ຜູ້ລະຣາຄະ - ໂທສະ - ໂມຫະ ລະດັບໂສດາບັນ

ໂສດາບັນ

0:00/0:00
ພິກຂຸ ທ. ! ພິກຂຸບໍ່ລະທັມ ໖ ຢ່າງແລ້ວ ເປັນຜູ້ບໍ່ຄວນ ເພື່ອເຮັດໃຫ້ແຈ້ງຊຶ່ງ ທິຕຖິສັມປະທາ (ຄວາມເປັນໂສດາບັນ). ບໍ່ລະທັມ ໖ ຢ່າງເຫຼົ່າໃດໜໍ ?
ບໍ່ລະທັມຫົກຢ່າງ ເຫຼົ່ານີ້ ຄື :-

ບໍ່ລະ ສັກກາຢະທິຕຖິ (ຄວາມເຫັນວ່າຂັນທ໌ ໕ ຂອງຕົນ) ;
ບໍ່ລະ ວິຈິກິຈສາ (ຄວາມລັງເລໃນປະຕິປະທາທາງດັບທຸກຂ໌) ;
ບໍ່ລະ ສີລັບພະຕະປະຣາມາສະ (ການຖືເອົາສີລແລະວັຕຜິດຄວາມມຸ່ງໝາຍທີ່ແທ້ຈິງ);
ບໍ່ລະ ອະປາຢະຄະມະນິຢະຣາຄະ (ຣາຄະທີ່ຄວນແກ່ການເຖິງຊຶ່ງອະບາຍ) ;
ບໍ່ລະ ອະປາຢະຄະມະນິຢະໂທສະ (ໂທສະທີ່ຄວນແກ່ການເຖິງຊຶ່ງອະບາຍ) ;
ບໍ່ລະ ອະປາຢະຄະມະນິຢະໂມຫະ (ໂມຫະທີ່ຄວນແກ່ການເຖິງຊຶ່ງອະບາຍ).

ພິກຂຸ ທ. ! ພິກຂຸບໍ່ລະທັມ ໖ ຢ່າງເຫຼົ່ານີ້ແລ ເປັນຜູ້ບໍ່ຄວນເຮັດໃຫ້ແຈ້ງຊຶ່ງ ທິຕຖິສັມປະທາ.

ພິກຂຸ ທ. ! ພິກຂຸລະທັມ ໖ ຢ່າງແລ້ວ ເປັນຜູ້ຄວນເຮັດໃຫ້ແຈ້ງ ຊຶ່ງທິຕຖິ ສັມປະທາ. ລະທັມ ໖ ຢ່າງເຫຼົ່າໃດໜໍ ? ລະທັມຫົກຢ່າງເຫຼົ່ານີ້ ຄື :-

ລະ ສັກກາຢະທິຕຖິ (ຄວາມເຫັນວ່າຂັນທ໌ ໕ ຂອງຕົນ);
ລະ ວິຈິກິຈສາ (ຄວາມລັງເລໃນປະຕິປະທາທາງດັບທຸກຂ໌);
ລະ ສີລັບພະຕະປະຣາມາສະ (ການຖືເອົາສີລແລະວັຕຜິດຄວາມມຸ່ງໝາຍທີ່ແທ້ຈິງ) ;
ລະ ອະປາຢະຄະມະນິຢະຣາຄະ (ຣາຄະທີ່ຄວນແກ່ການຊຶ່ງອະບາຍ);
ລະ ອະປາຢະຄະມະນິຢະໂທສະ (ໂທສະທີ່ຄວນແກ່ການເຖິງຊຶ່ງອະບາຍ) ;
ລະ ອະປາຢະຄະມະນິຢະໂມຫະ (ໂມຫະທີ່ຄວນແກ່ການເຖິງຊຶ່ງອະບາຍ).

ພິກຂຸ ທ. ! ພິກຂຸ ລະທັມ ໖ ຢ່າງເຫຼົ່ານີ້ແລ້ວ ເປັນຜູ້ຄວນເຮັດໃຫ້ແຈ້ງຊຶ່ງທິຕຖິສັມປະທາ, ດັ່ງນີ້ແລ.
- ສັກກ. ອັງ. ໒໒/໔໘໗/໓໖໐.

[ທັມ ໖ ປະການແຫ່ງສູຕນີ້ໃນສູຕຖັດໄປກ່າວວ່າເປັນທັມ ທີ່ຜູ້ເຖິງພ້ອມດ້ວຍທິຕຖິລະໄດ້ແລ້ວ (໒໒/໔໘໗/໓໖໑); ສູຕຖັດໄປອີກກ່າວວ່າ ເປັນທັມທີ່ບໍ່ອາດຈະເກີດຂຶ້ນ ແກ່ຜູ້ທີ່ເຖິງພ້ອມດ້ວຍທິຕຖິ (໒໒/໔໘໗/໓໖໒)].
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ