ້ນຊອບ.
ພິກຂຸ ທ. ! ຄວາມເຫັນຊອບ ເປັນແນວໃດ ? ພິກຂຸ ທ. ! ຄວາມຮູ້ໃນທຸກຂ໌ ຄວາມຮູ້ໃນເຫຕໃຫ້ເກີດແຫ່ງທຸກຂ໌ ຄວາມຮູ້ໃນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຄວາມຮູ້ໃນຫົນທາງເປັນເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ອັນໃດ, ນີ້ເຮົາກ່າວວ່າ ຄວາມເຫັນຊອບ.
ພິກຂຸ ທ. ! ຄວາມດໍາຣິຊອບ ເປັນແນວໃດ ? ພິກຂຸ ທ. ! ຄວາມດໍາຣິໃນການອອກ (ຈາກກາມ) ຄວາມດໍາຣິໃນການບໍ່ພະຍາບາດ ຄວາມດໍາຣິໃນການບໍ່ບຽດບຽນ, ນີ້ເຮົາກ່າວວ່າ ຄວາມດໍາຣິຊອບ.
ພິກຂຸ ທ. ! ວາຈາຊອບ ເປັນແນວໃດ ? ພິກຂຸ ທ. ! ການເວັ້ນຈາກການເວົ້າຕົວະ ການເວັ້ນຈາກການເວົ້າຍຸແຍ່ໃຫ້ແຕກກັນ ການເວັ້ນຈາກການເວົ້າຫຍາບ ການເວັ້ນຈາກການເວົ້າໂລເລ, ນີ້ເຮົາກ່າວວ່າ ວາຈາຊອບ.
ພິກຂຸ ທ. ! ການງານຊອບ ເປັນແນວໃດ ? ພິກຂຸ ທ. ! ການເວັ້ນຈາກການຂ້າສັຕ ການເວັ້ນຈາກການຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ການເວັ້ນຈາກການປະພຶດຜິດໃນກາມທັງຫຼາຍ, ນີ້ເຮົາກ່າວວ່າ ການງານຊອບ.
ພິກຂຸ ທ. ! ອາຊີວະຊອບ ເປັນແນວໃດ ? ພິກຂຸ ທ. ! ອະຣິຍະສາວົກໃນກໍລະນີນີ້ ລະການຫາລ້ຽງຊີບທີ່ຜິດເສຍ ສໍາເລັດຄວາມເປັນຢູ່ ດ້ວຍການຫາລ້ຽງຊີບທີ່ຊອບ, ນີ້ເຮົາກ່າວວ່າ ອາຊີວະຊອບ.
ພິກຂຸ ທ. ! ຄວາມພຽນຊອບ ເປັນແນວໃດ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄັບປະຄອງຈິຕ ຍ່ອມຕັ້ງຈິຕໄວ້ ເພື່ອຄວາມບໍ່ບັງເກີດຂຶ້ນ ແຫ່ງອະກຸສົລທັມທັງຫຼາຍອັນລາມົກ ທີ່ຍັງບໍ່ໄດ້ບັງເກີດ; ຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄັບປະຄອງຈິຕ ຍ່ອມຕັ້ງຈິຕໄວ້ ເພື່ອການລະເສຍຊຶ່ງອະກຸສົລທັມທັງຫຼາຍ ອັນລາມົກ ທີ່ບັງເກີດຂຶ້ນແລ້ວ; ຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄັບປະຄອງຈິຕ ຍ່ອມຕັ້ງຈິຕໄວ້ເພື່ອການບັງເກີດຂຶ້ນ ແຫ່ງກຸສົລທັມທັງຫຼາຍ ທີ່ຍັງບໍ່ໄດ້ບັງເກີດ; ຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄັບປະຄອງຈິຕ ຍ່ອມຕັ້ງຈິຕໄວ້ ເພື່ອຄວາມຢັ້ງຢືນ ຄວາມບໍ່ລືມເລືອນ ຄວາມງອກງາມຍິ່ງຂຶ້ນ ຄວາມໄພບູນ ຄວາມຈະເຣີນ ຄວາມເຕັມຮອບແຫ່ງກຸສົລທັມທັງຫຼາຍ ທີ່ບັງເກີດຂຶ້ນແລ້ວ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ຄວາມພຽນຊອບ.
ພິກຂຸ ທ. ! ຄວາມລະນຶກຊອບ ເປັນແນວໃດ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ມີປົກກະຕິ ພິຈາຣະນາເຫັນກາຍໃນກາຍຢູ່, ມີຄວາມພຽນເຄື່ອງເຜົາບາບ ມີຄວາມຮູ້ສຶກໂຕທົ່ວພ້ອມ ມີສະຕິ ນໍາເອົາຄວາມພໍໃຈ ແລະຄວາມບໍ່ພໍໃຈໃນໂລກ ອອກເສຍໄດ້; ເປັນຜູ້ມີປົກກະຕິ ພິຈາຣະນາເຫັນເວທະນາໃນເວທະນາທັງຫຼາຍຢູ່,ມີຄວາມພຽນເຄື່ອງເຜົາບາບ ມີຄວາມຮູ້ສຶກໂຕທົ່ວພ້ອມ ມີສະຕິ ນໍາເອົາຄວາມພໍໃຈແລະຄວາມບໍ່ພໍໃຈໃນໂລກ ອອກເສຍໄດ້; ເປັນຜູ້ມີປົກກະຕິ ພິຈາຣະນາເຫັນຈິຕໃນຈິຕຢູ່, ມີຄວາມພຽນເຄື່ອງເຜົາບາບ ມີຄວາມຮູ້ສຶກໂຕທົ່ວພ້ອມ ມີສະຕິ ນໍາເອົາຄວາມພໍໃຈ ແລະຄວາມບໍ່ພໍໃຈໃນໂລກ ອອກເສຍໄດ້;
ເປັນຜູ້ມີປົກກະຕິ ພິຈາຣະນາເຫັນທັມໃນທັມທັງຫຼາຍຢູ່, ມີຄວາມພຽນເຄື່ອງເຜົາບາບ ມີຄວາມຮູ້ສຶກໂຕທົ່ວພ້ອມ ມີສະຕິ ນໍາເອົາຄວາມພໍໃຈ ແລະຄວາມບໍ່ພໍໃຈໃນໂລກ ອອກເສຍໄດ້. ພິກຂຸ ທ. ! ນີ້ເຮົາກ່າວວ່າ ຄວາມລະນຶກຊອບ.
ພິກຂຸ ທ. ! ຄວາມຕັ້ງໃຈໝັ້ນຊອບ ເປັນແນວໃດ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ສະງັດແລ້ວຈາກກາມທັງຫຼາຍ ສະງັດແລ້ວຈາກອະກຸສົລທັມທັງຫຼາຍ ເຂົ້າເຖິງຊານທີໜຶ່ງ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່. ເພາະວິຕົກວິຈາຣລະງັບລົງ, ເຂົາເຂົ້າເຖິງຊານທີສອງ ອັນເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິ ແລະສຸຂ ອັນເກີດແຕ່ສະມາທິແລ້ວແລຢູ່. ເພາະປີຕິຈາງຫາຍໄປ, ເຂົາເປັນຜູ້ເພັ່ງເສີຍຢູ່ໄດ້ ມີສະຕິ ມີຄວາມຮູ້ສຶກໂຕທົ່ວພ້ອມ ແລະໄດ້ສະເຫວີຍສຸຂດ້ວຍນາມກາຍ ຍ່ອມເຂົ້າເຖິງຊານທີສາມ ອັນເປັນຊານທີ່ພຣະອະຣິຍະເຈົ້າທັງຫຼາຍ ກ່າວສັນເສີນຜູ້ໄດ້ບັນລຸວ່າ “ເປັນຜູ້ເສີຍຢູ່ໄດ້ ມີສະຕິ ມີຄວາມຢູ່ເປັນປົກກະຕິສຸຂ” ແລ້ວແລຢູ່ ເພາະລະສຸຂ ແລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍແຫ່ງໂສມະນັດສະ ແລະໂທມະນັດສະໃນກາລກ່ອນ ເຂົາຍ່ອມເຂົ້າເຖິງຊານທີສີ່ ອັນບໍ່ທຸກຂ໌ ແລະບໍ່ສຸຂ ມີແຕ່ສະຕິ ອັນບໍຣິສຸດເພາະອຸເປກຂາ ແລ້ວແລຢູ່. ພິກຂຸ ທ. ! ນີ້ເຮົາກ່າວວ່າ ຄວວາມຕັ້ງໃຈໝັ້ນຊອບ.
ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະຣິຍະສັຈຈ໌ຄື ຫົນທາງເປັນເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
- ມຫາ. ທີ. ໑໐/໓໔໐-໓໕໐/໒໙໔-໒໙໙.