ຜູ້ມີຈິດອັນຫາຂອບເຂດບໍ່ໄດ້
ທໍາໃນທີສຸດ
ພິກຂຸ ທ. ! ຕະຫຼອດກາລພຽງໃດ ທີ່ສັຕທັງຫຼາຍ ຍັງບໍ່ໄດ້ຮູ້ຍິ່ງຕາມເປັນຈິງ ຊຶ່ງສະເໜ່ ຂອງອຸປາທານຂັນທ໌ຫ້າເຫຼົ່ານີ້ ໂດຍຄວາມເປັນສະເໜ່. ຍັງບໍ່ໄດ້ຮູ້ຍິ່ງຕາມເປັນຈິງ ຊຶ່ງ ໂທດ ຂອງອຸປາທານຂັນທ໌ຫ້າ ໂດຍຄວາມເປັນໂທດ, ຍັງບໍ່ໄດ້ຮູ້ຍິ່ງຕາມເປັນຈິງ ຊຶ່ງ ອຸບາຍອອກພົ້ນໄປໄດ້ ຈາກອຸປາທານຂັນທ໌ຫ້າ ໂດຍຄວາມເປັນອຸບາຍໃຫ້ອອກພົ້ນໄປ
ພິກຂຸ ທ. ! ຕະຫຼອດກາລພຽງນັ້ນ ສັຕທັງຫຼາຍກໍ ຍັງບໍ່ຊື່ວ່າເປັນຜູ້ໄດ້ແລ່ນຫຼຸດອອກໄປ. ຍັງບໍ່ຊື່ວ່າ ເປັນຜູ້ປາສະຈາກເຄື່ອງກ່ຽວເກາະ ຫຼຸດພົ້ນແລ້ວ, ຍັງເປັນຜູ້ມີໃຈອັນຢູ່ໃນຂອບເຂດໂລກນີ້ ຂອບເຂດເທວະໂລກ ມາຣໂລກ ພຣົມມະໂລກ, ຍັງຢູ່ໃນຂອບເຂດຂອງໝູ່ສັຕ ໝູ່ສະມະນະ ໝູ່ພຣາມ ແລະໃນຂອບເຂດຂອງເຫຼົ່າເທວະດາ ແລະມະນຸສສ໌ ຢູ່ນັ້ນເອງ.
ພິກຂຸ ທ. ! ເມື່ອໃດແລ ສັຕທັງຫຼາຍ ມາຮູ້ຍິ່ງຕາມເປັນຈິງແລ້ວ ຊຶ່ງສະເໜ່ ຂອງອຸປາທານຂັນທ໌ຫ້າ ໂດຍຄວາມເປັນສະເໜ່, ໄດ້ຮູ້ຍິ່ງຕາມເປັນຈິງ ຊຶ່ງໂທດຂອງອຸປາທານຂັນທ໌ຫ້າ ໂດຍຄວາມເປັນໂທດ, ໄດ້ຮູ້ຍິ່ງຕາມເປັນຈິງ ຊຶ່ງອຸບາຍອອກພົ້ນໄປໄດ້ ຈາກອຸປາທານຂັນທ໌ຫ້າ ໂດຍຄວາມເປັນອຸບາຍໃຫ້ອອກພົ້ນໄປ ;
ພິກຂຸ ທ. ! ເມື່ອນັ້ນແຫຼະ ສັຕເຫຼົ່ານັ້ນຊື່ວ່າ ເປັນຜູ້ໄດ້ແລ່ນຫຼຸດອອກໄປ ເປັນຜູ້ປາສະຈາກເຄື່ອງກ່ຽວເກາະ ຫຼຸດພົ້ນແລ້ວ ເປັນຜູ້ມີໃຈອັນຫາຂອບເຂດບໍ່ໄດ້ ເປັນຢູ່ໃນໂລກນີ້ ໃນເທວະໂລກ ມາຣໂລກ ພຣົມມະໂລກ, ເປັນຢູ່ໃນໝູ່ສັຕ ໝູ່ສະມະນະ ໝູ່ພຣາມ ໃນເຫຼົ່າເທວະດາ ແລະມະນຸສສ໌ທັງຫຼາຍ ດັ່ງນີ້.
- ຂັນທະ. ສັງ. ໑໗/໓໘/໖໓.
ຄວາມຮູ້ສຶກໃນໃຈຂອງຜູ້ຊະນະຕັນຫາໄດ້
ເມື່ອເຮົາຍັງບໍ່ພົບຍານ ກໍໄດ້ແລ່ນທ່ອງທ່ຽວໄປໃນສົງສາຣເປັນອະເນກະຊາດ, ສະແຫວງຫາຢູ່ ຊຶ່ງນາຍຊ່າງປຸກເຮືອນ ຄືຕັນຫາຜູ້ສ້າງພົບ, ການເກີດທຸກຄັ້ງ ເປັນທຸກຂ໌ເລື້ອຍໆໄປ.
ນາຍຊ່າງຜູ້ປຸກເຮືອນເອີ໋ຍ ! ເຮົາຮູ້ຈັກເຈົ້າເສຍແລ້ວ ; ເຈົ້າຈະສ້າງເຮືອນໃຫ້ເຮົາ ບໍ່ໄດ້ອີກຕໍ່ໄປ. ໂຄງເຮືອນທັງໝົດຂອງເຈົ້າ ເຮົາຫັກເສຍແລ້ວ ; ແປເຮືອນເຮົາກໍຮື້ເສຍແລ້ວ. ຈິຕຂອງເຮົາ ເຖິງແລ້ວ ຊຶ່ງສະພາບທີ່ອັນໃດປຸງແຕ່ງບໍ່ໄດ້ອີກຕໍ່ໄປ ເພາະເຖິງຄວາມດັບສິ້ນໄປ ແຫ່ງຕັນຫາເສຍແລ້ວ.
- ທ. ຂຸ. ໒໕/໓໕/໒໑.