ກຸ່ມອາຍະຕະນະເປັນຂອງມືດ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ສິ່ງທັງປວງເປັນຂອງມືດ. ພິກຂຸ ທ. ! ກໍອັນໃດໜໍ ຊື່ວ່າສິ່ງທັງປວງ ຊຶ່ງເປັນຂອງມືດ ?

ພິກຂຸ ທ. ! ຕາ ເປັນຂອງມືດ, ຮູບ ເປັນຂອງມືດ ຄວາມຮູ້ແຈ້ງທາງຕາ ເປັນຂອງມືດ, ສັມຜັສທາງຕາ ເປັນຂອງມືດ, ເວທະນາທີ່ເກີດຂຶ້ນເພາະສັມຜັສທາງຕາເປັນປັຈຈັຍ ເປັນສຸຂກໍຕາມ ທຸກຂ໌ກໍຕາມ ບໍ່ແມ່ນສຸຂບໍ່ແມ່ນທຸກຂ໌ກໍຕາມ ກໍເປັນຂອງມືດ.

ພິກຂຸ ທ. ! ມືດເພາະອັນໃດໜໍ ? ເຮົາກ່າວວ່າ “ມືດເພາະຄວາມເກີດ ເພາະ ຄວາມແກ່ ເພາະຄວາມຕາຍ ເພາະຄວາມໂສກ ເພາະຄວາມຮໍ່າໄຮລໍາພັນ ເພາະຄວາມທຸກຂ໌ກາຍ ເພາະຄວາມທຸກຂ໌ໃຈ ແລະເພາະຄວາມຄັບແຄ້ນໃຈ” ດັ່ງນີ້.

(ໃນກໍລະນີ ແຫ່ງໝວດ ຫູ ດັງ ລີ້ນ ກາຍ ແລະໃຈ ກໍໄດ້ຕຣັດເໝືອນກັນກັບ ໃນກໍລະນີແຫ່ງຕາ).

- ສະລາ. ສັງ. ໑໘/໒໕/໓໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ